ປະໂຫຍດຂອງ ວາຊາບິ

ປັດ­ຈຸ­ບັນ ຫຼາຍ​ຄົນ​ຄົງ​ນິ­ຍົມ​ກິນ​ອາ­ຫານ​ຍີ່­ປຸ່ນ ເປັນ­ຕົ້ນ​ແມ່ນ ເຂົ້າ​ປັ້ນ​ຊູ​ຊິ ວາ​ຊາ​ບິ ເຊິ່ງ​ເປັນ​ເຄື່ອງ­ປຸງ​ທຳ​ມະ​ຊາດ​ທີ່​ມາ​ຈາກ​ພືດ​ທີ່​ໃຫ້​ລົດ​ຊາດ​ເຜັດ ວາ​ຊາ​ບິ ນອກ­ຈາກ​ເປັນ​ເຄື່ອງ­ປຸງ​ທີ່​ເຮັດ​ໃຫ້​ອາ­ຫານ​ແຊບ​ແລ້ວ ຍັງ​ມີ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ​ອີກ​ດ້ວຍ.

1. ຕ້ານ​ເຊື້ອ​ຈຸ​ລິນ​ຊີ ເຊິ່ງ​ເປັນ​ສາ­ເຫດ​ຂອງ​ພະ­ຍາດ​ທາງ​ເດີນ​ອາ­ຫານ ເຊັ່ນ: ບາດ­ແຜ​ໃນ​ກະ­ເພາະ​ອາ­ຫານ ບາດ­ແຜ​ໃນ​ລຳ​ໄສ້​ອ່ອນ ມະ​ເຮັງ​ໃນ​ກະ­ເພາະ​ອາ­ຫານ.

2. ປ້ອງ​ກັນ​ແຂ້ວ​ແມງ ສານ​ໄອ​ໂຊ​ໄທ​ໂອ​ໄຊ​ຍາ​ເນດ ທີ່​ມີ​ຢູ່​ໃນ​ບາ​ຊາ​ບິ ສົ່ງ​ຜົນ​ກະ­ທົບ​ຕໍ່​ເຊື້ອ​ແບັກ​ທີ​ເຣຍ ທີ່​ເປັນ​ສາ­ເຫດ​ຂອງ​ແຂ້ວ​ແມງ.

3. ຕ້ານ​ອາ­ການ​ອັກ­ເສບ ແລະ ການ​ແຂງ​ໂຕ​ຂອງ​ເລືອດ: ມີ​ການ​ສຶກ​ສາ​ຄົ້ນ​ພົບ​ວ່າ ການ​ກິນ​ວາ​ຊາ​ບິ ສາ­ມາດ​ຊ່ວຍ​ຫຼຸດ​ການ​ອັກ­ເສບ​ໄດ້ ແລະ ສາ­ມາດ​ຕ້ານ​ການ​ແຂງ​ໂຕ​ຂອງ​ເມັດ​ເລືອດ.

4. ມີ​ສານ​ຊ່ວຍ​ປິ່ນ­ປົວ​ພະ­ຍາດ​ພູມ​ແພ້: ພະ­ຍາດ​ຫອບ​ຫືດ ພະ­ຍາດ​ຂໍ້​ອັກ­ເສບ ພະ­ຍາດ​ລຳ​ໄສ້​ອັກ­ເສບ ຫົວ­ໃຈ​ຫຼົ້ມ​ເຫຼວ ແລະ ການ​ຊ໊ອກ​ຈາກ​ພິດ​ທີ່​ມາ​ຈາກ​ການ​ຕິດ­ເຊື້ອ.

5. ຕ້ານ​ມະ​ເຮັງ ສານ​ໄອ​ໂຊ​ໄທ​ໂອ​ໄຊ​ຍາ​ເນດ ສາ­ມາດ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະ­ຍາດ​ມະ​ເຮັງ​ບາງ​ຊະ­ນິດ ມະ​ເຮັງ​ປອດ ກະ­ເພາະ​ອາ­ຫານ ລຳ​ໄສ້​ອ່ອນ ລຳ​ໄສ້​ແກ່ ຕັບ ຫຼອດ​ອາ­ຫານ ຊ່ວງ​ທ້ອງ ລວມ​ທັງ​ມະ​ເຮັງ​ເຕົ້າ­ນົມ​ໄດ້.

6. ຫຼຸດ​ອາ­ການ​ເຈັບ­ທ້ອງ.

7. ຊ່ວຍ​ປ້ອງ​ກັນ​ໝາກ​ໄຂ່­ຫຼັງ ເຊິ່ງ​ເປັນ​ອະ​ໄວ​ຍະ​ວະ​ຊ່ວຍ​ກັ່ນ​ຕອງ​ສິ່ງ​ເສດ​ເຫຼືອ​ໃນ​ໝາກ​ໄຂ່­ຫຼັງ ສຳ­ລັບ​ຜູ້​ທີ່​ເປັນ​ເບົາ­ຫວານ.

8. ມີ​ສັບ­ພະ​ຄຸນ​ໃນ​ການ​ຫຼຸດ​ການ​ແຜ່­ພັນ​ຂອງ​ເຊື້ອ​ພະ­ຍາດ ທີ່​ເຮັດ​ໃຫ້​ເກີດ​ອາ­ຫານ​ເປັນ​ພິດ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!