ພຽງແຕ່ຍ່າງ ກໍຊ່ວຍຫຼຸດນ້ຳໜັກໄດ້

ຮູ້​ຫຼື​ບໍ່… ພຽງ​ແຕ່ “ຍ່າງ” ກໍ​ສາ­ມາດ​ຊ່ວຍ​ໃຫ້​ທ່ານ​ຫຼຸດ​ນ້ຳ­ໜັກ ແລະ ມີ​ສຸ­ຂະ­ພາບ​ທີ່​ດີ​ໄດ້ ອີກ​ທັງ​ຍັງ​ເປັນ​ການ​ອອກ­ກຳ­ລັງ​ກາຍ​ທີ່​ງ່າຍ ສະ­ດວກ ແລະ ປອດ​ໄພ​ອີກ​ດ້ວຍ.

ປະ­ໂຫຍດ​ຂອງ​ການ​ຍ່າງ

– ການ​ຍ່າງ ຊ່ວຍ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ​ສົມ­ບູນ ອີກ​ທັງ​ຍັງ​ສ້າງ​ຄວາມ​ແຂງ­ແຮງ​ໃຫ້​ແກ່​ກ້າມ­ຊີ້ນ​ສົ້ນ​ນ່ອງ ຊ່ວຍ​ກະ​ຊັບ​ໜ້າ​ທ້ອງ ກົ້ນ ແລະ ຊ່ວຍ​ໃຫ້­ການ​ເຮັດ​ວຽກ​ຂອງ​ບີ​ແຄ່ງ​ເຮັດ​ວຽກ​ໄດ້​ດີ​ຍິ່ງ​ຂຶ້ນ.
– ການ​ຍ່າງ​ຍັງ​ເຮັດ​ໃຫ້​ທ່ານ​ມີ​ຮູບ​ຮ່າງ​ທີ່​ສົມ­ສ່ວນ ຫຸ່ນ​ດີ.
– ການ​ຍ່າງ ຊ່ວຍ​ປ້ອງ​ກັນ ແລະ ຕໍ່­ຕ້ານ​ການ​ເກີດ​ໂລກ­ໄພ­ໄຂ້­ເຈັບ​ຕ່າງໆ ເຊັ່ນ ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ໂລກ​ຫົວ­ໃຈ ແລະ ຫຼອດ​ເລືອດ ໄດ້​ເຖິງ 27% ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ໂລກ​ເບົາ­ຫວານ​ຊະ­ນິດ​ທີ 2 ໄດ້​ຫຼາຍ​ເຖິງ 60% ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ໂຣກ​ມະ​ເຮັງ​ລຳ​ໄສ້​ໃຫຍ່ ແລະ ໂລກ​ມະ​ເຮັງ​ເຕົ້າ­ນົມ​ໄດ້​ເຖິງ 20% ເປັນ­ຕົ້ນ.
– ການ​ຍ່າງ​ໄວ 10.000 ກ້າວ​ຕໍ່​ວັນ (3 ວັນ​ຕໍ່​ອາ­ທິດ) ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ຄວາມ­ດັນ­ເລືອດ​ໄດ້​ເປັນ​ຢ່າງ​ດີ.
– ການ​ຍ່າງ​ໄວ​ວັນ​ລະ 12.000-15.000 ກ້າວ ຈະ​ຊ່ວຍ​ໃນ​ເລື່ອງ​ການ​ຄວບ​ຄຸມ​ນ້ຳ­ໜັກ ເພີ່ມ​ອັດ­ຕາ​ການ​ເຜົາ​ຜານ​ພະ­ລັງ­ງານ​ຂອງ​ຮ່າງ­ກາຍ.
– ຊ່ວຍ​ເພີ່ມ​ຄວາມ​ແຂງ­ແຮງ​ຂອງ​ກະ­ດູກ ແລະ ກ້າມ­ຊີ້ນ​ໄດ້.
– ຊ່ວຍ​ຊະ​ລໍ​ຄວາມ​ເສື່ອມ​ຂອງ​ຮ່າງ­ກາຍ ຊ່ວຍ​ໃຫ້​ອາ­ຍຸ​ຍືນ​ຍາວ​ຍິ່ງ​ຂຶ້ນ.
– ຊ່ວຍ​ເສີມ​ສ້າງ​ສະ­ຕິ​ປັນ­ຍາ ຊ່ວຍ​ໃຫ້​ຄວາມ​ຄິດ ແລະ ການ​ຈຳ​ດີ​ຂຶ້ນ.
– ຫຼຸດ​ຄວາມ​ເຄັ່ງ​ຄຽດ​ໄດ້​ເປັນ​ຢ່າງ​ດີ ພ້ອມ​ທັງ​ກະ​ຕຸ້ນ​ໃຫ້​ຮໍ​ໂມນ​ເອນ​ດໍ​ຟິນ (ຫຼື​ສານ​ຄວາມ­ສຸກ) ຫຼັ່ງ​ອອກ​ມາ ຊຶ່ງ​ມີ​ລິດ​ກ່ອມ​ປະ­ສາດ ເຮັດ​ໃຫ້​ອາ­ລົມ​ດີ ຈິດ­ໃຈ​ແຈ່ມ​ໃສ​ເບີກ­ບານ.
– ຫຼຸດ​ບັນ­ຫາ​ການ​ນອນ​ບໍ່​ຫຼັບ​ໄດ້.
– ຊ່ວຍ​ໃຫ້​ລະ­ບົບ​ການ​ຍ່ອຍ ແລະ ລະ­ບົບ​ການ​ຂັບ​ຖ່າຍ​ເຮັດ​ວຽກ​ໄດ້​ດີ​ເປັນ​ປົກ­ກະ­ຕິ.

ເຄັດ​ລັບ​ການ​ຍ່າງ​ທີ່​ດີ

– ຄວນ​ຢືດ​ເສັ້ນ​ຢືດ​ສາຍ​ກ່ອນ​ຍ່າງ ເພື່ອ​ໃຫ້​ຮ່າງ­ກາຍ​ກຽມ­ພ້ອມ ແລະ ຊ່ວຍ​ຫຼຸດ​ການ​ບາດ­ເຈັບ​ຂອງ​ລະ ບົບ​ກ້າມ­ຊີ້ນ ແລະ ຂໍ່​ຕໍ່​ຕ່າງໆ.
– ທ່າ​ທາງ​ການ​ຍ່າງ​ທີ່​ດີ ສາຍ­ຕາ​ເບິ່ງ​ຊື່​ໄປ​ຂ້າງ​ໜ້າ​ຂະ­ນະ​ຍ່າງ ຫົວ ແລະ ລຳ​ຕົວ​ຕັ້ງ​ຊື່ ໄຫຼ່​ທັງ​ສອງ​ຂ້າງ​ຢູ່​ໃນ​ລະ­ດັບ​ຊື່ ຊຶ່ງ​ຈະ​ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ຫາຍ­ໃຈ.
– ລອງ​ເພີ່ມ​ບາງ​ຢ່າງ​ເຂົ້າ​ໄປ​ໃນ​ການ​ຍ່າງ ເຊັ່ນ ແກວ່ງ​ແຂນ ຊົກ​ລົມ ກຶງ​ທ້ອງ​ໃນ​ຂະ­ນະ​ຍ່າງ ວິ­ທີ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ສາ­ມາດ​ເຜົາ​ຜານ​ພະ­ລັງ­ງານ ແລະ ສ້າງ​ກ້າມ­ຊີ້ນ​ໄດ້​ຫຼາຍ​ຂຶ້ນ.
– ຄວາມ​ໄວ​ຂອງ​ການ​ຍ່າງ​ໄວ​ທີ່​ດີ ຈະ​ຕ້ອງ​ເມື່ອຍ ແຕ່​ຍັງ​ສາ­ມາດ​ໂອ້​ລົມ​ໄດ້​ປົກ­ກະ­ຕິ ບໍ່​ເຖິງ​ຂັ້ນ​ຫອບ ຫຼື​ຫາຍ­ໃຈ​ບໍ່​ທັນ.
– ຄວນ​ຍ່າງ​ຕໍ່​ເນື່ອງ​ຢ່າງ​ໜ້ອຍ ຄັ້ງ​ລະ 30-45 ນາ­ທີ.
– ຍ່າງ​ຢ່າງ​ສະ​ໝ່ຳ​ສະ­ເໝີ ຢ່າງ​ໜ້ອຍ 4-5 ວັນ​ຕໍ່​ອາ­ທິດ.

ພະ­ລັງ­ງານ​ທີ່​ໃຊ້​ກັບ​ການ​ຍ່າງ​ຕ່າງໆ​ຕໍ່ 1 ຊົ່ວ­ໂມງ

– ຍ່າງ​ຂຶ້ນ​ຂັ້ນ 480-900 ກາ​ລໍ​ຣີ.
– ຍ່າງ​ຂຶ້ນ​ຂັ້ນ­ໄດ 600-1.080 ກາ​ລໍ​ຣີ.
– ຍ່າງ​ຊ້າ 150 ກາ​ລໍ​ຣີ.
– ຍ່າງ​ທຳ​ມະ​ດາ 300 ກາ​ລໍ​ຣີ.- ຍ່າງ​ໄວ 420-480 ກາ​ລໍ​ຣີ.
– ຍ່າງ​ລົງ​ພູ 240 ກາ​ລໍ​ຣີ.
– ຍ່າງ​ລົງ​ຂັ້ນ­ໄດ 425 ກາ​ລໍ​ຣີ.
– ຍ່າງ​ຫຼິ້ນ 210 ກາ​ລໍ​ຣີ.

error: Content is protected !!