ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອອຸປະກອນການແພດ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຈາກນະຄອນຄຸນໝິງ ແຂວງຢຸນໜານ ສປ ຈີນ ປະກອບມີລົດກູ້ໄພ 1 ຄັນ ເຄື່ອງຊ່ວຍຫາຍໃຈ 2 ເຄື່ອງ ເຄື່ອງວັດແທກອຸນຫະພູມ 100 ເຄື່ອງ ຜ້າອັດປາກໃຊ້ໃນການແພດ 20.000 ອັນ ແລະ ຜ້າອັດປາກ N95 500 ອັນ ລວມມູນຄ່າທັງໝົດ 95.000 ໂດລາສະຫະລັດ ຫຼື 869,14 ລ້ານກີບ ໃຫ້ແກ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ມອບໂດຍທ່ານ ຈ່ຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບແມ່ນທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ແລ້ວມອບຕໍ່ໃຫ້ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮັບໂດຍທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນຈະນຳໄປຮັບໃຊ້ໃນວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານສາທາລະນະສຸກ ໃນການກຽມຄວາມພ້ອມໃນຮັບມືການແຜ່ລະບາດຂອງພະຍາດໂຄວິດ-19.
