ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກ ພຊສ ນວ

    ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ຈັດຂຶ້ນວັນທີ 11 ກັນຍາ 2020 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ບຸນມາ ເທບສົມບັດ ຮັກສາການເລຂາຄະນະພັກຮາກຖານ ພະແນກ ພຊສ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ຄະນະປະຈໍາພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະຫາຍ ແອງພອນ ແພງສຸວັນ ຮັກສາການຫົວໜ້າພະແນກ ພຊສ ນວ ພ້ອມດ້ວຍຄະນະພັກຮາກຖານ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ສະຫາຍ ບຸນຊົມ ຊົງວິໄລ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ພຊສ ນວ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກວ່າ: 5 ປີ ຜ່ານມາ ຄະນະພັກຮາກຖານພະແນກ ພຊສ ນວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສຶກສາອົບຮົມການເມືອງແນວຄິດ ສະມາຊິກພັກ ພະນັກງານ-ລັດຖະກອນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ແນວທາງນະໂຍບາຍຂອງພັກ-ລັດ ແລະ ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານໃນແຕ່ລະດ້ານທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດເປັນກ້າວໆ ເປັນຕົ້ນ ວຽກງານວິຊາສະເພາະ ໄດ້ສຳເລັດການສໍາຫຼວດ  ເກັບກໍາຂໍ້ມູນ  ແລະ ກໍານົດຫົວໜ່ວຍລາຄາທົດແທນທີ່ດິນໃຫ້ຜູ້ຖືກຜົນກະທົບຈາກໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ສະເໜີຂໍເຊົ່າ ແລະ ສຳປະທານທີ່ດິນ 15 ໂຄງການ ລວມມີ 5.411 ຕອນ ໃນນັ້ນ ດິນລັດ 709 ຕອນ ດິນບຸກຄົນ 4.292 ຕອນ ດັດແກ້ໃບຕາດິນສໍາເລັດ 1.406 ຕອນ ໄດ້ຮັບການຊົດເຊີຍ 2.257 ຕອນ ມີມູນຄ່າ 602,06 ຕື້ກີບ ໂຄງການທີ່ພົ້ນເດັ່ນມີໂຄງການ 7 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງ 450 ປີ ມີ 539 ຕອນ ສໍາເລັດ 446 ຕອນ ບໍ່ມາເອົາຄ່າທົດແທນ 93 ຕອນ ໂຄງການກໍ່ສ້າງເສັ້ນທາງດອນນົກຂຸ້ມ ຫາເສັ້ນທາງ 450 ປີ 774 ຕອນ ແກ້ໄຂແລ້ວ 394 ຕອນ ຍັງເຫຼືອ 380 ຕອນ ໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ມີ 603 ຕອນ ແກ້ໄຂແລ້ວ 598 ຕອນ ຍັງເຫຼືອ 5 ຕອນ ໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄລຍະທີ່ 1 ມີ 1.072 ຕອນ ໃນນັ້ນ ຢູ່ໃນຂັ້ນຕອນຮັບການທົດແທນ ແລະ ປະເມີນມູນຄ່າທົດແທນໄລຍະທີ 2 ມີ 488 ຕອນ.

   ໄດ້ຄົ້ນຄວ້າກັບພາກສ່ວນກ່ຽວຂ້ອງ ແກ້ໄຂຂໍ້ຂັດແຍ່ງທີ່ດິນທາງດ້ານບໍລິຫານ 2.972 ກໍລະນີ ແກ້ໄຂໄດ້ຂາດຕົວ 463 ກໍລະນີ ໃນນີ້ ຂໍ້ຂັດແຍ່ງບຸກຄົນກັບລັດມີ 171 ກໍລະນີ ຂໍ້ຂັດແຍ່ງບຸກຄົນກັບນິຕິບຸກຄົນມີ 335 ກໍລະນີ ຂໍ້ຂັດແຍ່ງບຸກຄົນກັບບຸກຄົນມີ 2.466 ກໍລະນີ ຄໍາສັ່ງອາຍັດຊັບ 630 ກໍລະນີ ຂໍຈັດປະເພດທີ່ດິນຄືນໃໝ່ 634 ກໍລະນີ  ແກ້ໄຂບັນຫາການອອກໃບຕາດິນຊໍ້າຊ້ອນຢ່າງຂາດຕົວ ແລະ ໄດ້ນໍາໃຊ້ລະບົບເຕັກນິກທັນສະໄໝ ເຂົ້າໃນການກວດກາເຄົ້າມູນທີ່ດິນ ເພື່ອປ້ອງກັນການສະເໜີອອກໃບຕາດິນຊໍ້າຊ້ອນ  ສາມາດສ້າງສໍາມະໂນຕາດິນຂັ້ນບ້ານໄດ້ 282.517 ຕອນ ໃນນັ້ນໄດ້ບັນທຶກເຂົ້າໃນຖານຂໍ້ມູນ 211.624 ຕອນ ທຽບໃສ່ແຜນການປະຕິບັດໄດ້ 75%

     ນອກນັ້ນ ຍັງໄດ້ເອົາໃຈໃສ່ເກັບຂໍ້ມູນ-ຂຶ້ນບັນຊີແຫຼ່ງປ່ອຍນໍ້າເປື້ອນຈາກກິດຈະການຕ່າງໆ ຢູ່ໃນເທດສະບານ 4 ເມືອງໄດ້ 20 ເປົ້າໝາຍ ເກັບຕົວຢ່າງນໍ້າເປື້ອນ ແລະ ວິໄຈຄຸນນະພາບນໍ້າເປື້ອນຢູ່ຕາມຄອງລະບາຍນໍ້າສາທາລະນະ ແລະ ຫ້ວຍນໍ້າທໍາມະຊາດ ເພື່ອເປັນຖານຂໍ້ມູນໃນການຄວບຄຸມຄຸນນະພາບນໍ້າເປື້ອນໃນ ນວ  ໄດ້ຄຸ້ມຄອງພິຈາລະນາອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ ແລະ ນໍ້າໃຕ້ດິນ ໃຫ້ຫົວໜ່ວຍທຸລະກິດໄດ້ 45 ໂຄງການ ຊຸກຍູ້ ແລະ ປຸກລະດົມໃຫ້ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການປະຕິບັດພັນທະຄ່າຊັບພະຍາກອນນໍ້າໄດ້ 64 ກິດຈະການ ເກັບຂໍ້ມູນແຫຼ່ງນໍ້າທໍາມະຊາດເຊັ່ນ: ສາຍຫ້ວຍ ໜອງ ຄອງ ບຶງ ຢູ່ໃນ 5 ເມືອງນອກສໍາເລັດ ແລະ ອື່ນໆ.

    ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ ຄະນະພັກຮາກຖານ ພຊສ ນວ ຈະສືບຕໍ່ສຸມໃສ່ເຂົ້າໃນວຽກງານວິຊາສະເພາະແຕ່ລະດ້ານ ຕາມ 6 ຄາດໝາຍຕົ້ນຕໍ ເປັນຕົ້ນ ຮັບປະກັນການນໍາໃຊ້ ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ນວ ສູ້ຊົນສໍາຫຼວດວັດແທກ ແລະ ຂຶ້ນທະບຽນອອກໃບຕາດິນທີ່ຍັງເຫຼືອ 35.000 ຕອນໃຫ້ສໍາເລັດ ແລະ ຈັດສັນທີ່ດິນຈຸລະພາກໃນ 481 ບ້ານຂອງ ນວ ສ້າງຄຸນນະພາບສິ່ງແວດລ້ອມໃນຕົວເມືອງ ແລະ ຊານເມືອງໃຫ້ສີຂຽວ ສະອາດ ງາມຕາ ແລະ ມີຄວາມຍືນຍົງ.

    ໂອກາດນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານພະແນກ ພຊສ ນວ ຊຸດໃໝ່ 7 ສະຫາຍ ໃນນັ້ນ ເລືອກເອົາສະຫາຍ ບຸນຊົມ ຊົງວິໄລ ເປັນເລຂາ ສະຫາຍ ແອງພອນ ແພງສຸວັນ ເປັນຮອງເລຂາ ທັງເປັນປະທານກວດກາ ສະຫາຍ ຄໍາຕັນ ແກ້ວຫາວົງ ເປັນຮອງປະທານກວດກາພັກ ສະຫາຍ ບຸນທະວີ ສີທຸມທອງ ສະຫາຍ ນາງ ລົດຈະນາ ພວງມະນີວົງ  ສະຫາຍ ຜາວັນ ສີຫາວົງ ແລະ ສະຫາຍ ສີວິໄຊ ສາລີວັນ ເປັນຄະນະ  ໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ  5 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ VII ຂອງອົງຄະນະພັກ ນວ. 

     ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງ ເພື່ອໃຫ້ທິດເຍືອງທາງແກ່ຄະນະພັກຊຸດໃໝ່ຕື່ມອີກ.

error: Content is protected !!