ເພື່ອຄວາມປອດໄພຂອງຜູ້ໂດຍສານ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ບັນ­ຫາ​ສັບ­ສົນ​ວຸ້ນ­ວາຍ​ຕ່າງໆ​ທີ່​ມັກ​ຈະ​ເກີດ​ຂຶ້ນ​ໃນ​ຖ້ຽວ​ບິນ ທັງ​ນີ້​ກໍ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ສະ­ຕິ​ລະ­ວັງ​ຕົວ​ເວ­ລາ​ໂດຍ­ສານ​ທາງ​ເຄື່ອງ​ບິນ ແນ­ໃສ່​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ ແລະ ຜູ້­ໂດຍ­ສານ​ອື່ນໆ.

ທີ່​ອົງ­ການ ສປຊ: ເມື່ອ​ເດືອນ 4 ປີ­ຜ່ານ­ມາ ກອງ​ປະ­ຊຸມ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ກ່ຽວ​ກັບ​ການ­ບິນ​ໄດ້​ຈັດ​ຂຶ້ນ​ທີ່​ນະ­ຄອນ​ມົງ​ເຣ​ອານ (Moutreal) ປະ­ເທດ​ກາ​ນາ​ດາ ໂດຍ​ໄດ້​ເນັ້ນ​ທິດ​ທາງ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຖ້ຽວ​ບິນ​ທີ່​ພົວ­ພັນ​ກັບ​ການ​ປະ­ພຶດ​ຂອງ​ຜູ້­ໂດຍ­ສານ ກໍ​ຄື ອຸດ­ສາ­ຫະ­ກຳ​ການ­ບິນ ກອງ​ປະ­ຊຸມ​ໄດ້​ຍົກ​ໃຫ້​ເຫັນ​ວ່າ ການ​ປະ­ພຶດ​ທີ່​ເປັນ​ອັນ

ຕະ​ລາຍ​ຂອງ​ຜູ້­ໂດຍ­ສານ​ໃນ​ບັນ­ດາ​ຖ້ຽວ​ບິນ​ທົ່ວ​ໂລກ ໄດ້​ເພີ່ມ​ຂຶ້ນ​ເກືອບ 17% ໃນ​ປີ 2015 ໂດຍ​ສະ­ເລ່ຍ​ແລ້ວ​ຜູ້­ໂດຍ­ສານ​ທີ່​ໃຊ້​ຄຳ​ເວົ້າ​ປ້ອຍ​ດ່າ ຂົ່ມ­ຂູ່ ແລະ ບໍ່​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ພະ­ນັກ­ງານ​ພາຍ​ໃນ​ເຄື່ອງ​ບິນ​ນັ້ນ​ມີ​ຈຳ­ນວນ 1 ຄົນ ຕໍ່​ຜູ້­ໂດຍ­ສານ 1.282 ຄົນ ໃນ​ເດືອນ​ຕຸ­ລາ ປີ 2015 ຊາຍ​ຜູ້­ໂດຍ­ສານ​ຄົນ​ໜຶ່ງ​ໃນ​ຖ້ຽວ​ບິນ​ຂອງ​ສາຍ​ການ­ບິນ​ເຊົາ​ແວດ (Southwest) ໄດ້​ໃຊ້​ກຳ­ລັງ​ທຳ­ຮ້າຍ​ຮ່າງ­ກາຍ​ຜູ້­ໂດຍ­ສານ​ເພດ​ຍິງ​ທີ່​ນັ່ງ​ຢູ່​ຕັ່ງ​ດ້ານ​ໜ້າ ເມື່ອ​ນາງ​ເອ່ນ​ຕັ່ງ​ນັ່ງ​ລົງ​ຖືກ​ເຂົາ ຄວາມ​ວຸ້ນ­ວາຍ​ທີ່​ເກີດ​ຈາກ​ການ​ປະ­ພຶດ​ຂອງ​ຜູ້­ໂດຍ­ສານ​ໄດ້​ບັງ­ຄັບ​ໃຫ້­ການ​ບິນ​ຫຼາຍໆ​ຖ້ຽວ​ຕ້ອງ​ໄດ້​ລົງ​ຈອດ​ສຸກ​ເສີນ ການ​ລົງ​ຈອດ​ສຸກ​ເສີນ​ແຕ່​ລະ​ຄັ້ງ​ຂອງ​ຖ້ຽວ​ບິນ​ທາງ­ໄກ 1  ຖ້ຽວ​ນັ້ນ ຈະ​ເຮັດ​ໃຫ້​ສູນ​ເສຍ​ລາຍ​ຈ່າຍ​ປະ­ມານ 200.000 ໂດ​ລາ​ສະ­ຫະ­ລັດ ຄວາມ​ວຸ້ນ­ວາຍ​ຈາກ​ການ​ປະ­ພຶດ​ຂອງ​ຜູ້­ໂດຍ­ສານ​ປະ­ມານ 23% ແມ່ນ​ເກີດ​ມາ​ຈາກ​ການ​ດື່ມ​ເຫຼົ້າ​ຈົນ​ເມົາ ດັ່ງ­ນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ຮ້ານ​ຂາຍ­ເຄື່ອງ​ດື່ມ ແລະ ຮ້ານ​ອາ­ຫານ​ພາຍ​ໃນ​ສະ­ໜາມ​ບິນ ກໍ​ຄື ການ​ຂາຍ​ເຫຼົ້າ​ພາຍ​ໃນ​ເຄື່ອງ​ບິນ ຈຶ່ງ​ຕ້ອງ​ມີ​ສ່ວນ​ຮັບ­ຜິດ­ຊອບ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້​ຕໍ່​ກໍ­ລະ­ນີ​ຄວາມ​ວຸ້ນ­ວາຍ​ທີ່​ເກີດ​ຂຶ້ນ​ຈາກ​ນ້ຳ​ເມົາ​ໃນ​ຖ້ຽວ​ບິນ ນອກ­ຈາກ​ນັ້ນ ກອງ​ປະ­ຊຸມ​ຍັງ​ເຫັນ​ວ່າ ບັນ­ຫາ​ການ​ໃຊ້​ຄວາມ​ຮຸນ​ແຮງ ກໍ​ຄື ການ​ອາ​ລະ​ວາດ​ກັນ​ພາຍ​ໃນ​ເຄື່ອງ​ບິນ​ທີ່​ກໍ່​ຂຶ້ນ​ໂດຍ​ຜູ້­ໂດຍ­ສານ​ນັ້ນ​ມີ​ສ່ວນ​ພົວ­ພັນ​ກັບ​ບັນ­ດາ​ບໍ­ລິ­ສັດ​ສາຍ​ການ­ບິນ​ທີ່​ຄິດ​ແຕ່​ເລື່ອງ​ກຳ­ໄລ ຈາກ​ການ​ບັນ­ທຸກ​ຜູ້­ໂດຍ­ສານ​ໃຫ້​ໄດ້​ຈຳ­ນວນ​ຫຼາຍໆ ຍ້ອນ​ແນວ​ນີ້​ເອງ​ທາງ​ບໍ­ລິ­ສັດ​ຈຶ່ງ​ມີ​ການ​ເພີ່ມ​ຕັ່ງ​ນັ່ງ​ໃຫ້​ໄດ້​ຫຼາຍ​ຂຶ້ນ ເຮັດ​ໃຫ້​ເກີດ​ສະ­ພາບ​ແອ​ອັດ​ບຽດ​ສີ​ກັນ ຕາມ​ຫຼັກ­ການ​ແລ້ວ​ໃນ​ແຖວ​ຕັ່ງ​ຊັ້ນ​ປະ­ຢັດ (Economy) ນັ້ນ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕັ່ງ​ຕ້ອງ​ບໍ່​ໃຫ້​ຫຼຸດ 78 ຫຼື 79 ຊັງ​ຕີ​ແມັດ ແຕ່​ໃນ​ຫຼາຍ​ສາຍ​ການ­ບິນ​ນັ້ນ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕັ່ງ​ກັບ​ຕັ່ງ​ນັ້ນ​ມີ​ພຽງ 71 ຊັງ​ຕີ​ແມັດ ທີ່​ສຳ­ຄັນ​ອີກ​ຈຸດ​ໜຶ່ງ ກໍ​ຄື ພະ­ນັກ­ງານ​ການ­ບິນ​ທີ່​ມີ­ໜ້າ​ທີ່​ປ່ອຍ​ຜູ້­ໂດຍ­ສານ​ເຂົ້າ​ເຄື່ອງ​ບິນ​ຍັງ​ບໍ່​ມີ​ການ​ໃຊ້​ມາດ​ຕະ­ການ​ເຄັ່ງ​ຄັດ ໃນ​ການ​ຕິດ­ຕາມ​ກວດ­ກາ​ຜູ້­ໂດຍ­ສານ​ທີ່​ມີ​ທ່າ​ອ່ຽງ​ກໍ່​ອາ​ລະ​ວາດ​ພາຍ​ໃນ​ຖ້ຽວ​ບິນ ທັງ​ນີ້ ກໍ​ເພື່ອ “ມອດ​ໄຟ​ໄວ້​ກ່ອນ​ຫົວ­ລົມ​ຈະ​ພັດ​ມາ”.

ທີ່ ສປ ຈີນ: ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້ ທາງ​ການ ສປ ຈີນ ໄດ້​ໃຊ້​ມາດ​ຕະ­ການ​ເຫຼັກ​ເພື່ອ​ຄວບ​ຄຸມ​ຜູ້­ໂດຍ­ສານ​ທາງ​ອາ­ກາດ ແລະ ທາງ​ພາກ​ພື້ນ​ດິນ ແນ­ໃສ່​ແກ້​ໄຂ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ປະ­ພຶດ​ທີ່​ແຕກ​ປອກ​ນອກ​ລະ­ບຽບ​ຂອງ​ຜູ້­ໂດຍ­ສານ​ໂລ­ເລ ຕົວ­ຢ່າງ​ທີ່​ເຫັນ​ຢ່າງ​ຈະ­ແຈ້ງ ກໍ​ຄື ການ​ອອກ​ລະ­ບຽບ​ສະ­ບັບ​ໃໝ່ ເພື່ອ​ຄວບ​ຄຸມ​ຜູ້­ໂດຍ­ສານ​ທາງ​ລົດ­ໄຟ​ຄວາມ​ໄວ​ສູງ​ຢູ່​ແຂວງ​ກວາງ​ຕຸງ (Guangdong) ທີ່​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ທັນ­ວາ ປິ 2018 ເປັນ­ຕົ້ນ​ມາ ກົດ​ລະ­ບຽບ​ໄດ້​ກຳ­ນົດ​ຄ່າ​ປັບ​ໃໝ​ລະ­ຫວ່າງ 500-2.000 ຢວນ(ລະ­ຫວ່າງ 72-295 ໂດ​ລາ​ສະ­ຫະ­ລັດ) ຕໍ່​ຜູ້​ຈົງ­ໃຈ​ຍາດ​ທີ່​ນັ່ງ​ຂອງ​ຄົນ​ອື່ນ ໃນ​ປີ 2018 ບັນ­ຫາ​ການ​ຍາດ​ນັ່ງ​ກັນ​ໃນ​ລົດ­ໄຟ​ຄວາມ​ໄວ​ສູງ​ຢູ່​ແຂວງ​ກວາງ​ຕຸງ​ໄດ້​ກາຍ­ເປັນ​ຂ່າວ​ຮ້ອນ​ຍ້ອນ​ເກີດ​ມີ​ການ​ອາ​ລະ​ວາດ​ກັນ​ພາຍ​ໃນ​ລົດ​ຢ່າງ​ຕໍ່​ເນື່ອງ ຍ້ອນ​ແນວ​ນີ້​ເອງ​ທາງ​ການ​ຈຶ່ງ​ໄດ້​ອອກ​ກົດ​ລະ­ບຽບ​ບັງ­ຄັບ​ໃຫ້​ຜູ້­ໂດຍ­ສານ​ທຸກ​ຄົນ​ນັ່ງ​ຕັ່ງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ປີ້​ໂດຍ­ສານ.

error: Content is protected !!