ທ່ານຮອງນາຍົກ ຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ ເຄື່ອນ​ໄຫວ​ຢ້ຽມ­ຢາມ ແລະ ຊຸກ­ຍູ້​ວຽກ​ງານ​ທ່ອງ​ທ່ຽວ​ຢູ່​ຕາດ​ຮ້ອຍ​ຄົວ ເມືອງ​ຈອມ​ເພັດ ແຂວງ​ຫຼວງ​ພະ​ບາງ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ ຄຳ​ຂັນ ຈັນ­ທະ​ວີ​ສຸກ ເຈົ້າ­ແຂວງ​ຫຼວງ​ພະ​ບາງ ທ່ານ ອາ­ຄົມ ພົມ​ມະ​ຫານ ຜູ້­ອຳ­ນວຍ­ການ​ຕາດ​ຮ້ອຍ​ຄົວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ທ່ານ ອາ­ຄົມ ພົມ​ມະ​ຫານ ໄດ້​ລາຍ​ງານ​ວ່າ: ນ້ຳ­ຕົກ­ຕາດ​ຮ້ອຍ​ຄົວ ຕັ້ງ​ຢູ່​ບ້ານ​ປາກ​ຫຼຶງ ຫ່າງ​ຈາກ​ເທ­ສະ​ບານ​ເມືອງ​ຈອມ​ເພັດ ປະ­ມານ 12 ກິ­ໂລ­ແມັດ ເປັນ​ນ້ຳ­ຕົກ­ຕາດ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ມີ​ຕາດ​ນ້ອຍ​ຫຼາຍ​ຊັ້ນ ທີ່​ມີ​ນ້ຳ​ໃສ​ໄຫຼ​ເຢັນ​ຕະ­ຫຼອດ​ປີ ມີ​ຄວາມ​ສູງ 90 ແມັດ ຕົກ­ລົງ​ໃສ່​ອ່າງ­ເກັບ­ນ້ຳ​ທຳ​ມະ​ຊາດ​ທີ່​ສະ­ຫວັນ​ສ້າງ​ມາ​ຢ່າງ​ສວຍ​ງາມ ໂດຍ​ມີ​ເນື້ອ­ທີ່ 20 ເຮັກ­ຕາ ແລະ ເຕັມ​ໄປ​ດ້ວຍ​ພູ­ຜາ ປ່າ­ໄມ້ ທີ່​ໃຫ້​ຄວາມ​ສົດ­ຊື່ນ ເຢັນ​ສະ­ບາຍ.

ປີ 2015 ອົງ­ການ​ປົກ­ຄອງ​ເມືອງ​ຈອມ​ເພັດ ໄດ້​ມອບ​ໃຫ້​ບໍ­ລິ­ສັດ​ສຳ​ປະ­ທານ ໂດຍ​ໄດ້​ປັບ­ປຸງ​ຫຼາຍ​ກິດ­ຈະ­ກຳ ແນ­ໃສ່​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ​ຫຼາຍ​ຂຶ້ນ ໃນ​ນີ້​ໄດ້​ປັບ­ປຸງ​ທາງ​ຍ່າງ ບໍ­ລິ­ການ​ຮ້ານ​ອາ­ຫານ ສວນ​ດອກ​ໄມ້ ກິດ­ຈະ­ກຳ​ຍ່າງ​ປ່າ ຂີ່​ສະ​ລິງ ແລະ ອື່ນໆ.

ນັບ​ແຕ່​ທ້າຍ​ປີ 2019 ເຖິງ​ປັດ­ຈຸ­ບັນ ຍ້ອນ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ­ທ່ອງ­ທ່ຽວ ແລະ ເຮັດ​ໃຫ້​ແຂກ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ນ້ຳ­ຕົກ­ຕາດ​ຮ້ອຍ​ຄົວ​ນັບ​ມື້​ຫຼຸດ​ລົງ ສຳ­ລັບ​ແຜນ­ການ​ຕໍ່­ໜ້າ ຈະ​ສືບ­ຕໍ່​ປັບ­ປຸງ ແລະ ປົກ​ປັກ​ຮັກ­ສາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫຼ່ງ​ນີ້​ໃຫ້​ມີ​ຄວາມ​ສວຍ​ງາມ ຍືນ​ຍົງ ແລະ ສີ­ຂຽວ ເພື່ອ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຄົນ​ລາວ​ມາ​ທ່ຽວ ຕາມ​ແຜນ­ທີ່​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ວາງ​ອອກ ຄື: ລາວ​ທ່ຽວ​ລາວ.

ໂອ­ກາດ​ນີ້ ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍ​ໄດ້​ເນັ້ນ​ໃຫ້​ບໍ­ລິ­ສັດ​ສຳ​ປະ­ທານ ສືບ­ຕໍ່​ປົກ​ປັກ​ຮັກ­ສາ​ປ່າ­ໄມ້​ໃນ​ແຫຼ່ງ​ທ່ອງ​ທ່ຽວ​ຕາດ​ຮ້ອຍ​ຄົວ​ໃຫ້​ມີ​ຄວາມ​ຍືນ​ຍົງ ປັບ­ປຸງ​ກິດ­ຈະ­ກຳ​ໃຫ້​ສອດ­ຄ່ອງ ຮັກ­ສາ​ໄດ້​ຄວາມ​ສວຍ​ງາມ ອາ­ກາດ​ສົດ­ຊື່ນ ເພື່ອ​ຮັບ­ປະ­ກັນ​ເຮັດ​ໃຫ້­ການ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ ນັບ​ມື້​ຫຼາຍ​ຂຶ້ນ.

error: Content is protected !!