ຕິດຕາມ ກວດກາຄວາມຄືບໜ້າ ການພັດທະນາຖະໜົນລ້ານຊ້າງ
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການພັດທະນາ ພື້ນທີ່ສາທາລະນະແຄມຖະໜົນລ້ານຊ້າງ ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ວັນທີ 11 ພະຈິກ 2020…
ການລົງທຶນໃນບໍລິສັດ Start-up ຫຸ່ນຍົນເພື່ອກະສິກຳ ເຕີບໂຕ 40%
ການນຳເອົາເຕັກໂນໂລຊີ ແລະ ເຄື່ອງຈັກຊະນິດຕ່າງໆ ເຂົ້າມາຊ່ວຍເພີ່ມປະສິດທິພາບການເຮັດກະສິກຳໃນຫຼາຍໆປະເທດ ເປັນທີ່ເວົ້າເຖິງມາດົນນານ ເວົ້າໄດ້ວ່າ ການເຮັດກະສິກຳທີ່ມີການໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີເພື່ອຊ່ວຍແຮງເປັນເລື່ອງປົກກະຕິມານານແລ້ວ. ແຕ່ດ້ວຍສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເກີດວິກິດຂາດແຄນແຮງງານພາກການກະສິກຳ ຍິ່ງເປັນການສົ່ງເສີມໃຫ້ເກີດຄວາມຕ້ອງການນຳຫຸ່ນຍົນ ແລະ ລະບົບອັດຕະໂນມັດ ເຂົ້າມາເຮັດວຽກແທນທີ່ຄົນໃນພາກການກະສິກຳຫຼາຍຂຶ້ນເລື້ອຍໆ.…
ບັນຫາການຄ້າມະນຸດ ເພື່ອເປົ້າໝາຍການຂູດຮີດທາງເພດ
ການຄ້າມະນຸດ ແມ່ນອາຊະຍາກຳທີ່ແຜ່ຫຼາຍໃນລະດັບຕົ້ນໆຂອງໂລກ ຄຽງຄູ່ກັບອາຊະຍາກຳຄ້າຢາເສບຕິດ ແລະ ການຄ້າສັດປ່າ ການຄ້າມະນຸດນີ້ ດຳເນີນໄປໃນຫຼາຍຮູບແບບ ແລະ ຫຼາຍລະດັບ ສຳລັບມື້ນີ້ຂໍເວົ້າສະເພາະການຄ້າມະນຸດໃນຮູບແບບການຄ້າປະເວນີ ເພື່ອເບິ່ງວ່າໃນບາງປະເທດນັ້ນ ເຂົາມີມາດຕະການແກ້ໄຂປາກົດການຫຍໍ້ທໍ້ນີ້ແນວໃດ. ທີ່ ສ ເກົາຫຼີ: ໃນທ້າຍເດືອນມີນາ…
ດື່ມເບຍມື້ລະຈອກ ມີປະໂຫຍດຕໍ່ສຸຂະພາບ
ດື່ມເບຍພຽງມື້ລະຈອກ ກໍຊ່ວຍໃຫ້ຜິວງາມຂຶ້ນ ແຕ່ຢ້ຳພຽງມື້ລະຈອກເທົ່ານັ້ນ ແລະ ຊ່ວຍໄດ້ຫຼາຍໆຢ່າງ. 1. ປ້ອງກັນພະຍາດຫົວໃຈ: ຜູ້ທີ່ດື່ມເບຍມີຄວາມສ່ຽງຕໍ່ພະຍາດຫົວໃຈໜ້ອຍກວ່າຜູ້ທີ່ບໍ່ໄດ້ດື່ມເບຍ 40-60% ແຕ່ຄວນດື່ມບໍ່ເກີນເຄິ່ງລິດຕໍ່ມື້. 2. ຊ່ວຍຫຼຸດຄວາມດັນໂລຫິດ: ອຳມະພາດ ສານທີ່ມີປະໂຫຍດໃນເບຍສາມາດຊ່ວຍປ້ອງກັນ ເສັ້ນເລືອດອຸດຕັນ. 3.…
ບ້ານດອນຊົມ ມີຄວາມພ້ອມທີ່ຈະນຳພາປະຊາຊົນພັດທະນາສະຖານທີ່ທ່ອງທ່ຽວ
ບ້ານດອນຊົມ ເມືອງໂຂງ ແຂວງຈຳປາສັກ ເປັນບ້ານໜຶ່ງທີ່ຕັ້ງຢູ່ກາງດອນແມ່ນ້ຳຂອງ ປະຊາຊົນປະກອບອາຊີບເຮັດນາເປັນຫຼັກ ສ່ວນອາຊີບປູກຝັງ ລ້ຽງສັດ ແລະ ຫາປາເປັນອາຊີບສຳຮອງ ພ້ອມນັ້ນ ບ້ານແຫ່ງນີ້ຍັງມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດທີ່ເປັນທ່າແຮງບົ່ມຊ້ອນ ແຕ່ສະຖານທີ່ທ່ອງທ່ຽວດັ່ງກ່າວ ຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ ແລະ ຍັງບໍ່ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ທ່ານ…
ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນ ກະຊວງ ຜທ ຈະນຳໃຊ້ລະບົບ G-Chat
ວັນທີ 11 ພະຈິກ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດເຝິກອົບຮົມການນຳໃຊ້ລະບົບສື່ສານພາກລັດ (G-Chat) ສຳລັບພະນັກງານການນຳຂັ້ນກົມ ທຽບເທົ່າຮອງກົມ ແລະ ຄະນະ ພະແນກພາຍໃນກະຊວງ…
ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19
ສະຖານເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນໃຫ້ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບສົ່ງອຸປະກອນປ້ອງກັນພະຍາດໂຄວິດ-19 ມູນຄ່າ 1.285.000 ບາດ ຫຼືປະມານ 394 ລ້ານກີບ ໃຫ້ລັດຖະບານ ສປປ…
ເງິນກູ້ຢືມ ເພື່ອສະໜອງທຶນຊຸກຍູ້ທຸລະກິດຂະໜາດນ້ອຍ
ປັດຈຸບັນ ມີການສະໜັບສະໜູນທຶນຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍ ສປປ ລາວ ລອດພົ້ນຈາກສະພາວະເສດຖະກິດຖົດຖອຍ ອັນເນື່ອງມາຈາກການແຜ່ລະບາດພະຍາດໂຄວິດ-19 ວັນທີ 11 ພະຈິກ 2020 ກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມໃນສັນຍາເງິນກູ້ຢືມເພື່ອສະໜອງທຶນຈໍານວນ…
ນວ ເປີດຂະບວນການສັກຢາປ້ອງກັນພະຍາດສັດ
ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບເມືອງປາກງື່ມ ນວ ຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ເນື່ອງໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ປະຈໍາປີ 2020 ຂຶ້ນວັນທີ 11…