ມູນນິທິມາຣຸເບນີ ຊ່ວຍເຫຼືອອຸປະກອນການຮຽນ

        ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ  ລາວ (ມມສລ) ໄດ້ໃຫ້ການຊ່ວຍເຫຼືອນັກຮຽນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ ເປັນປີທີ 13 ເຊິ່ງໃນປີນີ້ ທາງມູນນິທິ ມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອເປັນອຸປະກອນການຮຽນ ແລະ ຊຸດນັກຮຽນ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ ມູນຄ່າທັງໝົດ 85 ລ້ານກວ່າກີບ.

     ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈັດຂຶ້ນວັນທີ 17 ກັນຍາ 2020 ທີ່ນະຄອນໄກສອນ ພົມວິຫານ ໃຫ້ກຽດມອບໂດຍທ່ານ ຄາຊຸມິເນ ຄິຄຸຕະ ຄະນະບໍລິຫານງານມູນນິທິ ມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ ທັງເປັນຜູ້ຈັດການ ຫ້ອງການມາຣຸເບນີ ປະຈຳນະຄອນຫຼວງວຽງຈັນ ກ່າວຮັບໂດຍທ່ານ ສົມລິດ ອຸ່ນທະວີ ອໍານວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ ມີທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງສະຫວັນນະເຂດ ມີພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ທ່ານ ຄາຊຸມິເນ ຄິຄຸຕະ ກ່າວວ່າ: ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາ ຢູ່ ສປປ ລາວ ສ້າງຕັ້ງຂຶ້ນ ໃນປີ 2008 ເນື່ອງ ໃນໂອກາດສະເຫຼີມມສະຫຼອງວັນສ້າງຕັ້ງບໍລິສັດ ມາຣຸເບນີ ຄໍໂປ ເຣຊັນ (ຍີ່ປຸ່ນ) ຄົບຮອບ 150 ປີ ເຊິ່ງປີນີ້ ເປັນປີທີ 13 ທີ່ທາງມູນນິທິມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ ສໍາລັບເຄື່ອງທີ່ເອົາມາຊ່ວຍເຫຼືອແມ່ນເຄື່ອງແບບນັກຮຽນ ໃຫ້ນັກຮຽນ ຈໍານວນ 420 ຄົນ ຍິງ 159 ຄົນ ແລະ ປຶ້ມຕໍາລາຮຽນ ໂດຍມອບໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ນະຄອນໄກສອນ ພົມວິຫານ ຄິດວ່າອຸປະກອນການຮຽນເລົ່ານີ້ ນ້ອງນັກຮຽນຈະນໍາໃສ່ເປັນປະໂຫຍດ ເພື່ອພັດທະນາຕົນເອງ ແລະ ສ້າງສາພັດທະນາປະເທດຊາດ ພ້ອມນີ້ ມູນນິ ທິມາຣຸເບນີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ເລືອກເອົາວັດຖຸ ອຸປະກອນການຮຽນຕ່າງໆທີ່ມີເປັນປະໂຫຍດມາແຈກຢາຍໃຫ້ເຖິງມືນັກຮຽນ.

error: Content is protected !!