ເວົ້າ-ຂຽນ ບໍ່ດີຈະມີໄພຕາມມາ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ມີ​ເລື່ອງ​ກ່ຽວ​ກັບ​ມາດ​ຕະ­ການ​ຕ່າງໆ ເພື່ອ​ກຳ­ຈັດ​ຂໍ້­ຄວາມ​ໃນ​ສື່​ສັງ­ຄົມ ທີ່​ກໍ່­ໃຫ້­ເກີດ​ມີ​ຄວາມ​ລັງ​ກຽດ​ຄຽດ​ຊັງ ການ​ຈຳ­ແນກ​ຜິວ​ພັນ​ເຊື້ອ​ຊາດ ກໍ​ຄື ການ​ຍຸ­ຍົງ​ສົ່ງ­ເສີມ​ການ​ໃຊ້​ຄວາມ​ຮຸນ​ແຮງ.

ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ): ໃນ​ທ້າຍ​ເດືອນ​ມິ­ຖຸ­ນາ 2019 ທ່ານ ອານ​ໂຕ​ໂຍ ອູ​ເຕ​ເຣັດ ເລ­ຂາ­ທິ­ການ​ໃຫຍ່ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ໄດ້​ປະ­ກາດ​ແຜນ​ຍຸດ​ທະ​ສາດ ເພື່ອ​ຕ້ານ​ຂໍ້­ຄວາມ​ອັນ­ຕະ­ລາຍ​ທີ່​ຜ່ານ​ເຄືອ​ຄ່າຍ​ສື່­ສານ​ສັງ­ຄົມ ດ້ວຍ​ວິ­ທີ​ຊອກ​ຮູ້​ເຫດ­ຜົນ​ຂອງ​ບັນ­ຫາ ກຳ­ນົດ​ວິ­ທີ​ການ​ປ້ອງ​ກັນ ແລະ ວິ­ທີ​ຕ້ານ­ທານ​ໂດຍ​ກົງ ທ່ານ​ເລ­ຂາ­ທິ­ການ​ໃຫຍ່​ບອກ​ວ່າ ຂໍ້­ຄວາມ​ທີ່​ກໍ່­ໃຫ້­ເກີດ​ຄວາມ​ຄຽດ​ແຄ້ນ​ກຽດ​ຊັງ​ນັ້ນ ເປັນ​ຕົວ​ມານ​ທີ່​ຮ້າຍ​ຂາດ​ຕໍ່​ພື້ນ­ຖານ​ສິດ­ທິ​ມະ­ນຸດ ມັນ​ທຳ­ລາຍ​ຄວາມ​ສະ­ໝານ​ສາ­ມັກ­ຄີ ສັນ­ຕິ­ພາບ ກໍ​ຄື ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ແຜນ​ຍຸດ​ທະ​ສາດ​ດັ່ງ­ກ່າວ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ມີ​ເປົ້າ​ທີ່​ສຳ­ຄັນ​ຕົ້ນ­ຕໍ​ຢູ່ 2 ຢ່າງ​ຄື: ໜຶ່ງ: ແກ້​ໄຂ​ສາ­ເຫດ​ຕົ້ນ­ຕໍ​ທີ່​ກໍ່­ໃຫ້­ເກີດ​ມີ​ການ​ແຜ່​ລະ­ບາດ​ຂໍ້­ຄວາມ​ທີ່​ສ້າງ​ຄວາມ​ຄຽດ​ຊັງ​ໃນ​ສັງ­ຄົມ ເຊັ່ນ: ການ​ໃຊ້​ຄວາມ​ຮຸນ​ແຮງ ຊ່ອງ​ຫວ່າງ​ຫຼຸດ​ໂຕນ ການ​ຈຳ­ແນກ ຄວາມ­ທຸກ​ຍາກ ການ​ບໍ່​ມີ​ສ່ວນ​ຮ່ວມ ຄວາມ​ບໍ່​ສະ­ເໝີ­ພາບ ການ​ຂາດ​ພື້ນ­ຖານ​ການ​ສຶກ​ສາ ແລະ ຄວາມ​ອ່ອນ­ແອ​ໄຮ້​ປະ­ສິດ­ທິ­ພາບ​ໃນ​ກົນ​ໄກ​ການ​ປົກ­ຄອງ​ຂອງ​ລັດ ວິ­ທີ​ແກ້​ໄຂ​ສາ­ເຫດ​ໂຕ​ທີ 1 ໜຶ່ງ ກໍ​ຄື ຕ້ອງ​ຊອກ​ໃຫ້​ເຫັນ​ຜູ້​ກໍ່​ເຫດ ແລ້ວ​ຊອກ​ຫາ​ຜູ້​ທີ່​ມີ​ຄວາມ​ສາ­ມາດ​ປະ​ເຊີນ​ໜ້າ​ກັບ​ຜູ້​ກໍ່​ເຫດ​ດັ່ງ­ກ່າວ ປັບ­ປຸງ​ໃຫ້​ລະ­ບົບ​ການ​ສຶກ​ສາ​ເຂັ້ມ­ແຂງ ເພື່ອ​ເປັນ​ເຄື່ອງ­ມື​ປ້ອງ​ກັນ​ລ່ວງ​ໜ້າ ການ​ສຶກ​ສາ​ຈະ​ເຮັດ​ໜ້າ­ທີ່​ສັງ​ລວມ​ເປົ້າ​ໝາຍ​ທີ່​ເປັນ​ເອ­ກະ​ພາບ ໃນ​ການ​ຕ້ານ​ຂໍ້­ຄວາມ​ແຫ່ງ​ຄວາມ​ຄຽດ​ຊັງ​ກັນ ເປົ້າ​ໝາຍ​ສຳ­ຄັນ​ຕົ້ນ­ຕໍ​ອັນ​ທີ​ສອງ​ຂອງ​ແຜນ​ຍຸດ​ທະ​ສາດ ກໍ​ຄື ເພີ່ມ​ຂີດ​ຄວາມ​ສາ­ມາດ​ຂອງ​ອົງ­ການ ສປຊ ໃຫ້​ມີ​ຄວາມ​ສາ­ມາດ​ແກ້​ໄຂ​ຜົນ​ກະ­ທົບ​ທາງ​ລົບ​ຂອງ​ຂໍ້­ຄວາມ​ແຫ່ງ​ຄວາມ​ລັງ​ກຽດ​ຄຽດ​ຊັງ​ທີ່​ມີ​ຕໍ່​ສັງ­ຄົມ.

ທີ່ ເຢຍ​ລະ​ມັນ: ໃນ​ທ້າຍ​ເດືອນ ກຸມ­ພາ 2020 ທາງ​ການ​ເຢຍ​ລະ​ມັນ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ຕ້ານ​ລັດ­ທິ​ຂວາ​ຈັດ ອາ​ຊະ​ຍາ​ກຳ​ແຫ່ງ​ຄວາມ​ຄຽດ​ຊັງ ທີ່​ເຜີຍ­ແຜ່​ຜ່ານ​ລະ­ບົບ​ອິນ​ເຕີ​ເນັດ ກົດ­ໝາຍ​ໄດ້​ກຳ­ນົດ​ໂທດ​ຜູ້​ລະ­ເມີດ​ດ້ວຍ​ໂທດ​ຈຳ​ຄຸກ​ສູງ​ສຸດ​ເປັນ​ເວ­ລາ 3 ປີ ເພີ່ມ​ຈາກ 1 ປີ​ໃນ​ເມື່ອ​ກ່ອນ ພາຍ​ໃຕ້​ກົດ­ໝາຍ​ດັ່ງ­ກ່າວ ເຄືອ​ຄ່າຍ​ສື່​ສັງ­ຄົມ​ອອນ​ລາຍ ຕ້ອງ​ໄດ້​ລາຍ​ງານ​ການ​ເຜີຍ­ແຜ່​ເອ­ກະ­ສານ ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ນອກ​ລັດ​ຖະ​ທຳ​ມະ­ນູນ ໃຫ້​ຫ້ອງ­ການ​ຕຳ­ຫຼວດ​ທີ່​ຮັບ­ຜິດ­ຊອບ​ຄະ­ດີ​ອາ​ຊະ​ຍາ​ກຳ ນອກ­ຈາກ​ນັ້ນ ຍັງ​ຕ້ອງ​ລາຍ​ງານ​ເນື້ອ​ໃນ​ທີ່​ຈະ​ກໍ່­ໃຫ້­ເກີດ​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ­ໜ່ວງ ກໍ​ຄື ບັນ­ຍາ­ກາດ​ແຫ່ງ​ຄວາມ​ຄຽດ​ຊັງ​ທີ່​ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ອຳ­ນາດ​ລັດ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ມີ​ສິດ​ທວງ​ເອົາ​ທີ່­ຢູ່ ແລະ ລະ­ຫັດ​ສະ­ເພາະ​ສ່ວນ​ບຸກ­ຄົນ​ຂອງ​ຜູ້​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ ໃນ​ກໍ­ລະ­ນີ​ທີ່​ມີ​ພົວ­ພັນ​ກັບ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ ໃນ​ເມື່ອ​ກ່ອນ (ກ່ອນ​ມີ​ກົດ­ໝາຍ​ສະ­ບັບ​ນີ້) ເຈົ້າ​ຂອງ​ສຳ­ນັກ­ງານ​ສື່​ດີ​ຈີ​ຕອນ ມີ​ພຽງ​ແຕ່​ໄດ້​ຮັບ​ການ​ຂໍ​ຮ້ອງ​ໃຫ້​ລຶບ​ເນື້ອ​ໃນ​ທີ່​ຂັດ​ກັບ​ກົດ­ໝາຍ​ອອກ.

ໃນ​ເດືອນ​ຕຸ­ລາ 2019 ກຸ່ມ​ຫົວ​ຮຸນ​ແຮງ​ຂວາ​ຈັດ ໄດ້​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໃນ​ຊຸມ​ຊົນ​ຊາວ​ຢິວ ທີ່​ເມືອງ​ຮານ​ເລີ ທາງ​ພາກ​ຕາ­ເວັນ​ອອກ​ຂອງ​ເຢຍ​ລະ​ມັນ ໂດຍ​ຊາຍ​ຄົນ​ໜຶ່ງ​ໄດ້​ຍິງ​ປືນ​ກວາດ​ໃສ່​ຊາວ​ຢິວ ຢູ່​ນອກ​ສຳ­ນັກ​ປະ­ຕິ­ບັດ​ທຳ ວ່າ​ກັນ​ວ່າ ກົດ­ໝາຍ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ກຸ່ມ​ຂວາ​ຈັດ​ສະ­ບັບ​ນີ້ ອອກ​ມາ​ເພື່ອ​ຮັບ​ມື​ກັບ​ການ​ກະ­ທຳ​ແບບ​ກໍ່​ການ​ຮ້າຍ​ທີ່​ອາດ​ເກີດ​ຂຶ້ນ​ອີກ​ໃນ​ອະ­ນາ­ຄົດ ທ່ານ​ນາງ ຄຼິດ​ສະ​ຕິນ ລຳ​ເບຼັດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຍຸ­ຕິ​ທຳ​ຂອງ​ເຢຍ​ລະ​ມັນ ມີ​ຄຳ​ເຫັນ​ກ່ຽວ​ກັບ​ກົດ­ໝາຍ​ສະ­ບັບ​ນີ້​ວ່າ: “ຕໍ່​ໄປ ບຸກ­ຄົນ​ທີ່​ໃຊ້​ອິນ​ເຕີ​ເນັດ ເພື່ອ​ເປົ້າ​ໝາຍ​ຂູ່­ເຂັນ (ຄົນ​ອື່ນ) ຈະ​ຕ້ອງ​ຖືກ​ຕັດ­ສິນ​ຢ່າງ​ເຄັ່ງ​ຄັດ ແລະ ໜັກ​ຂຶ້ນ ພວກ​ເຮົາ​ຕ້ອງ​ດັບ​ສູນ​ບ່ອນ​ເພາະ​ພັນ ທີ່​ເຮັດ​ໃຫ້​ລັດ­ທິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແຜ່​ລະ­ບາດ”.

error: Content is protected !!