3 ບໍລິສັດຫຼັກຊັບ ສືບຕໍ່ຈຳໜ່າຍພັນທະບັດລັດຖະບານລາວ ດ້ວຍສອງສະກຸນເງິນ

ເພື່ອ​ເປີດ​ກວ້າງ​ໃນ​ການ­ຈຳ­ໜ່າຍ​ພັນ­ທະ­ບັດ​ລັດ­ຖະ­ບານ ​ໃຫ້​ທົ່ວ​ເຖິງ​ຜ່ານ​ບຸກ­ຄົນ ນິ­ຕິ­ບຸກ­ຄົນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ລັດ­ຖະ­ບານ​ຈຶ່ງ​ໄດ້​ຕັດ­ສິນ​ໃຈ​ນຳ​ເອົາ​ພັນ­ທະ­ບັດ​ລັດ­ຖະ­ບານ ມາ​ຊື້-ຂາຍ​ຜ່ານ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ທັນ­ວາ 2018 ດ້ວຍ​ວົງ​ເງິນ 1.000 ຕື້​ກີບ ໂດຍ​ມອບ​ໃຫ້ 3 ບໍ­ລິ­ສັດ​ຫຼັກ​ຊັບ ປະ­ກອບ​ມີ​ບໍ­ລິ­ສັດ ຫຼັກ​ຊັບ​ລ້ານ​ຊ້າງ…

ປະກາດການນຳໃຊ້ ກົດລະບຽບຄຸ້ມຄອງວັງສະຫງວນ ແບບມີສ່ວນຮ່ວມ

ພິ­ທີ​ປະ­ກາດ​ການ​ນຳ​ໃຊ້​ກົດ​ລະ­ບຽບ​ຄຸ້ມ​ຄອງ​ວັງ​ສະ­ຫງວນ​ແບບ​ມີ​ສ່ວນ​ຮ່ວມ ຈັດ​ຂຶ້ນ​ວັນ​ທີ 8 ກັນ­ຍາ 2020 ຢູ່​ສະ­ຖາ­ນີ​ບໍ­ລິ­ການ​ເຕັກ­ນິກ​ກະ­ສິ­ກຳ ແລະ ປ່າ­ໄມ້ ເຂດ​ຈຸດ​ສຸມ​ຫ້ວຍ​ຫອຍ-ທູນ​ຂາມ ແລະ ຍາງ ເມືອງ​ພີນ ແຂວງ​ສະ­ຫວັນ​ນະ​ເຂດ ໂດຍ​ມີ​ທ່ານ ສົມ​ສະ­ໜຸກ ເພັດ​ຊົມ​ພູ…

ກໍາມະບານເມືອງໄຊທານີ ຂະຫຍາຍສະມາຊິກກຳມະບານໃໝ່ໄດ້ 352 ຄົນ

    ສະຫະພັນກໍາມະບານເມືອງໄຊທານີ ມີຄະນະບໍລິຫານງານທັງໝົດ 23 ສະຫາຍ ປັດຈຸບັນມີກໍາມະບານຮາກຖານທັງໝົດ 115 ຮາກຖານ ໃນນີ້ ກໍາມະບານຮາກຖານລັດວິສາຫະກິດ 1 ຮາກຖານ ຂົງເຂດຫົວໜ່ວຍທຸລະກິດພາກເອກະຊົນ 15 ຮາກຖານ ຂົງເຂດບໍລິຫານຫ້ອງການ…

ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກ ໄອປາ ຄັ້ງທີ 41

    ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 41 ແບບທາງໄກ ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”…

ການກໍ່ສ້າງເສັ້ນທາງແຕ່ 4 ແຍກຕານມີໄຊ-3 ແຍກສີເກີດ ພົບຄວາມຫຍຸ້ງຍາກຫຼາຍຢ່າງ

    ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຖິງຈະພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ຜູ້ຮັບເໝົາກໍໄດ້ມີຄວາມພະຍາຍາມສູງ ເພື່ອສູ້ຊົນ…

ປີໂຕຣເຄມີລາວຈຳກັດ ຈະສະໜອງນ້ຳມັນພາຍໃນໃຫ້ໄດ້ 3 ລ້ານໂຕນຕໍ່ປີໃນປີ 2030

ທ່ານ ໄພ­ບູນ ພົມ​ພະ​ພິ​ທັກ ທີ່​ປຶກ­ສາ​ບໍ­ລິ­ສັດ ​ປີ​ໂຕຣ​ເຄ​ມີ​ລາວ ຈຳ­ກັດ ໄດ້​ລາຍ​ງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕໍ່​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ໃນ​ໂອ­ກາດ​ທີ່​ທ່ານ​ລົງ​ຢ້ຽມ­ຢາມ ລະ ຊຸກ­ຍູ້​ວຽກ​ງານ​ຢູ່ ນວ ບໍ່​ດົນ​ມາ​ນີ້​ວ່າ: ບໍ­ລິ­ສັດ​ປີ​ໂຕຣ​ເຄ​ມີ​ລາວ…

ບໍລິຫານປອດ 10 ວິນາທີ ຫຼຸດຜ່ອນຄວາມເຄັ່ງຕຶງ

ນອກ​ເໜືອ​ໄປ​ຈາກ​ກ້າມ­ຊີ້ນ​ພາຍ​ນອກ​ຂອງ​ຮ່າງ­ກາຍ ທີ່​ຕ້ອງ­ການ​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ເສີມ​ສະ­ມັດ­ຖະ­ພາບ​ຄວາມ​ແຂງ​ແກ່ນ­ແຂງ​ແຮງ​ແລ້ວ ອະ​ໄວ​ຍະ​ວະ​ພາຍ​ໃນ​ເອງ​ກໍ​ບໍ່​ແຕກ​ຕ່າງ​ກັນ ໂດຍ​ສະ­ເພາະ “ປອດ” ອະ​ໄວ​ຍະ​ວະ​ສຳ­ຄັນ​ຍິ່ງ​ຢ່າງ​ໜຶ່ງ​ທີ່​ຮ່າງ­ກາຍ​ຂາດ​ບໍ່​ໄດ້ ຊຶ່ງ​ປຽບ​ດັ່ງ​ເໝືອນ​ລົມ​ຫາຍ­ໃຈ​ຂອງ​ຊີ­ວິດ ທີ່​ຈະ​ນຳ­ພາ​ອົກ​ຊິ​ແຊນ​ໄປ​ຫຼໍ່­ລ້ຽງ​ຮ່າງ­ກາຍ​ນັ້ນ​ເອງ. ໂດຍ​ການ​ອອກ­ກຳ­ລັງ​ກາຍ​ປອດ​ນັ້ນ ສົ່ງ​ຜົນ​ໃຫ້​ອົກ​ຊິ​ແຊນ​ໄຫຼ​ວຽນ​ໄປ​ຫຼໍ່­ລ້ຽງ​ສ່ວນ​ຕ່າງໆ​ຂອງ​ຮ່າງ­ກາຍ​ໄດ້​ດີ​ຂຶ້ນ ທັງ​ຫົວ­ໃຈ ສະ­ໝອງ ແລະ ກ້າມ­ຊີ້ນ…

ປາບໂຄວິດ ພິຊິດໂອກາດ ເພື່ອການທ່ອງທ່ຽວ

ໃນ​ປັດ­ຈຸ­ບັນ​ເວົ້າ​ໄດ້​ວ່າ ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ​ພວມ​ຢູ່​ໃນ​ອາ­ການ​ເຈັບ​ສາ­ຫັດ​ຂັ້ນ​ໂຄ​ມາ ຍ້ອນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ກໍ​ບໍ່​ມີ​ໃຜ​ຄາດ​ຄະ­ເນ​ໄດ້​ວ່າ ປານ­ໃດ​ອຸດ­ສາ­ຫະ­ກຳ “ສົ່ງ​ອອກ​ກັບ​ທີ່” ນີ້​ຈະ​ສາ­ມາດ​ລຸກ​ຢືນ​ຟື້ນ​ຕົວ​ຂຶ້ນ​ໄດ້ ແນວ­ໃດ​ກໍ​ດີ ຄວາມ​ຫວັງ​ຍັງ​ມີ​ຢູ່ ພິ­ສູດ​ໄດ້​ຈາກ​ການ​ປັບ​ປ່ຽນ​ນະ ໂຍ​ບາຍ​ການ­ທ່ອງ­ທ່ຽວ​ຄືນ­ໃໝ່​ຂອງ​ຫຼາຍໆ​ປະ­ເທດ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ວິ­ຖີ​ຊີ­ວິດ “ປົກ­ກະ­ຕິ​ແບບ​ໃໝ່” (New Normal)…

ສາກສະມາດໂຟນ ໂນດບຸກ ຂະນະໃຊ້ງານໄປດ້ວຍ ເຮັດໃຫ້ເຄື່ອງເພໄວແທ້ ຫຼື ບໍ່ ?

ເຊື່ອ​ວ່າ​ເປັນ​ຄຳ​ຖາມ​ທີ່​ໄດ້​ຍິນ​ເລື້ອຍໆ “ສາກ iPhone ພ້ອມ​ທັງ​ໃຊ້​ວຽກ​ຈະ​ມີ​ຜົນ​ເສຍ​ບໍ່ ?” “ສາກ​ໂນດ​ບຸ໊ກ​ໄປ​ພ້ອມ ໃຊ້​ໄປ​ນຳ ມັນ​ຈະ​ເພ​ໄວ​ຫຼື​ບໍ່ ?” ພວກ​ເຮົາ​ມາ​ເບິ່ງ​ນຳ​ກັນ. ອັນ​ດັບ​ທຳ​ອິດ ກໍ​ຕ້ອງ​ມາ​ສ້າງ​ຄວາມ​ເຂົ້າ­ໃຈ​ກ່ອນ​ວ່າ ປັດ­ຈຸ­ບັນ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ສ່ວນ​ໃຫຍ່​ໃຊ້​ແບດ​ເຕີ​ຣີ(ຖ່ານ) ຊະ­ນິດ ລິ​ທຽມ​ໄອ​ອອນ (Li-ion)…

error: Content is protected !!