ສໍາເລັດກີລາດອກປີກໄກ່ທົ່ວປະເທດ ຊີງຂັນນາຍົກລັດຖະມົນຕີ ສະຫຼອງວັນຊາດ

    ປີດສາກລົງຢ່າງເປັນທາງການ ສໍາລັບການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ປະເພດທີມ ຄັ້ງທີ ll ຊີງຂັນນາຍົກລັດຖະມົນຕີ ໃນວັນທີ 6 ທັນວາ 2020 ຢູ່ເດີ່ນສະໂມສອນດອກປີກໄກ່ເສດຖາ ບືງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ສົມດີ ດວງດີ ຮອງນາຍົດລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ທັງເປັນປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດລາວ  ພ້ອມດ້ວຍຄະນະສະຫະພັນ ຜູ້ໃຫ້ການສະໜັບສະໜູນ ຕະຫຼອດຮອດກອງເຊຍຫຼາຍຮ້ອຍຄົນ.

    ໂອກາດນີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງ ຂັນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ພ້ອມທັງສະແດງຄວາມຂອບໃຈມາຍັງຜູ້ສະໜັບສະໜູນຈາກພາກສ່ວນຕ່າງໆ ເຊັ່ນ:ບໍລິສັດ ເບຍລາວ ຈຳກັດ ບໍລິສັດ ການບິນລາວ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທະນາຄານ ບີໄອຊີ ລາວ ກຸ່ມບໍລິສັດ ພົງຊັບທະວີ ບໍລິສັດ ຈະເລີນເຊກອງ ພະລັງງານ ບໍລິສັດ ພີເອັສແອລ ເຊີວິດ ຈຳກັດ ບໍລິສັດ ລາວໂທລະຄົມ ຮ້ານອາຫານ ອາຊໍ້ຫູສະຫຼາມ ທະນາຄານລາວ-ຫວຽດ ແລະ ພາກສ່ວນອື່ນໆອີກຈໍານວນໜຶ່ງ.

    ການແຂ່ງຂັນຄັ້ງນີ້ ມີ 28 ພາກສ່ວນເຂົ້າຮ່ວມ ມີ 6 ລາຍການ ປະກອບມີ: ທີມຊາຍທົ່ວໄປ 18 ທີມ ທີມຍິງທົ່ວໄປ 8 ທີມ ທີມປະສົມທົ່ວໄປ 9 ທີມ ທີມເຍົາວະຊົນຊາຍ 13 ທີມ ທີມເຍົາວະຊົນປະສົມ 5 ທີມ ແລະ ທີມອາວຸໂສຊາຍ 6 ທີມ ຜ່ານການແຂ່ງຂັນ ຜົນປາກົດວ່າ: ທີມຊາຍທົ່ວໄປ ຊະນະເລີດ ທີມບໍລິສັດ PSL ຈໍາກັດ ອັນດັບ 2 ທີມ New Pay-2 ແລະ ອັນດັບ 3 ສະໂມສອນເຄທີ 1 ທີມຍິງທົ່ວໄປ ຊະນະເລີດ ສະມາຄົມທຸລະກິດໜຸ່ມແຫ່ງຊາດ ອັນດັບ 2 ທີມ New Pay-2 ແລະ ອັນດັບ 3 ທີມ New Pay-1 ທີມປະສົມທົ່ວໄປ ຊະນະເລີດ ບໍລິສັດ PSL ອັນດັບ 2 New Pay-2 ແລະ ອັນດັບ 3 ສະໂມສອນເຄທີ ທີມເຍົາວະຊົນຊາຍ ຊະນະເລີດ ທີມ New Pay ອັນດັບ 2 ທີມການບິນລາວ ແລະ ເຄື່ອງກີລາວິກເຕີ ແລະ ອັນດັບ 3 ທີມຊັບປັນຍາ ທີມເຍົາວະຊົນປະສົມ ຊະນະເລີດ ທີມ New Pay ແລະ ອັນດັບ 2 ທີມຊັບປັນຍາ ແລະ ອັນດັບ 3 ທີມວິນເນີ ຫຼວງພະບາງ ທີມອາວຸໂສຊາຍ ຊະນະເລີດ ທີມສະໂມສອນລາວ-ຫວຽດ ອັນດັບ 2 ທີມສະກາຍໄລ ແລະ ອັນດັບ 3 ຈະເລີນຊັບ-2.

    ສໍາລັບເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ຊະນະເລີດປະເພດທີມຊາຍ ແລະ ທີມປະສົມ ແມ່ນໄດ້ຮັບ 12 ລ້ານກີບ ອັນດັບ 2 ໄດ້ 8 ລ້ານກີບ ແລະ ອັນດັບ 3 ໄດ້ 5 ລ້ານກີບ ຫຼຽນລາງວັນ ແລະ ຂັນລາງວັນຕາມລໍາດັບ ສ່ວນປະເພດທີມຍິງ ທີມເຍົາວະຊົນຊາຍ ແລະ ທີມເຍົາວະຊົນປະສົມ ຊະນະເລີດແມ່ນໄດ້ 8 ລ້ານກີບ ອັນດັບ 2 ໄດ້ 5 ລ້ານກີບ ແລະ ອັນດັບ ໄດ້ 3 ລ້ານກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນຕາມລໍາດັບ ຂະນະທີ່ ຊະນະເລີດທີມອາວຸໂສ ໄດ້ຮັບ 5 ລ້ານກີບ ອັນດັບ 2 ໄດ້ຮັບ 3 ລ້ານ ແລະ ອັນດັບ 3 ໄດ້ຮັບ 2 ລ້ານກີບ ພ້ອມຫຼຽນລາງວັນຕາມລໍາດັບ ນອກນັ້ນ ນັກກີລາທີ່ສາມາດເຂົ້າຮອບ 8 ທີມສຸດທ້າຍຂຶ້ນໄປ ກໍໄດ້ຮັບຄະແນນສະສົມເຊັ່ນກັນ.

  # ຂ່າວ & ພາບ : ສີພອນ

error: Content is protected !!