Boeing ນຳສະເໜີຕົ້ນແບບໂດຣນຕໍ່ສູ້ Loyal Wingman ລຳທຳອິດຕໍ່ກອງທັບອາກາດອົດສະຕຣາລີ

ທີມ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ຂອງ Boeing ໃນ​ອົດ​ສະ​ຕຣາ​ລີ ໄດ້​ນຳ​ສະ­ເໜີ​ໂດຣນ​ຕໍ່­ສູ້​ທີ່​ເປັນ​ເຮືອ­ບິນ​ໄອ​ພົ່ນ​ໄຮ້​ຄົນ​ຂັບ Loyal Wingman ລຳ​ທຳ​ອິດ​ໃຫ້​ກັບ​ກອງ­ທັບ​ອາ­ກາດ​ອົດ​ສະ​ຕຣາ​ລີ ຊຶ່ງ​ເປັນ​ໜຶ່ງ​ໃນ​ສາມ​ຂອງ​ຕົ້ນ​ແບບ​ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ ເປັນ​ສ່ວນ​ໜຶ່ງ​ຂອງ​ໂປຣ​ແກຣມ​ການ​ພັດ­ທະ­ນາ​ຂັ້ນ​ສູງ​ຂອງ Loyal Wingman ຫຼື ທີ່​ຮູ້­ຈັກ​ກັນ​ໃນ​ຊື່ Boeing Airpower Teaming System (ATS) ທີ່​ພັດ­ທະ­ນາ​ຂຶ້ນ​ເພື່ອ​ຕະ­ຫຼາດ​ການ​ປ້ອງ​ກັນ​ປະ­ເທດ​ໃນ​ທົ່ວ​ໂລກ ໂດຍ​ໄດ້​ຮ່ວມ​ມື​ກັບ​ກອງ­ທັບ​ອາ­ກາດ​ອົດ​ສະ​ຕຣາ​ລີ (RAAF) ແລະ ເງິນ​ລົງ­ທຶນ​ໃນ​ການ​ພັດ­ທະ­ນາ​ຈາກ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ 25,71 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ໂດຣນ Loyal Wingman ໃຊ້​ປັນ­ຍາ​ປະ­ດິດ (AI) ໃນ​ການ​ຂະ­ຫຍາຍ​ຂີດ​ຄວາມ​ສາ­ມາດ​ຂອງ​ຖານ​ທີ່​ໃຊ້​ຄົນ​ຄວບ​ຄຸມ ແລະ ໄຮ້​ຄົນ​ຄວບ​ຄຸມ ຊຶ່ງ​ເປັນ​ໂດຣນ​ລຳ​ທຳ​ອິດ​ທີ່​ໄດ້​ອອກ​ແບບ ແລະ ຜະ­ລິດ​ໃນ​ອົດ​ສະ​ຕຣາ​ລີ​ມາ​ເປັນ​ເວ­ລາ​ກວ່າ 50 ປີ ແລະ ເປັນ​ການ​ລົງ­ທຶນ​ໃນ​ໂດຣນ​ທີ່​ຫຼາຍ​ທີ່​ສຸດ​ນອກ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ຂອງ Boeing.

ໂດຣນ Loyal Wingman ຈັດ​ວ່າ​ເປັນ​ນະ​ວັດ­ຕະ​ກຳ ແລະ ຫົວ­ໃຈ​ສຳ­ຄັນ ໃນ​ການ​ປ້ອງ​ກັນ​ປະ­ເທດ​ອົດ​ສະ​ຕຣາ​ລີ​ໃນ​ອະ­ນາ­ຄົດ ຊຶ່ງ​ຈະ​ຕິດ​ຕັ້ງ​ອາ­ວຸດ​ເພື່ອ​ໃຊ້​ໃນ​ການ​ຕໍ່­ສູ້ ແລະ ການ​ປົກ​ປ້ອງ​ຊັບ​ສິນ ຢ່າງ​ເຊັ່ນ E-7A Wedgetail ເຮືອ­ບິນ​ເຕືອນ​ໄພ ແລະ ຄວບ​ຄຸມ​ເຮືອ­ບິນ​ແບບ​ແຝດ ລວມ​ທັງ​ໃຊ້​ໃນ​ການ​ປ້ອງ​ກັນ​ເຮືອ­ບິນ​ຮົບ​ໄອ​ພົ່ນ ເຊັ່ນ: F-35A ແລະ F/A-18E/F Super Hornet.

ໂດຣນ ໄດ້​ຮັບ​ການ​ອອກ​ແບບ​ທາງ​ວິ­ສະ­ວະ­ກຳ​ໂດຍ​ໃຊ້​ເຕັກ​ໂນ​ໂລ​ຊີ Digital Twins ໃນ​ການ​ຈຳ­ລອງ​ໂຄງ​ສ້າງ​ລະ­ບົບ​ຄວາມ​ສາ­ມາດ ແລະ ຂໍ້​ກຳ­ນົດ​ໃນ​ວົງ​ຈອນ​ຊີ­ວິດ​ທັງ​ໝົດ ລວມ​ທັງ​ໃຊ້​ລະ­ບົບ​ເຣ​ຊິນ​ອິນ​ຟິວ​ຊັນ​ຂອງ Boeing ໃນ​ການ​ຜະ­ລິດ​ຊິ້ນ​ສ່ວນ​ຂະ­ໜາດ​ໃຫຍ່ (ທີ່​ປະ­ຢັດ​ຕົ້ນ​ທຶນ) ແລະ ປະ­ກອບ​ເປັນ​ໂດຣນ​ດ້ວຍ​ຂະ​ບວນ​ການ​ຜະ­ລິດ​ຂັ້ນ​ສູງ.

ທຸ­ລະ​ກິດ​ໃນ​ດ້ານ​ປ້ອງ​ກັນ​ປະ­ເທດ ກຳ­ລັງ​ລົງ­ທຶນ​ໃນ​ເຕັກ​ໂນ​ໂລ​ຊີ​ອິດ­ສະ­ຫຼະ​ທີ່​ຄວບ​ຄຸມ​ດ້ວຍ​ຕົນ​ເອງ (ໂດຍ​ໃຊ້ AI) ເພີ່ມ​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ກອງ­ທັບ​ທົ່ວ​ໂລກ​ຕ່າງ​ເບິ່ງ​ຫາ​ວິ­ທີ​ທີ່​ປະ­ຢັດ ແລະ ປອດ​ໄພ​ສຳ­ລັບ​ຊັບ­ພະ­ຍາ­ກອນ​ຂອງ​ຕົນ​ຫຼາຍ​ທີ່​ສຸດ.

error: Content is protected !!