ອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳລາວ (WWF-Laos) ສະໜັບສະໜູນປ່ອຍປາລົງສູ່ວັງສະຫງວນ ແລະ ສຳເລັດການຕິດຕັ້ງປ້າຍວັງສະຫງວນຢູ່ແຂວງສະຫວັນນະເຂດ ໃນຕົ້ນເດືອນກັນຍາ 2020 ນີ້ ໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ໄດ້ສຳເລັດການສ້າງຕັ້ງວັງສະຫງວນ ຈຳນວນ 10 ວັງ ໃນ 10 ບ້ານເປົ້າໝາຍຂອງໂຄງການ ພ້ອມສ້າງຕັ້ງທີມງານກວດກາ-ຕິດຕາມ ແລະ ປ່ອຍປາລົງເຂດວັງສະຫງວນທັງໝົດຫຼາຍກວ່າ 5.000 ໂຕ.

ທ່ານ ກົງແສງ ວັນນະຈອມຈັນ ວິຊາການດ້ານຊະນິດພັນ ແລະ ການປະມົງ ຂອງໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ການປ່ອຍປາລົງວັງສະຫງວນ ແມ່ນມີຂຶ້ນຫຼັງມີການປະກາດພື້ນທີ່ເຂດອະນຸຮັກ ພ້ອມລະບຽບຄຸ້ມຄອງຂອງທັງ 10 ບ້ານ (ກວມເອົາເມືອງພີນ ເມືອງທ່າປາ’ທອງ ແລະ ເມືອງສອງຄອນ ແຂວງສະຫວັນນະເຂດ) ທີ່ນອນຢູ່ໃນເຂດໂຄງການ ເຊິ່ງການສ້າງຕັ້ງວັງສະຫງວນ ຖືເປັນໜຶ່ງໃນວິທີຕໍ່ການອະນຸຮັກປາໃນເຂດແມ່ນ້ຳຂອງ ແລະ ສາຍນ້ຳສາຂາ ໂດຍອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳລາວ (WWF-Laos) ໃນໄລຍະ 10 ກວ່າປີທີ່ຜ່ານມາ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ສ້າງຕັ້ງວັງສະຫງວນໄດ້ປະມານ 300 ກວ່າວັງ ໃນຈຳນວນວັງສະຫງວນທັງໝົດທີ່ມີຢູ່ປະມານ 880 ກວ່າວັງ ໃນ ສປປ ລາວ ເຮົາ.

ສຳລັບທຸກວັງສະຫງວນ ໄດ້ມີການຕິດຕັ້ງປ້າຍ ໝາຍເຂດແດນ ແລະ ປ້າຍຂໍ້ຫ້າມຕ່າງໆ-ກິດຈະກຳການຕັ້ງປ້າຍແມ່ນຈະນຳມາແບ່ງປັນໃຫ້ຮູ້ນຳໃນໄວໆນີ້ ເຊິ່ງໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມ ຢູ່ເຂດສາຍນ້ຳເຊບັ້ງຫຽງ ມີຄູ່ຮ່ວມງານຕໍ່ການຈັດຕັ້ງປະຕິບັດໂຄງການໂດຍກົມລ້ຽງສັດ ແລະ ການປະມົງ (ຜ່ານພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ) ແລະ WWF-Laos.
