ເພື່ອຊຸກຍູ້ສົ່ງເສີມສິນຄ້າພາຍໃນ ໂດຍສະເພາະສິນຄ້າໂອດ໊ອບໃຫ້ມີຄວາມເຂັ້ມແຂງໃຫ້ສົມກັບຄຳເວົ້າທີ່ວ່າ ລາວຜະລິດ ລາວໃຊ້ ລາວໄດ້ ລາວຈະເລີນ ດັ່ງນັ້ນບໍລິສັດລາວເບັສຈຳກັດ ໄດ້ເຕົ້າໂຮມເອົາສິນຄ້າພາຍໃນທີ່ປະຊາຊົນຜະລິດແຕ່ພາກເໜືອຮອດພາກໃຕ້ມາວາງຂາຍຢູ່ຊັ້ນ 2 ສູນການຄ້າທາດຫຼວງພລາຊາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດທຸກວັນເລີ່ມແຕ່ເວລາ 9-20:00 ໂມງ

ນັບແຕ່ນີ້ເປັນຕົ້ນໄປ ປັດຈຸບັນ ໄດ້ມີຫົວໜ່ວຍທຸລະກິດໄດ້ນຳເອົາສິນຄ້າຂອງຕົນມາວາງຂາຍເປັນຈຳນວນຫຼາຍ ນອກຈາກສິນຄ້າຂອງລາວແລ້ວ ຍັງມີສິນຄ້າໂອທອບຂອງປະເທດໄທຈຳນວນໜຶ່ງມາວາງຂາຍຮ່ວມ ເພື່ອໃຫ້ມີສີສັນໃນການແລກປ່ຽນສິນຄ້າຂອງປະຊາຊົນສອງປະເທດລາວ-ໄທຕື່ມອີກ.

ດັ່ງນັ້ນຂໍເຊີນຊວນໄປທ່ຽວຊົມ ແລະ ຈັບຈ່າຍຊື້ສິນຄ້າຂອງລາວທີ່ມີຄຸນນະພາບຢູ່ສະຖານທີ່ແຫ່ງດັ່ງກ່າວ ເປີດທຸກວັນ ເພື່ອພ້ອມກັນສົ່ງເສີມສິນຄ້າພາຍໃນເຮົາບໍ່ໃຫ້ເງິນຕາຮົ່ວໄຫຼ ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ.
