ກອງປະຊຸມປະຈຳປີ 2020 ຂອງສະມາຄົມການຄ້າໄອຊີທີລາວ ຈັດຂຶ້ນວັນທີ 16 ກັນຍາ 2020 ທີ່ນະຄອນຫຼວງວຽງຈັນ ມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພາກສ່ວນທຸລະກິດ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງຂອງລັດເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານຈາກປະທານສະມາຄົມການຄ້າໄອຊີທີລາວ ເຫັນວ່າສະມາຄົມເລັ່ງສ້າງບົດບາດ ສ້າງຄວາມເຂັ້ມແຂງຂອງສະມາຄົມ ເພີ່ມບັນດາສະມາຊິກ ແລະ ເປັນບ່ອນເຕົ້າໂຮມຂອງບັນດາບໍລິສັດຜູ້ປະກອບກາຍດ້ານໄອຊີທີຂອງລາວຮ່ວມມືພາກລັດ-ພາກເອກະຊົນ ເພື່ອເຮັດໃຫ້ບັນດາບໍລິສັດສະມາຊິກ ສາມາດຍາດແຍ່ງວຽກຂອງພາກລັດໄດ້ ເປັນຄູ່ຮ່ວມມືກັບລັດຖະບານ ໃນການຫັນເປັນດີຈີຕອນ ແລະ ການສ້າງເສດຖະກິດດີຈີຕອນຂອງລາວ ເລັ່ງສ້າງຄວາມເຂັ້ມແຂງ ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ທັກສະສູງ ທີ່ສາມາດສ້າງບັນດາຮາດແວ ຊອບແວ ລະບົບ ແລະ ເຕັກໂນໂລຊີດີຈີຕອນຂອງລາວເຮົາ ໄດ້ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ໄວໜຸ່ມ ແລະ ນັກສຶກສາຈົບໃໝ່ ໃນການສ້າງທຸລະກິດ ເຮັດໃຫ້ມີນະວັດຕະກຳໃໝ່ ສິນຄ້າ ແລະ ການບໍລິການໃໝ່ ປັບປຸງກົນໄກເພື່ອດຶງດູດການລົງທຶນຈາກຕ່າງປະເທດດ້ານໄອຊີທີ ເຂົ້າມາເຮັດວຽກຢູ່ລາວ ແລະ ບໍລິສັດຂອງລາວສາມາດອອກໄປແຂ່ງຂັນຢູ່ພາກພື້ນ ແລະ ສາກົນ.

ໂດຍລວມແລ້ວ ໃນຍຸກປັດຈຸບັນນີ້ ຂະແໜງການຄ້າໄອຊີທີແມ່ນມີຄວາມສຳຄັນຕໍ່ຂະແໜງການ ແລະ ທຸກພາກສ່ວນ ລວມທັງພາກສ່ວນຫົວໜ່ວຍທຸລະກິດເພື່ອຈະສາມາດແຂ່ງຂັນກັບພາຍໃນພາກພື້ນ ແລະ ສາກົນໄດ້.

