ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ກໍລະນີເປັນນັກກິລາລາວທີ່ເດີນທາງກັບມາຈາກຣັດເຊຍ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 11 ກັນຍາ 2020 ວ່າ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 1 ກໍລະນີ ເຊິ່ງເປັນອ້າຍນ້ອງນັກກິລາກອງທັບທີ່ເດີນທາງກັບຈາກປະເທດຣັດເຊຍ ພາຍຫຼັງສຳເລັດການແຂ່ງຂັນກິລາ ມາເຖິງປັດຈຸບັນ ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນລາວເພີ່ມຂຶ້ນເປັນ 23 ກໍລະນີ ປັດຈຸບັນ ປິ່ນປົວຫາຍດີແລ້ວ 21 ກໍລະນີ ຍັງເຫຼືອກໍລະນີທີ 22 ແລະ 23 ກໍາລັງປິ່ນປົວຢູ່ໂຮງໝໍມິດຕະພາບ.

 ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ກ່າວວ່າ: ມາຮອດ 17 ໂມງແລງ ຂອງວັນທີ 10  ກັນຍາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 3.296 ຄົນ ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວເຂົ້າຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 48 ສູນ ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.870 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 418 ຄົນ ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ ແຮງງານລາວມາແຕ່ຫວຽດນາມ 6 ຕົວຢ່າງ ແຮງງານລາວມາແຕ່ຈີນ 3 ຕົວຢ່າງ ບຸກຄົນທົ່ວໄປທີ່ມີອາການ 7 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 8 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອ ຈຳນວນ 1 ຕົວຢ່າງ ຄື: ເພດຊາຍ ອາຍຸ 29 ປີ ສັນຊາດ ລາວ ອາຊີບ ນັກກິລາກອງທັບ ບັນຊາລົດຖັງ ກ່ອນໜ້າເດີນທາງໄປຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ ເມືອງໄຊທານີ ກັກຕົວຢູ່ສູນຫຼັກ 27.

      ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ໃນວັນທີ 8 ສິງຫາ 2020 ເດີນທາງຈາກ ສປປ ລາວ ເວລາ 13:50 ໂມງ ໄປປະເທດຣັດເຊຍ ໂດຍຜ່ານ ປະເທດຫວຽດນາມ ຜູ້ກ່ຽວເດີນທາງໂດຍສາຍການບິນເໝົາລຳຫວຽດນາມ ໄປຣັດເຊຍ ກ່ອນໜ້າເດີນທາງອອກ ສປປ ລາວ ຜູ້ກ່ຽວໄດ້ກວດຫາເຊື້ອ COVID-19 (ຄັ້ງທີ 1) ເວລາ 9:00 ໂມງ ວັນທີ 9 ສິງຫາ 2020 ເດີນທາງຮອດຣັດເຊຍ ທີມແພດໄດ້ເກັບຕົວຢ່າງ ກວດຫາເຊື້ອ COVID-19 ໃນມື້ທຳອິດ ແລະ ກັກຕົວຢູ່ໂຮງແຮມແຕ່ວັນທີ 9 ຫາ ວັນທີ 11 ສິງຫາ 2020 ຜົນກວດຄັ້ງທີ 2 ບໍ່ພົບເຊື້ອ COVID-19 ວັນທີ 12 ສິງຫາ ຫາ ວັນທີ 7 ກັນຍາ 2020 ຢູ່ຄ້າຍທະຫານ ເວລາໄປຮອດຄ້າຍທະຫານ ໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອ COVID-19 (ຄັ້ງທີ 3) ແລະ ຜົນກວດແມ່ນບໍ່ພົບເຊື້ອ ທີມງານນັກກິລາ ໄດ້ອາໄສຢູ່ຄ້າຍທະຫານ ຈົນຮອດມື້ເດີນທາງກັບ ສປປ ລາວ ເວລາກິນອາຫານແມ່ນກິນແບບບຸບເຟ່ ໃນໄລຍະທີ່ຢູ່ ຣັດເຊຍ ບໍ່ໄດ້ໄປຮວ່ມກຸ່ມກັບທີມງານຊາດອື່ນ  ວັນທີ 26 ສິງຫາ 2020 ມີໄຂ້ຄີງຮ້ອນ ໄດ້ພົບແພດ ໄດ້ກິນຢາດີຫວັດ ແລະ ຢາຕ້ານເຊື້ອ ຈໍານວນ 2 ແຜງ ຫຼັງຈາກນັ້ນ ອາການດີຂື້ນ  ວັນທີ 7 ກັນຍາ 2020 ເດີນທາງຈາກຣັດເຊຍ ມາຫວຽດນາມ ໃນຖ້ຽວບິນມີຜູ້ໂດຍສານທັງໝົດປະມານ 200 ກວ່າຄົນ ໃນນັ້ນມີຄົນສັນຊາດຫວຽດນາມປະມານ 100 ກວ່າຄົນ ຍົນໄດ້ລົງສະໜາມບິນຫວຽດນາມ ເພື່ອໃຫ້ຜູ້ໂດຍສານຫວຽດນາມລົງ ແຕ່ຜູ້ໂດຍສານຄົນລາວນັ່ງຖ້າໃນຍົນ ມາຮອດຫວຽດນາມ ວັນທີ 8 ກັນຍາ 2020 ຜູ້ໂດຍສານເທິງເຮືອບິນທັງໝົດ ໄດ້ໃສ່ຊຸດປ້ອງກັນຕົວ (PPE) ຜູ້ກ່ຽວນັ່ງຕັ່ງເລກທີ 51 E ເຊິ່ງເຮືອບິນໄດ້ມາຮອດຫວຽດນາມ ຈາກນັ້ນ ຖ້ຽວບິນດັ່ງກ່າວໄດ້ບິນຈາກຫຽດນາມ ມາ ສປປ ລາວມີຜູ້ໂດຍສານທັງໝົດ 101 ຄົນ (ນັກກິລາທະຫານ 42 ນັກຮຽນທະຫານ 43 ຈຸບິນ 7 ຄົນ ແພດ 4 ຄົນ ແລະ 5 ຄົນ ແມ່ນນັກສຶກສາຝ່າຍປົກຄອງພົນລະເຮືອນ ເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດ້ວຍລົດເມ ຜູ້ໂດຍສານທັງໝົດໄດ້ແກ້ຊຸດປ້ອງກັນຕົວ (PPE) ຢູ່ລົດເມ ກ່ອນລົງສູນກັກກັນຫຼັກ 27 ໄດ້ເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ) ໃນເວລາຢູ່ສູນກັກກັນ ລາວອາໄສຢູ່ກັບໝູ່ 2 ຄົນ ວັນທີ 9 ກັນຍາ 2020 ຜົນກວດຫາເຊື້ອ COVID-19 ບໍ່ຊັດເຈນ ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 9:30 ໂມງ ຕົວຢ່າງມາຮອດສູນວິເຄາະ ແລະ ລະບາດວິທະຍາ ໃນເວລາ 11:00 ໂມງ ຜົນກວດອອກມາພົບເຊື້ອພະຍາດ COVID-19 .

ສ່ວນລະບຸການສຳຜັດໃກ້ຊິດ ໃນຈຳນວນຜູ້ໂດຍສານ 101 ຄົນແມ່ນມີຄວາມສ່ຽງທັງໝົດ ເພາະເດີນທາງມາຈາກປະເທດທີ່ມາການລະບາດ ຄົນຂັບລົດໄປຮັບ 3 ຄົນ ອີງຕາມຂໍ້ມູນທີ່ໄດ້ຮັບເບື້ອງຕົ້ນ ມີ 4 ຄົນທີ່ໄດ້ສໍາຜັດໃກ້ຊິດກັບກໍລະນີຢັ້ງຢືນ ໃນນັ້ນ 2 ທ່ານ ແມ່ນນອນຮ່ວມຫ້ອງຢູ່ຫຼັກ 21 ແລະ ອີກ 2 ທ່ານ ທີ່ນັ່ງໃກ້ຊິດເທິງເຮືອບິນ (1 ທ່ານແມ່ນມີຂໍ້ມູນແຕ່ອີກ 1 ທ່ານແມ່ນຜູ້ກ່ຽວບໍ່ຮູ້ຊື່) ໃນຈຳນວນ 104 ຄົນ (ຜູ້ໂດຍສານ 101 ຄົນ ແລະ ຄົນຂັບລົດ 3 ຄົນ) ແມ່ນໄດ້ເກັບຕົວຢ່າງທັງໝົດແລ້ວ 103 ຄົນ ແມ່ນກວດບໍ່ພົບເຊື້ອ ແລະ ພົບເຊື້ອແມ່ນ 1 ຄົນ ຄື ກໍລະນີ 23 ປັດຈຸບັນແມ່ນພວມປິ່ນປົວຢູ່ໂຮງໝໍມິດຕະພາບ.

error: Content is protected !!