ຈັດກິດຈະກໍາກີລາຍ່າງ-ເຕັ້ນແອໂຣບິກ ສະຫຼອງວັນຊາດ

    ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ຂຶ້ນໃນວັນທີ 5 ທັນວາ 2020 ຢູ່ເດີ່ນສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງ ສສກ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ ມີຄະນະກົມອ້ອມຂ້າງ ພະແນກການ ຮອງເຈົ້າເມືອງ ຕະຫຼອດຮອດສະຖາບັນການສຶກສາ ຜູ້ບໍລິຫານ ຜູ້ອໍານວຍການ ແລະ ນ້ອງນັກຮຽນອ້ອມຂ້າງນະຄອນຫຼວງ ເຂົ້າຮ່ວມ.

    ທ່ານ ປະສິດທິຜົນ ພອນວັນທາ ຮອງປະທານສະມາຄົມການສຶກສາພາກເອກະຊົນ ຫົວໜ້າຝ່າຍກິດຈະກໍາ ແລະ ການເຝິກອົບຮົມ ກ່າວວ່າ: ສະມາຄົມການສຶກສາພາກເອກະຊົນ ຈັດກິດຈະກໍາຄັ້ງນີ້ ກໍເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຄໍານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ຄັ້ງທີ IX ທີ່ຫາກໍສໍາເລັດລົງວ່າງບໍ່ດົນມານີ້.

    ກິດຈະກໍາທີ່ຈັດຂຶ້ນມີ: ກິດຈະກໍາຍ່າງສັນລະເສີນລວມໝູ່ຄະນະ ອ້ອມເດີ່ນສວນເຈົ້າອານຸວົງ ຊຸດກອງດຸລິຍາງຈາກນ້ອງນັກຮຽນຊາວໜຸ່ມຂອງເມືອງຈັນທະບູລີ ປະກອບສ່ວນຈາກໂຮງຮຽນສີນໄຊ ກິດຈະກໍາຮ້ອງເພງລວມໝູ່ ປະກອບມີ: ເພງຊາດລາວ ບຸນຄຸນພັກ ຢູ່ບ້ານແມ່ເຮົາ ເຜົ່າລາວເອີຍ ແລະ ກິດຈະກໍາອອກກໍາລັງກາຍ ເຕັ້ນແອໂຣບິກເປັນໝູ່ຄະນະ.

                            # ຂ່າວ & ພາບ : ສີພອນ

error: Content is protected !!