ທພລ ຮ່ວມມືກັບສະຖາບັນການເງິນຈຸນລະພາກ ໃຫ້ລູກຄ້າດຳເນີນທຸລະກຳດ້ານການເງິນສະດວກ

ພິ­ທີ​ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ບໍ­ລິ­ການ ຜ່ານ​ລະ­ບົບ​ທະ­ນາ­ຄານ​ພັດ­ທະ­ນາ​ລາວ (ທພລ) ລະ­ຫວ່າງ ທພລ ສະ­ມາ­ຄົມ​ການ​ເງິນ​ຈຸນ­ລະ­ພາກ ພ້ອມ​ດ້ວຍ 7 ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ ປະ­ກອບ​ມີ ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ (ສກຈບ) ສະ­ເຫຼີມ​ສຸກ ສກຈບ ສີ​ສົມ­ບັດ ສກຈບ ເພື່ອ​ການ​ພັດ­ທະ­ນາ ແລະ ສົ່ງ­ເສີມ​ທຸ­ລະ​ກິດ (ບີ​ດີ​ພີ) ສກຈບ ດອກ​ຄູນ ຈຳ­ກັດ ສກຈບ ໄຊ​ທາ­ນີ ສກຈບ ແອວ​ເອ​ທີ ແລະ ສກຈບ ໄພ­ສານ​ລ້ານ​ຊ້າງ ໄດ້​ຈັດ​ຂຶ້ນ​ວັນ​ທີ 10 ກັນ­ຍາ 2020 ທີ່​ສຳ­ນັກ­ງານ​ໃຫຍ່​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ໂດຍ​ການ​ລົງ​ນາມ​ຂອງ​ທ່ານ ສູນ​ທອນ ສິນ​ປະ­ເສີດ ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່ ທພລ ແລະ ຜູ້­ອຳ­ນວຍ­ການ​ສະ­ມາ­ຄົມ​ການ​ເງິນ​ຈຸນ­ລະ­ພາກ ພ້ອມ​ດ້ວຍ ຜູ້­ອຳ­ນວຍ­ການ 7 ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ ມີ​ທ່ານ ອາ­ຄົມ ປຣະ​ເສີດ ຜູ້­ອຳ­ນວຍ­ການ​ໃຫຍ່ ທພລ ທ່ານ ນາງ ຂັນ​ມະ­ນີ ສຸ​ທຳ​ມະ​ວົງ ຮອງ​ປະ­ທານ​ສະ­ພາ​ບໍ­ລິ­ຫານ​ສະ­ມາ­ຄົມ​ການ​ເງິນ​ຈຸນ­ລະ­ພາກ ທ່ານ ພັນ­ທະ​ບູນ ໄຊ​ຍະ​ເພັດ ຮອງ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ທະ­ນາ­ຄານ​ແຫ່ງ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ການ​ເຊັນ​ສັນ­ຍາ​ຮ່ວມ​ມື​ກັນ​ໃນ​ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ອັນ​ດີ​ໃນ​ການ​ຮ່ວມ​ມື​ກັນ ລະ­ຫວ່າງ​ຂົງ­ເຂດ​ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ ແລະ ຂົງ­ເຂດ​ທະ­ນາ­ຄານ ເປັນ​ການ​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ເຂົ້າ​ມາ​ປະ­ກອບ­ສ່ວນ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ​ພະ­ນັກ­ງານ ການ​ຊຳ­ລະ​ຄ່າ​ງວດ​ສິນ​ເຊື່ອ ສຳ­ລັບ​ລູກ​ຄ້າ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ ການ​ໃຫ້​ບໍ­ລິ­ການ​ຝາກ ຫຼື ຖອນ ໃຫ້​ແກ່​ລູກ​ຄ້າ​ຂອງ​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ແນ­ໃສ່​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ແກ່​ພະ­ນັກ­ງານ ແລະ ລູກ​ຄ້າ​ຂອງ​ທະ​ນານ​ຄານ​ພັດ­ທະ­ນາ​ລາວ ແລະ ລູກ​ຄ້າ​ຂອງ​ແຕ່​ລະ­ສະ​ຖາ​ບັນ​ການ​ເງິນ​ຈຸນ­ລະ­ພາກ ໃຫ້​ສາ­ມາດ​ດຳ­ເນີນ​ທຸ­ລະ​ກຳ​ທາງ​ດ້ານ​ການ​ເງິນ​ໄດ້​ສະ­ດວກ ພ້ອມ​ທັງ​ເປັນ​ການ​ກະ​ຕຸ້ນ​ລູກ​ຄ້າ​ເຂົ້າ​ມາ​ໃຊ້​ບໍ­ລິ­ການ​ຫຼາຍ​ຂຶ້ນ ເປັນ​ການ​ປະ­ກອບ­ສ່ວນ​ກະ­ຕຸກ​ຊຸກ­ຍູ້​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ ຫັນ​ໄປ​ສູ່​ການ​ນຳ​ໃຊ້​ລະ­ບົບ​ເອ​ເລັກ​ໂຕຣ​ນິກ​ໃນ​ການ​ຊຳ­ລະ​ສະ​ສາງ​ຫຼາຍ​ຂຶ້ນ ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ທີ່​ຂັ້ນ​ເທິງ​ວາງ​ອອກ ທັງ​ຮັບ­ປະ­ກັນ​ຄວາມ​ຖືກ­ຕ້ອງ ວ່ອງ­ໄວ ແລະ ປອດ​ໄພ.

error: Content is protected !!