ແຂວງບໍ່ແກ້ວ ຢຶດສານເສບຕິດໄດ້ 7 ກວ່າໂຕນ

      ວັນທີ 04 ທັນວາ 2020 ຜ່ານມາ ຄະນະສະເພາະກິດ ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວລັກລອບຂົນສົ່ງສານເສບຕິດຢູ່ທີ່ຂອບເຂດຊາຍແດນ ລາວ-ມຽນມາ ດັ່ງນັ້ນ ທາງກອງບັນຊາການທະຫານແຂວງບໍ່ແກ້ວຈຶ່ງອອກຄຳສັ່ງໃຫ້ບັນດາປ້ອມທະຫານຊາຍແດນອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບ. 

      ເວລາປະມານ 23:00 ໂມງ ປ້ອມທະຫານຊາຍແດນ 121 ທີ່ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ພົບເຫັນເຮືອບັນທຸກສິນຄ້າຈອດຢູ່ ເຂດບ້ານປຸງເລາະ ເມືອງເມິງ ແຂວງບໍ່ແກ້ວ ດັ່ງນັ້ນ ອ້າຍນ້ອງທະຫານຂອງພວກເຮົາຈື່ງໄດ້ສະແດງຕົວເຂົ້າກວດຄົ້ນ ແມ່ນໄດ້ພົບເຫັນສິ່ງທີ່ຜິດກົດໝາຍຄື: ແປ້ງຝຸ່ນສີຂາວ (ຄາເຟອິນ) ຈໍານວນ 290 ເປົາ ເທົ່າກັບ 7.250 ກິໂລກຣາມ ເຮືອບັນທຸກສິນຄ້າຈຳນວນ 01 ລຳ ພ້ອມທັງກັກຕົວຜູ້ຕ້ອງຫາໄດ້ຈໍານວນ 3 ຄົນ ຄື: ທ້າວ ນວນ  ອາຍຸ 32 ປີ ອາຊີບ ຊາວນາ ທ້າວ ໜານມາ ອາຍຸ 35 ປີ ອາຊີບ ຊາວນາ ທ້າວ ອິນ ອາຍຸ 65 ປີ ອາຊີບ ຂັບເຮືອ ຜູ້ກ່ຽວທັງ 3 ແມ່ນສັນຊາດມຽນມາ ຊົນເຜົ່າລື້ ຢູ່ບ້ານຊຽງລາບ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ.

       ປັດຈຸບັນໄດ້ມອບຂອງກາງ ແລະ ຜູ້ຕ້ອງຫາໃຫ້ເຈົ້າໜ້າທີ່ ຕຳຫຼວດແຂວງບໍ່ແກ້ວດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ-ພັກພວກທີ່ຮ່ວມຂະ ບວນການຄ້າຂາຍໃນຄັ້ງນີ້ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

error: Content is protected !!