ເຈົ້າຄອງ ເຄື່ອນໄຫວຊຸກຍູ້ການດໍາເນີນທຸລະກິດຂອງວິສາຫະກິດກຸ່ມກະສິກໍາອິນຊີ ນວ

    ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວິສາຫະກິດກຸ່ມກະສິກໍາອິນຊີ ນະຄອນຫຼວງວຽງຈັນ (ນວ) ຫຼື ອິນຊີບ້ານເຮົາ (organic home) ວັນທີ 24 ສິງຫາ 2020 ທີ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ຄໍາພູ ພັນທະບູນ ຫົວໜ້າກຸ່ມກະສິກໍາອິນຊີ ນວ ມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ພ້ອມພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ດວງຈັນ ສີພາວັນ ຜູ້ບໍລິຫານວິສາຫະກິດ ກຸ່ມກະສິກໍາອິນຊີ ນວ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານອິນຊີບ້ານເຮົາ ປະຈໍາປີ 2019 ແລະ 6 ເດືອນຕົ້ນປີ 2020 ວ່າ: ວິສາຫະກິດກຸ່ມກະສິກໍາອິນຊີ ນວ ສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນໍາຂອງພະແນກກະສິກໍາ ແລະ ປ່າໄມ້ ນວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ ໄຈກາ ສົມທົບກັບເງິນກອງທຶນສະມາຊິກຊາວສວນກຸ່ມກະສິກໍາອິນຊີ ນວ ຈໍານວນໜຶ່ງ ມູນຄ່າ 5 ຕື້ກີບ ສ່ວນທຶນໝູນວຽນ ແລະ ລາຍຈ່າຍຕ່າງໆທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດປີ 2019-2020 ແມ່ນນໍາໃຊ້ທຶນສ່ວນຕົວຂອງນັກທຸລະກິດໝຸ່ມ 100% ໃນນີ້ ກຸ່ມກະສິກໍາອິນຊີ ນວ ປະກອບສ່ວນດ້ານສະຖານທີ່ ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆທີ່ມີຢູ່ແລ້ວ   ພ້ອມທັງອໍານວຍຄວາມສະດວກ   ຊີ້ນໍາສະມາຊິກຊາວສວນກຸ່ມດັ່ງກ່າວໃຫ້ຊ່ວຍປະກອບສ່ວນເປັນຜູ້ສະໜອງສິນຄ້າກະສິກໍາອິນຊີຫຼັກໆໃຫ້ແກ່ອິນຊີບ້ານເຮົາ ເຊິ່ງໄລຍະຜ່ານມາ ໄດ້ເລີ່ມເຮັດກະຕ່າຂອງຂັວນປີໃໝ່ທ້າຍປີ 2018 ເປີດຮ້ານອິນຊີບ້ານເຮົາ ສາຂາໂພນສະຫວ່າງ ໃນປີ 2019 ແລະ ເລີ່ມຕົບແຕ່ງຮ້ານດ້ວຍໄມ້ໄຜ່ເພື່ອປະດັບປະດາກຽມເປີດຮ້ານ ເລີ່ມເຮັດການຫຸ້ມຫໍ່ ພ້ອມທັງລົງທຶນປູກມັນຫວານຍີ່ປຸ່ນ ຢູ່ເມືອງແປກ ແຂວງຊຽງຂວາງ ເຮັດການຕະຫຼາດໂຄສະນາປະຊາສໍາພັນສື່ອອນລາຍຜ່ານ ເຟສບຸກ ແລະ ຕອບສະໜອງຂໍ້ມູນໃຫ້ລູກຄ້າທີ່ຕ້ອງການຮູ້ຈຸດເປີດຕະຫຼາດແຕ່ລະຈຸດ ນອກນີ້ ຍັງຊ່ວຍຊາວສວນຂາຍຜັກອໍເກນິກ ໂດຍການຈັດຊື້ແບບຈ່າຍເງິນສົດນໍາຊາວສວນໂດຍກົງ ແລະ ອື່ນໆ ລວມມູນຄ່າການລົງທຶນທັງໝົດ 7,4 ຕື້ກີບ ສາມາດເກັບລາຍຮັບໄດ້ພຽງແຕ່ 6 ຕື້ກວ່າກີບ ຂາດດຸນລາຍຮັບ 1,35 ຕື້ກີບ. 

    ສໍາລັບປີ 2020 ໄດ້ພັດທະນາເວັບໄຊ www.Organichomelao.com ເພື່ອຮອງຮັບລະບົບບັນຊີຮ້ານ ແລະ ການສັ່ງອອນລາຍຂອງລູກຄ້າທີ່ເປັນທັງຄົນລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ລາວ ເຊິ່ງໄລຍະການແຜ່ລະບາດພະຍາດໂຄວິດ-19 ໄດ້ປະກອບສ່ວນຈັດສົ່ງຜັກອໍເກນິກໃຫ້ລູກຄ້າຮອດເຮືອນຫຼາຍກວ່າ 700 ລາຍການ ມູນຄ່າການຊື້-ຂາຍຫຼາຍກວ່າ 1 ຕື້ກີບ ເນື່ອງຈາກວ່າລູກຄ້າພາກັນຢູ່ເຮືອນ ທົດລອງຊອກຖານລູກຄ້າທີ່ອາໄສຢູ່ຕ່າງແຂວງ ເພື່ອທົດລອງການຂະຫຍາຍຕະຫຼາດພາຍໃນປະເທດ ປັບຮູບແບບການລົງທຶນປູກມັນຫວານຍີ່ປຸ່ນ ຢູ່ເມືອງແປກ ແຂວງຊຽງຂວາງ ໂດຍການໄລ່ເປັນລາຄາສົ່ງເຂົ້າຮ້ານອິນຊີບ້ານເຮົາ ແລະ ອື່ນໆ ລວມມູນຄ່າການລົງທຶນ 6 ເດືອນຕົ້ນປີ ມີທັງໝົດ 2,27 ຕື້ກີບ ສາມາດເກັບລາຍຮັບໄດ້ທັງໝົດ 2,82 ຕື້ກີບ ສ່ວນທິດທາງໃນຕໍ່ໜ້າ ໂຄສະນາເວັບໄຊ ພັດທະນາແອັບເທິງມືຖື ເພື່ອງ່າຍສໍາລັບການສັ່ງຈອງ ພັດທະນາສິນຄ້າກະສິກໍາອິນຊີທີ່ສາມາດສ້າງລາຍຮັບເປັນປົກກະຕິໃຫ້ໄດ້ 8 ລາຍການຂຶ້ນໄປ ຮ້ານອິນຊີບ້ານເຮົາຈຶ່ງມີຄວາມຍືນຍົງ ສືບຕໍ່ເຮັດວຽກຮ່ວມກັບຊາວສວນຢ່າງໃກ້ຊິດ ເພື່ອພັດທະນາສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ ພັດທະນາຄຸນນະພາບການໃຫ້ບໍລິການໃຫ້ດີຂຶ້ນເທື່ອລະກ້າວ ໂດຍສະເພາະການຄັດເລືອກຜັກສົ່ງໃຫ້ທັນຕາມເວລາ ແຍກສະເພາະລູກຄ້າປະຈໍາ ແລະ ລູກຄ້າທົ່ວໄປ ພ້ອມທັງສ້າງຄວາມເປັນເອກະລັກດ້ານການບໍລິການ ໂດຍພັດທະນາການຫຸ້ມຫໍ່ ຈັດສົ່ງໂດຍບໍ່ນໍາໃຊ້ປລາສະຕິກ ເພື່ອດຶງດູດລູກຄ້າຕ່າງປະເທດ ແລະ ຊ່ວຍກັນຮັກສາສິ່ງແວດລ້ອມ.

  # ຂ່າວ & ພາບ: ຂັນທະວີ

error: Content is protected !!