ເຜີຍແຜ່ລະບົບຄຸ້ມຄອງຜູ້ເສຍອາກອນ TaxRIS

ພິ­ທີ​ເປີດ​ນຳ​ໃຊ້-ເຜີຍ­ແຜ່​ລະ­ບົບ​ຄຸ້ມ​ຄອງ​ຜູ້​ເສຍ​ອາ­ກອນ ແທກ​ຣິ​ສ (TaxRIS) ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ­ຍາ 2020 ທີ່​ສະ­ໂມ­ສອນ​ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ​ໃຕ້​ເປັນ​ປະ­ທານ​ຂອງ​ທ່ານ ພົງ​ສະ­ຫວັນ ສິ­ລິ​ພັນ ເຈົ້າ­ເມືອງ​ສັງ​ທອງ ທ່ານ ຄຳ​ພັນ ພັນ­ທະ­ບັດ ຫົວ­ໜ້າ​ສ່ວຍ​ສາ​ອາ­ກອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຜູ້­ຕາງ­ໜ້າ​ຈາກ​ຄັງ​ເງິນ​ແຫ່ງ​ຊາດ ຫົວ­ໜ້າ​ຫ້ອງ­ການ​ອ້ອມ​ຂ້າງ​ເມືອງ ພ້ອມ​ດ້ວຍ​ບັນ­ດາ​ພາກ­ສ່ວນ​ທຸ­ລະ​ກິດ​ທົ່ວ​ເມືອງ​ເຂົ້າ​ຮ່ວມ.

ຜູ້​ເຂົ້າ​ຮ່ວມ​ໃນ​ຄັ້ງ​ນີ້ ໄດ້​ຮຽນ​ຮູ້​ກົນ​ໄກ​ການ​ຈັດ​ເກັບ​ອາ­ກອນ ການ​ແຈ້ງ​ມອບ​ອາ­ກອນ​ຕາມ​ຫົວ­ໜ່ວຍ​ກຳ­ນົດ ລະ­ບົບ​ແທກ​ຣິ​ສ (TaxRIS) ການ​ແຈ້ງ​ມອບ​ອາ­ກອນ​ດ້ວຍ​ຕົນ​ເອງ ປະ­ຫວັດ​ຄວາ​ເປັນ​ມາ​ຂອງ​ໂຄງ­ການ​ສ້າງ​ລະ­ບົບ​ຂໍ້​ມູນ​ຂ່າວ­ສານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍ​ສາ​ອາ­ກອນ (TaxRIS) ລະ­ບົບ​ຂໍ້​ມູນ​ຂ່າວ­ສານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍ​ສາ​ອາ­ກອນ (TaxRIS) ສື່​ຂ່າວ​ການ​ເຊື່ອມ​ຕໍ່​ລະ­ບົບ (TaxRIs) ການ​ຂະ­ຫຍາຍ​ການ​ນຳ​ໃຊ້​ລະ­ບົບ​ຂໍ້​ມູນ​ຂ່າວ­ສານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍ​ສາ​ອາ­ກອນ (TaxRIS) ວິ­ທີ​ການ​ແຈ້ງ online ແລະ ການ​ຊຳ­ລະ​ອາ­ກອນ​ແບບ​ທັນ​ສະ­ໄໝ ແລະ ກົນ​ໄກ​ການ​ຈັດ​ເກັບ​ອາ­ກອນ ນອກ­ຈາກ​ນັ້ນ ຍັງ​ໄດ້​ຮຽນ​ຮູ້​ການ​ຄຸ້ມ​ຄອງ​ການ​ແຈ້ງ-ມອບ​ພັນ­ທະ​ຕ່າງໆ​ແບບ​ທັນ​ສະ­ໄໝ ທັງ​ນີ້​ກໍ​ເພື່ອ​ແນ­ໃສ່​ປັບ­ປຸງ​ກົນ​ໄກ​ການ​ເກັບ​ລາຍ​ຮັບ​ໃຫ້​ມີ​ປະ­ສິດ­ທິ­ພາບ ມີ​ຄວາມ​ໂປ່ງ​ໃສ ທັນ​ເວ­ລາ ສອດ­ຄ່ອງ​ກັບ​ລະ​ລຽບ​ກົດ­ໝາຍ​ທີ່​ໄດ້​ກຳ­ນົດ​ໄວ້ ສ້າງ​ຄວາມ​ສະ­ດວກ​ໃຫ້​ແກ່​ຜູ້​ປະ­ຕິ­ບັດ​ພັນ­ທະ​ສ່ວຍ​ສາ​ອາ­ກອນ.

error: Content is protected !!