ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດແອັບເປິລ (Apple Inc) ໄດ້ຕັ້ງເງິນລາງວັນ 1 ລ້ານໂດລາສະຫະລັດ ສຳລັບຜູ້ທີ່ສາມາດພົບຂໍ້ບົກຜ່ອງໃນລະບົບຄວາມປອດໄພຂອງໂທລະສັບມືຖືໄອໂຟນ.
ຖືເປັນເງິນລາງວັນສູງສຸດທີ່ Apple ໃຫ້ເພື່ອໃຊ້ໃນການພັດທະນາລະບົບປ້ອງກັນ ການຖືກແຮັກໂທລະສັບ ໃນຂະນະທີ່ກຳລັງມີຄວາມກັງວົນເລື່ອງທີ່ລັດຖະບານຫຼາຍປະເທດ ລັກລອບເຈາະລັກຂໍ້ມູນໃນໂທລະສັບມືຖືຂອງຝ່າຍກົງກັນຂ້າມທາງການເມືອງ ສື່ມວນຊົນ ແລະ ນັກສິດທິມະນຸດທົ່ວໂລກ.
ທາງ Apple ລະບຸວ່າ ຜູ້ທີ່ຈະຄວ້າເງິນລາງວັນກ້ອນໃຫຍ່ທີ່ສຸດ ຄື 1 ລ້ານໂດລານີ້ໄດ້ ຕ້ອງສະແດງໃຫ້ເຫັນວ່າ ສາມາດເຂົ້າເຖິງໄອໂຟນຂອງບຸກຄົນເປົ້າໝາຍໄດ້ຈາກໄລຍະໄກ ໂດຍທີ່ບໍ່ມີຄວາມຊ່ວຍເຫຼືອໃດໆຈາກເຈົ້າຂອງໂທລະສັບ.
ທີ່ຜ່ານມາ Apple ໄດ້ຕັ້ງເງິນລາງວັນ ໃຫ້ກັບຜູ້ທີ່ສາມາດພົບຂໍ້ບົກຜ່ອງໃນຜະລິດຕະພັນຕ່າງໆຂອງ Apple ຫຼາຍຄັ້ງ ໂດຍເງິນລາງວັນສູງສຸດທີ່ເຄີຍໃຫ້ຄື 200.000 ໂດລາ ສະຫະລັດ ສຳລັບຜູ້ທີ່ພົບຂໍ້ບົກຜ່ອງໃນຊອຟແວຣ໌ ເຊິ່ງສາມາດແກ້ໄຂໄດ້ດ້ວຍການອັບເດດ.