ທົບທວນຄືນໝາກຜົນຂອງການຮ່ວມມືໃນ 5 ປີ ຜ່ານມາ ຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ​

    ກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ຄໍາຂວັນ:“ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ ທີ່ລາວເຮົາເປັນເຈົ້າພາບ ຈັດຂຶ້ນວັນທີ 24 ສິງຫາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍເປັນປະທານຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ.​ 

    ກອງປະຊຸມຄັ້ງນີ້ ບັນດາຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 6 ປະເທດ ລວມມີ: ກຳປູເຈຍ ຈີນ ລາວ ມຽນມາ ໄທ ແລະ ຫວຽດນາມ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນ 5 ປີ ຜ່ານມາ ນັບແຕ່ໄດ້ຮັບການສ້າງຂຶ້ນປີ 2015 ເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆພາຍໃຕ້ຖະແຫຼງການຊັນຢາ ຖະແຫຼງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທຳຫຼາຍດ້ານ ເຮັດໃຫ້ຂອບການຮ່ວມມືໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກ້ວາງ ແລະ ລວງເລິກຢ່າງໄວວາ ພ້ອມດຽວກັນນັ້ນ ບັນດາຜູ້ນຳໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ໃນ 2 ປີກ່ວາຜ່ານມາ ກໍຄືບັນດາໂຄງການຊ່ວຍເຫຼືອພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ໄດ້ຮັບການສະໜັບສະໜູນທຶນຈາກຈີນ 300 ລ້ານໂດລາສະຫະລັດ ຫຼື ປະມານ 2.722 ຕື້ກີບ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ພາກພື້ນແມ່ນໍ້າຂອງ ໃນນີ້ ຫຼາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ລາວໄດ້ຮັບຜົນເປັນຢ່າງດີ ເປັນຕົ້ນຂົງເຂດການພັດທະນາພື້ນຖານໂຄງລ່າງ ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ. 

    ໂອກາດນີ້ ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຫຼາຍບັນຫາ ໜຶ່ງໃນນັ້ນແມ່ນການເພີ່ມທະວີຮ່ວມມືກັນໃນຕໍ່ໜ້າ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ວາງທິດທາງຟື້ນຟູເສດຖະກິດ-ສັງຄົມ ຕໍ່ໜ້າສະພາບທີ່ພະຍາດຮ້າຍແຮງດັ່ງກ່າວ ຍັງສືບຕໍ່ແຜ່ລະບາດຢູ່ຫຼາຍພາກພື້ນ ລວມທັງພາກພື້ນແມ່ນໍ້າຂອງ ພ້ອມນີ້ ໄດ້ສະແດງຄວາມຊົມເຊີຍຕໍ່ປະເທດສະມາຊິກທີ່ໄດ້ດໍາເນີນມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງທັນການ ແລະ ມີປະສິດທິຜົນ ພ້ອມທັງສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນດ້ານອຸປະກອນ ແລະ ວິຊາການໃຫ້ບັນດາປະເທດແມ່ນໍ້າຂອງລວມທັງລາວ. 

    ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ແລະ ຈີນ ກໍຄືຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນອະນາຄົດ ໃນຕອນທ້າຍຂອງກອງປະຊຸມບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ການເປັນປະທານຮ່ວມຂອງລາວ (2018-2020)  ແລະ ໄດ້ສົ່ງມອບໜ້າທີ່ໃຫ້ມຽນມາ ເພື່ອສືບຕໍ່ເປັນປະທານຮ່ວມກັບຈີນໃນ 2 ປີຂ້າງໜ້າ.

  # ຂ່າວ & ພາບ: ຂັນທະວີ

error: Content is protected !!