ໜ້າເວັບ Facebook ແບບໃໝ່ ແລະ Dark Mode

ເມື່ອ​ມໍ່ໆມານີ້ Facebook ໄດ້​ເປິດ​ໃຊ້​ງານ​ໜ້າ​ເວັບ​ຮູບ​ແບບ​ໃໝ່​ຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ເປິດ​ຕົວ​ຕັ້ງ­ແຕ່​ງານ F8 ເມື່ອ​ປີ​ທີ່​ຜ່ານ​ມາ ອັນ​ທີ່​ຈິງ Facebook ເລີ່ມ​ໃຊ້​ຕັ້ງ­ແຕ່​ເດືອນ​ມີ­ນາ​ທີ່​ຜ່ານ​ມາ ແຕ່​ສະ­ເພາະ​ບາງ​ປະ­ເທດ​ເທົ່າ​ນັ້ນ ແຕ່​ການ​ປະ ກາດ​ຫຼ້າ​ສຸດ​ນີ້ ໜ້າ​ເວັບ Facebook ແບບ​ໃໝ່​ຈະ​ເດີນ­ທາງ​ມາ​ເຖິງ​ຜູ້​ໃຊ້​ງານ​ທຸກ​ຄົນ​ແລ້ວ.

ເນື້ອ​ຫາ​ຫຼັກ​ຂອງ Facebook ຮູບ​ແບບ​ໃໝ່​ທີ່​ບໍ­ລິ­ສັດ​ລະ­ບຸ​ໄວ້​ຄື ໄວ​ຂຶ້ນ ໃຊ້​ງານ​ໄດ້​ງ່າຍ​ຂຶ້ນ ແລະ ໃຫ້​ດວງ​ຕາ​ຂອງ​ຜູ້​ໃຊ້​ງານ​ໄດ້​ພັກ​ດ້ວຍ Dark mode.

ດ້ານ​ຮູບ​ແບບ Facebook ຈັດ​ວາງ​ແບບ​ໜ້າ​ຈໍ​ໃໝ່ ມີ​ຄວາມ​ຊັດ​ເຈນ​ຫຼາຍ​ຍິ່ງ​ຂຶ້ນ ໄອ​ຄອນ​ທີ່​ໃຫຍ່​ຂຶ້ນ ເມ​ນູ​ບາຣ໌ແບບ​ໃໝ່​ທີ່​ໃຫ້​ຜູ້​ໃຊ້​ງານ​ສາ­ມາດ​ເລືອກ​ໄປ​ໝວດ​ໝູ່​ຕ່າງໆ​ໄດ້​ວ່ອງ­ໄວ ສາ­ມາດ​ຈັດ­ການ​ກຸ່ມ ເພ​ຈ ແລະ ເຫດ­ການ​ຕ່າງໆ​ໄດ້​ງ່າຍ​ຂຶ້ນ.

ສຳ­ລັບ​ໃຜ​ທີ່​ບໍ່​ຢາກ​ລໍ­ຖ້າ Facebook ປັບ​ໃຫ້​ແບບ​ອັດ­ຕະ­ໂນ­ມັດ ສາ­ມາດ​ເລືອກ​ປັບ​ເອງ​ໄດ້​ດ້ວຍ​ຂັ້ນ​ຕອນ​ດັ່ງ­ນີ້.

1. ກົດ​ລູກ​ສອນ​ລົງ​ດ້ານ​ຂວາ​ມື​ຂອງ Facebook.
2. ເລືອກ​ທີ່ “Switch to new Facebook”.
3. ສາ­ມາດ​ເປີດ​ໃຊ້​ງານ Dark mode ໄດ້​ດ້ວຍ​ວິ­ທີ​ດຽວ​ກັນ.

ແຕ່​ຫາກ​ໃຜ​ຍັງ​ບໍ່​ມີ ຄົງ​ຕ້ອງ​ລໍ­ຖ້າ​ຕໍ່​ໄປ​ກ່ອນ

ຈຸດ­ປະ­ສົງ​ໃນ​ການ​ອອກ​ແບບ​ໜ້າ​ເວັບ​ໄຊ​ໃໝ່​ນັ້ນ Facebook ມຸ່ງ​ໝັ້ນ​ທີ່​ຈະ​ພັດ­ທະ­ນາ ແລະ ມອບ​ປະ­ສົບ​ການ​ການ​ໃຊ້​ງານ​ໃຫ້​ຜູ້​ໃຊ້​ງານ​ເພີດ­ເພີນ​ໄປ​ກັບ Facebook ເຊັ່ນ ເຫດ­ການ ກຸ່ມ​ຕ່າງໆ ລວມ​ເຖິງ​ການ​ເວົ້າ​ຈາ ແລະ ສົນ­ທະ­ນາ (Messaging).

error: Content is protected !!