ຍີ່ປຸ່ນ ຊ່ວຍປັບປຸງອາຄານໃຫ້ບັນດາວິທະຍາໄລສ້າງຄູ 8 ແຫ່ງໃນປະເທດລາວ
ພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ຈັດຂຶ້ນວັນທີ 10 ກັນຍາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ເຊັນໂດຍທ່ານນາງ ສີສົມບູນ…
ບຳບັດຕໍ້ຫີນ ດ້ວຍຝາມື
“ຕໍ້ຫີນ” ເຖິງແມ່ນເປັນໂລກທີ່ບໍ່ອັນຕະລາຍເຖິງຂັ້ນເສຍຊີວິດ ແຕ່ວ່າສາມາດສົ່ງຜົນຮ້າຍ ເຮັດໃຫ້ສູນເສຍການເບິ່ງເຫັນທັນທີ ເພາະຄວາມຜິດປົກກະຕິຂອງຄວາມດັນພາຍໃນໜ່ວຍຕາທີ່ຄ່ອຍໆເພີ່ມສູງຂຶ້ນຢ່າງຊ້າໆ ຈາກການອັ່ງຂອງຂອງແຫຼວພາຍໃນໜ່ວຍຕາ ຈົນທຳລາຍປະສາດຕາ ເຮັດໃຫ້ເລືອດມາລ້ຽງປະສາດຕາໄດ້ບໍ່ດີເທົ່າທີ່ຄວນ ສົ່ງຜົນໃຫ້ປະສາດຕາເສື່ອມ ຂົ້ວປະສາດຕາຖືກທຳລາຍ ສາຍຕາຈະມົວລົງຈົນສູນເສຍການເບິ່ງເຫັນໃນທີ່ສຸດ. ຊຶ່ງປັດຈຸບັນ ຕໍ້ຫີນສ່ວນໃຫຍ່ ປິ່ນປົວໃຫ້ກັບມາເປັນປົກກະຕິບໍ່ໄດ້ ແຕ່ການປິ່ນປົວທີ່ຖືກຕ້ອງ ສາມາດຖະໜອມສາຍຕາ…
ກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ
ເລື່ອງໄດ້ຍິນເປັນປະຈຳໃນສັງຄົມສູ່ມື້ນີ້ ແມ່ນກະທຳໄປຍ້ອນຮູ້ເທົ່າບໍ່ເຖິງການ ຈຸດປະສົງຂອງຜູ້ໃຊ້ເວົ້າແນວນີ້ ແມ່ນເພື່ອຫຼີກລຽງຈາກການທີ່ຜູ້ອື່ນຈະເອົາຄວາມຜິດ ໃຫ້ກາຍເປັນການອະໂຫສິກຳ ຫຼື ໃຫ້ອະໄພໃຫ້ກັນແລະກັນ ຍ້ອນການກະທຳຜິດເລັກໆນ້ອຍໆໃຫ້ກາຍເປັນຜູ້ບໍ່ມີຄວາມຜິດ ຫຼື ຜິດໜັກໜາ ກໍຂໍໃຫ້ເປັນຄວາມຜິດທີ່ມີລັກສະນະເບົາບາງລົງ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ແຕ່ກະທຳຄວາມຜິດໄປຍ່ອມຈະຖືກດຳເນີນຄະດີຕາມກົດໝາຍ ເພາະຜູ້ທີ່ຮູ້ເທົ່າບໍ່ເຖິງການ ກົດໝາຍອາຍາບໍ່ອະນຸຍາດໃຫ້ຍົກເວັ້ນຄວາມຜິດອອກຈາກຕົວ ເນື່ອງຈາກຜູ້ກ່ຽວເປັນຄົນທີ່ມີສະຕິສຳປະຊັນຍະຄົບຖ້ວນສົມບູນ…
…ມີສະຕິ ບໍ່ໃຫ້ຂ່າວອອນລາຍປັ່ນຫົວ…
ໃນຊຸມມື້ມໍ່ໆມານີ້ ມີເລື່ອງວຸ້ນວາຍຫຼາຍເລື່ອງເກີດຂຶ້ນໃນສັງຄົມຂ່າວອອນລາຍ ເປີດໜ້າເຟສບຸກຂຶ້ນມາລະແມ່ນພໍ້ໂລດ ຄັນບໍ່ມີສະຕິໃນການບໍລິໂພກຂ່າວແລ້ວ ຈະຖືກຂ່າວອອນລາຍປັ່ນຫົວເນີ !. ທີ່ເວົ້າວ່າ: ປັ່ນຫົວ ເພາະວ່າໃນເລື່ອງທີ່ເກີດຂຶ້ນນັ້ນ ມີບາງຂໍ້ມູນແອບແຝງເຂົ້າມາ ພົ້ນເດັ່ນກວ່າເພິ່ນແມ່ນກໍລະນີຂໍ້ຂັດແຍ່ງຢູ່ວັດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮົານີ້ເອງ. ມີການຕັ້ງຂໍ້ກ່າວຫາເຊິ່ງກັນ ແລະ…
ເວລາຂັບຂີ່ບໍ່ແມ່ນຍາມໂຕ້ວາທີກັນ
ເວລາໃຊ້ລົດຈັກໄປ-ມາ ທັງຜູ້ບັນຊາເຂົາລົດ ທັງຜູ້ຊ້ອນຄວນຕັ້ງສະຕິ ຢູ່ໃນບັນຍາກາດສະຫງົບຢ່າວອກຊ້າຍແວກຂວາ ພິເສດ ຢ່າຫາແນວມາລົມກັນແບບຈິງຈັງຟົດເດືອດອອກທ່າອອກທາງ ເຊັ່ນ: ຊີ້ນັ້ນຊີ້ນີ້ໃຫ້ກັນເບິ່ງ ຜູ້ຊ້ອນທ້າຍກໍຢ່າຊວນຜູ້ຂັບລົມຫຼາຍ ສ່ວນຜູ້ຂັບກໍບໍ່ຈຳເປັນໃຊ້ມືປະກອບເວລາລົມກັບຜູ້ຊ້ອນ ບໍ່ຈຳເປັນຕ້ອງບິດຄໍມາເບິ່ງໜ້າຜູ້ຊ້ອນ ເພື່ອໃຫ້ຟັງຕົນ ຖ້າໃຜຂືນເຮັດ ແນ່ນອນຈະມີຄວາມສ່ຽງເກີດອຸບັດເຫດສູງ ມີຫຍັງເວົ້າກັນກໍຄວນລໍຖ້າໄປຮອດຈຸດໝາຍປາຍທາງກ່ອນ ມັນບໍ່ພໍລົ້ມພໍຕາຍຍ້ອນຕີບໍ…
ລັດຖະບານສະໜອງທຶນສົ່ງເສີມ SME ຜ່ານ 4 ທະນາຄານທຸລະກິດ
ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຄັ້ງທີ 2 ຂອງບ້ວງເງິນ 200 ຕື້ກີບ ທີ່ລັດຖະບານປະກອບທຶນໃຫ້ ທສວ ສຳລັບປີ…
ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ ຜູ້ແທງຈິດໃຈ ຜູ້ສະດຸ້ງໄວເມື່ອອ່ານ ຜູ້ຮູ້ຜ່ານອຸປະສັກ ຜູ້ທີ່ຮັກຄວາມຈິງ ຜູ້ທີ່ຍິງຖືກເປົ້າ”
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະຊຸມຄົ້ນຄວ້າທີດຊີ້ນໍາຂອງນາຍົກລັດຖະມົນຕີ ທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ ຜູ້ແທງຈິດໃຈ ຜູ້ສະດຸ້ງໄວເມື່ອອ່ານ ຜູ້ຮູ້ຜ່ານອຸປະສັກ ຜູ້ທີ່ຮັກຄວາມຈິງ ຜູ້ທີ່ຍິງຖືກເປົ້າ” ຂຶ້ນວັນທີ 10 ກັນຍາ…
ປະກາດ ແລະ ຮັບຮອງເອົານະຄອນຫຼວງວຽງຈັນເຂົ້າເປັນສະມາຊິກຂອງອົງການ TPO
ພິທີປະກາດ ແລະ ຮັບຮອງເອົານະຄອນຫຼວງວຽງຈັນເຂົ້າເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວ ສໍາລັບບັນດານະຄອນໃນອາຊີ-ປາຊີຟິກ (TPO) ແບບທາງໄກ ຈັດຂຶ້ນວັນທີ 9 ກັນຍາ 2020 ທີ່ນະຄອນບູຊານ ສ ເກົາຫຼີ ເປັນປະທານຂອງທ່ານ ຄິມ…
ມອບການຄຸ້ມຄອງສູນຈຳກັດບໍລິເວນຫຼັກ 27 ໃຫ້ກົມເສນາຮັກຄຸ້ມຄອງ
ພິທີມອບ-ໂອນການຄຸ້ມຄອງສູນກຳຈັດບໍລິເວນຫຼັກ 27 ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຄະນະສະເພາະກິດ ນວ ໃຫ້ກັບກົມເສນາຮັກ ກະຊວງປ້ອງກັນປະເທດຄຸ້ມຄອງຢ່າງເຕັມສ່ວນ ເພື່ອນຳໃຊ້ເຂົ້າເປັນບ່ອນກັກກັນ ຈຳກັດບໍລິເວນຄົນລາວທີ່ເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ ຈັດຂຶ້ນວັນທີ 9 ກັນຍາ 2020…