ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດເຝີກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ກວດກາແຮງງານ ນວ ຂຶ້ນວັນທີ 17 ກັນຍາ 2020 ທີ່ພະແນກດັ່ງກ່າວ ມີທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ທ່ານຫົວໜ້າຂະແໜງກວດກາ ບັນດາຫົວໜ້າໜ້ອງຫ້ອງການ ຮສສ ເມືອງ ແລະ ຜູ້ຮັບຜິດຊອບວຽກງານກວດກາເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວຂ້ອງຫຼາຍສະບັບ ເປັນຕົ້ນ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ວຽກງານກວດກາແຮງງານ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ດຳລັດວ່າດ້ວຍການແກ້ໄຂຂໍ້ຂັດແບ່ງທາງດ້ານແຮງງານ ແລະອື່ນໆ ທັງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດເປັນກ້າວໆ.
