ພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ຈັດຂຶ້ນວັນທີ 10 ກັນຍາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ເຊັນໂດຍທ່ານນາງ ສີສົມບູນ ອານຸວົງ ກົວໜ້າກົມຮ່ວມມືສາກົນ ກະຊວງ ຜທ ແລະ ທ່ານ Yoshiharu YONEYAMA ຫົວໜ້າອົງການຮ່ວມມືຢີ່ປຸ່ນ ປະຈຳລາວ (JICA) ມີຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂຄງການດັ່ງກ່າວ ຈະສຸມໃສ່ປັບປຸງຄຸນນະພາບຂອງສະພາບແວດລ້ອມ ໃນການເຝິກສອນຄູອາຈານໃນລະດັບການສຶກສາກ່ອນໄວຮຽນ ປະຖົມສຶກສາ ແລະ ມັດທະຍົມສຶກສາ ດ້ວຍການກໍ່ສ້າງອາຄານ ເພື່ອອຳນວຍຄວາມສະດວກດ້ານການສຶກສາໃຫ້ແກ່ວິທະຍາໄລສ້າງຄູຈຳນວນ 8 ແຫ່ງຄື: ວິທະຍາໄລສ້າງຄູຄັງໄຂ ແຂວງຊຽງຂວາງ ຫຼວງພະບາງ ຫຼວງນ້ຳທາ ສະຫວັນນະເຂດ ສາລະວັນ ຈຳປາສັກ ດົງຄຳຊ້າງ ແລະ ວິທະຍາໄລສ້າງຄູບ້ານເກິນ ທັງນີ້ກໍເພື່ອເປັນການຍົກລະດັບການປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານໃນ ສປປ ລາວ ມູນຄ່າ 163 ຕື້ກວ່າກີບ ຫຼື 18.000.000 ໂດລາສະຫະລັດ ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນກັນຍາ 2020 ຫາ ເດືອນທັນວາ 2026 ພາຍຫຼັງເຊັນສັນຍາແລ້ວ ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດໂດຍອົງການ JICA ແລະ ກະຊວງສຶກສາທິການ ແລະ ກີລາ.