ອຸຍນີເຊັບ ມອບລົດຊ່ວຍເຫຼືອໃຫ້ສະຫະພັນແມ່ຍິງ

     ອົງການອຸຍນິເຊັບ (UNICEF) ປະຈໍາລາວ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ສະຫະພັນແມ່ຍິງລາວ ໃນວັນທີ 10 ກັນຍາ 2020 ທີ່ສູນເຝິກອົບຮົມສູນກາງສະຫະພັນແມ່ຍິງລາວ ເພື່ອສະໜັບສະໜູນຂົງເຂດວຽກງານການແກ້ໄຂທຸກຮູບແບບຄວາມຮຸນແຮງ ແລະ ການຄ້າມະນຸດໃນແມ່ຍິງ ແລະ ເດັກນ້ອຍ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຕາງໜ້າມອບໂດຍ ທ່ານນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ  ຕາງໜ້າກ່າວຮັບໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

     ສຳລັບເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ: ລົດຕູ້ 1 ຄັນ ຄອມພິວເຕີ 12 ໜ່ວຍ ເຄື່ອງພິມ 6 ເຄື່ອງ ເຄື່ອງສາຍພາບ (ໂປຣເຈັກເຕີ) 3 ຊຸດ ເຄື່ອງແຈກສັນຍານອິນເຕີເນັດ 6 ອັນ ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫຼີ້ນຂອງເດັກເພື່ອການຮຽນຮູ້ ສ້າງຈິນຕະນາການ ແລະ ເພື່ອການຜ່ອນຄາຍ ລວມມູນຄ່າຫຼາຍກວ່າ 48.540 ໂດລາສະຫະລັດ ຫຼືປະມານ 443 ລ້ານກວ່າກີບ ເຊິ່ງຄາດວ່າຈະມີເດັກ ແລະ ແມ່ຍິງຫຼາຍກວ່າ 1.000 ຄົນ ຈະໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອຄັ້ງນີ້.

error: Content is protected !!