ຍທຂ ນວ ເລັ່ງແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຖະໜົນ 450 ປີ

    ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ ລົງຮື້ຖອນປ້າຍໂຄສະນາທີ່ຕັ້ງຜິດລະບຽບເຂດສະຫງວນທາງ ຢູ່ຖະໜົນ 450 ປີ  ໃນວັນທີ 4…

ຄະນະນໍາຂັ້ນສູນກາງ ແລະ ນວ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

    ເພື່ອຕິດຕາມກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ສະນັ້ນວັນທີ 4 ກັນຍາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານບຸນຈັນ…

ສ້າງຂະບວນການອະນາໄມ ຕ້ອນຮັບວັນຊາດທີ 2 ທັນວາ

    ອົງການປົກຄອງເມືອງສີສັດຕະນາກ ສ້າງຂະບວນການອອກແຮງງານໃນວັນເສົາແດງ ຂຶ້ນໃນວັນທີ 5 ກັນຍາ 2020 ຢູ່ບໍລິເວນປົກຄອງເມືອງດັ່ງກ່າວ ເພື່ອເປັນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ໂດຍສະເພາະຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທີ່ຈະໜູນວຽນມາເຖິງອີກວາລະໜຶ່ງ…

ແນວລາວສ້າງຊາດ ນວ ຫວນຄືນມູນເຊື້ອພ້ອມປະດັບຫຼຽນກາລະນຶກ 70 ປີ

     ແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ໄດ້ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ຂຶ້ນວັນທີ 4 ກັນຍາ 2020 ທີ່ຫ້ອງວ່າການ ນວ ປາຖະກະຖາໂດຍທ່ານ ສີຫຸນ ສິດທິລືໄຊ…

ລົງນາມສັນຍາຮ່ວມຮຸ້ນ ສ້າງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ

    ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ລົງນາມສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDLT) ເພື່ອເປັນສັນຍະລັກການຮ່ວມມືການພັດ ທະນາສ້າງປະໂຫຍດຮ່ວມກັນໃນຂົງເຂດລະບົບນໍາສົ່ງໄຟຟ້າເປັນບາດກ້າວທໍາອິດ ຂຶ້ນວັນທີ 1 ກັນຍາ 2020 ຢູ່ສໍານັກງານໃຫຍ່ ຟຟລ ນະຄອນຫຼວງວຽງຈັນ.     ການສ້າງຕັ້ງບໍລິສັັດສາຍສົ່ງໄຟຟ້າແຫ່ງຊາດລາວ ແມ່ນການປະກອບສ່ວນສໍາຄັນໃນການສ້າງຄູ່ຮ່ວມຊະຕາກໍາ…

ບັນຫາປິ່ນອ້ອມຕຳແໜ່ງງານ

ກວ່າ​ສັງ­ຄົມ​ຈະ​ຍອມ­ຮັບ​ໃນ​ຖາ­ນະ​ຕຳ­ແໜ່ງ ອາດ​ຕ້ອງ​ໄດ້​ໃຊ້​ເວ­ລາ​ເກືອບ​ຊົ່ວ​ຊີ­ວິດ ແຕ່​ໃນ​ການ​ທຳ­ລາຍ​ກຽດ​ຊື່​ສຽງ​ນັ້ນ ອາດ​ໃຊ້​ເວ­ລາ​ພຽງ​ຊົ່ວ​ອຶດ​ໃຈ​ດຽວ. ລອງ​ຫວນ​ກັບ​ຄືນ​ໄປ​ເບິ່ງ​ວັນ​ເວ­ລາ​ກ່ອນ​ໜ້າ ທີ່​ຈະ​ບັນ­ລຸ​ເປົ້າ​ໝາຍ​ຂອງ​ການ​ມີ​ຖາ­ນະ​ຕຳ­ແໜ່ງ ຕ້ອງ​ໃຊ້​ເວ­ລາ ໃຊ້​ທຶນ­ຮອນ​ຫຼາຍ​ສ່ຳ​ໃດ ທີ່​ຈະ​ຄັດ​ເລືອກ​ເອົາ​ບຸ​ຄະ­ລາ​ກອນ​ຜູ້​ສືບ​ທອດ​ພາ­ລະ­ກິດ​ຂອງ​ພັກ ຂອງ​ຊາດ ຕ້ອງ​ໃຊ້​ເວ­ລາ​ອີກ​ເທົ່າ­ໃດ ຈຶ່ງ​ຈະ​ຄັດ​ເລືອກ​ຈາກ​ເປົ້າ​ໝາຍ​ພຽງ​ບໍ່​ທໍ່​ໃດ​ຄົນ ເຊິ່ງ​ເລີ່ມ​ຕັ້ງ­ແຕ່​ການ​ຊອກ​ຫາ​ບຸກ­ຄົນ ຂັ້ນ​ຕອນ​ຂອງ​ການ​ຄັດ​ເລືອກ ການ​ບັນ­ຈຸ​ເຂົ້າ​ໃນ​ຕຳ­ແໜ່ງ​ງານ ການ​ເຝີກ​ອົບ­ຮົມ…

ຄົນລະໄມ້ລະມືຄືເສັ້ນທາງສູ່ຜົນສຳເລັດ

ລະ­ດູ​ການ​ໃນ​ໄລ­ຍະ​ຍາມ​ຝົນ​ນີ້ ອາດ​ຈະ​ແປ​ປ່ວນ ເພາະ​ກຳ­ລັງ​ແຮງ​ຂອງ​ລົມ​ມໍ​ລະ​ສຸມ​ພັດ​ຜ່ານ​ມາ​ແບບ​ບໍ່​ຮູ້​ລ່ວງ​ໜ້າ ແລະ ບໍ່​ຄ່ອຍ​ເປັນ​ໄປ​ຕາມ​ການ​ພະ­ຍາ­ກອນ​ອາ­ກາດ​ປານ­ໃດ ເມື່ອ​ມີ​ພາ­ຍຸ​ຟ້າ​ຝົນ ລົມ​ແຮງ ງ່າ­ໄມ້ ຕົ້ນ­ໄມ້ ກໍ​ຫັກ ຫຼື ລົ້ມ​ຕັນ​ທາງ ເຮັດ​ໃຫ້­ການ​ຈະ­ລາ­ຈອນ​ອຸດ​ຕັນ ດັ່ງ­ນັ້ນ ໃນ​ກໍ­ລະ­ນີ​ນີ້ ຂໍ​ໃຫ້​ທຸກ​ຄົນ​ຊ່ວຍ​ກັນ​ແກ້​ໄຂ​ຍົກ​ສິ່ງ​ກີດ­ຂວາງ​ອອກ…

ປະກາດການຈັດຕັ້ງຮອງເຈົ້າເມືອງ ແລະ ຫ້ອງການອ້ອມຂ້າງເມືອງປາກງື່ມ

ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ປະ­ກາດ​ຈັດ​ຕັ້ງ​ຮອງ​ເຈົ້າ­ເມືອງ ແລະ ຫ້ອງ­ການ​ອ້ອມ​ຂ້າງ ຂຶ້ນ​ວັນ​ທີ 28 ສິງ­ຫາ​ຜ່ານ​ມາ ໂດຍ​ແຕ່ງ­ຕັ້ງ​ທ່ານ ກອງ​ມີ ສີ​ສະ­ໝຸດ ຄະ­ນະ​ປະ­ຈຳ​ພັກ​ເມືອງ ເປັນ​ຮອງ​ເຈົ້າ ເມືອງ​ປາກ​ງື່ມ ແຕ່ງ­ຕັ້ງ​ທ່ານ…

ເດືອນສິງຫາ 2020 ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດເຫດເກືອບ 70 ຄົນ

ໂດຍ​ອີງ​ຕາມ​ຂໍ້​ມູນ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ ປະ­ຈຳ​ເດືອນ​ສິງ­ຫາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໃນ​ວັນ​ທີ 3 ກັນ­ຍາ 2020 ຊາບ​ວ່າ: ໃນ​ເດືອນ​ສິງ­ຫາ​ຜ່ານ​ມາ ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 586 ກໍ­ລະ­ນີ ມີ​ຄົນ​ເສຍ​ຊີ­ວິດ​ຈຳ­ນວນ…

error: Content is protected !!