ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຮາກຖານ ພະແນກພາຍໃນ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11 ກັນຍາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ບຸນທາມ ພຸດທະວົງສາ ກຳມະການພັກ ນວ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກພາຍໃນ ນວ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີຫຸນ ສິດທິລືໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງເຈົ້າຄອງ ນວ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນຕີລາຄາເຖິງການເຄື່ອນໄຫວ ການຊີ້ນຳພາຂອງຄະນະໜ່ວຍພັກໄລຍະຜ່ານມາ ເພື່ອຊອກໃຫ້ເຫັນຜົນງານດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ພ້ອມນັ້ນ ໄດ້ພ້ອມກັນຄົ້ນຄວ້າກຳນົດທິດທາງແຜນການໃນຕໍ່ໜ້າ ທີ່ຈະສູ້ຊົນປະຕິບັດແຕ່ປີ 2020-2025 ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ແລະ ຈະໄດ້ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແປງຢ່າງຕໍ່ເນື່ອງ ພິເສດ ກອງປະຊຸມໄດ້ຮັບຟັງການໂອ້ລົມທີ່ເປັນທັດສະນະຊີ້ນຳອັນເລິກເຊິ່ງ ໜັກແໜ້ນ ຂອງສະຫາຍ ສີຫຸນ ສິດທິລືໄຊ ເພື່ອເປັນທິດຊີ້ນຳໃຫ້ຄະນະພັດຊຸດໃໝ່ນີ້ ນຳໄປຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ້ເກີດດອກອອກຜົນ.
