ມອບລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ

    ພິທີມອບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຢູ່ ສປປ ລາວ ປະຈຳປີ 2020 ຈັດຂຶ້ນວັນທີ 4 ທັນວາ 2020 ຢູ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໂດຍມີທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ປະທານຄະນະກຳມະການຄັດເລືອກນັກສຶກສາ ໂຄງການລາງວັນຮອນດາເພື່ອນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຢູ່ລາວ ທ່ານ ນາງ ດອກແກ້ວ ພົນທະຈິດ ຮອງຫົວໜ້າກົມກິດຈະກຳນັກສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ Hiroto ISHIDA ປະທານມູນນິທິຮອນດາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ກ່າວວ່າ: ມຸນນິທິຮອນດາໄດ້ສ້າງຄັ້ງໂຄງການລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ເພື່ອແນໃສ່ປູກຈິດສຳນຶກໃຫ້ໄວຊາວໜຸ່ມໃນທົ່ວໂລກ ມີວິໄສທັດກວ້າງໄກ ມີແນວຄິດສ້າງສັນ ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດບັນລຸຄວາມຝັນຂອງຕົນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດພາລະກິດຂອງການຈັດຕັ້ງທີ່ຕົນສ້າງຂຶ້ນ ຫຼື ສັງກັດຢູ່ ຄືດັ່ງທີ່ທ່ານ ໂຊອິຈິໂຣະ ຮອນດາໄດ້ປະຕິບັດ  ພ້ອມນັ້ນ  ຜູ້ທີ່ໄດ້ຮັບລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ກໍຕ້ອງປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ດີລະຫວ່າງປະເທດຂອງຕົນ ແລະ ປະເທດຍີ່ປຸ່ນ.

    ດັ່ງນັ້ນ ພາຍໃຕ້ຈຸດປະສົງດັ່ງກ່າວ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໂດຍໄດ້ຮັບການຊີ້ນຳ-ນຳພາຈາກທ່ານອະທິການບໍດີ ມຊ ແລະ ຄະນະກຳມະການຄັດເລືອກນັກສຶກສາເພື່ອຮັບລາງວັນ ຈຶ່ງໄດ້ເຮັດວຽກກັບຄະນະວິສະວະກຳສາດ (ຄວສ) ຄະນະຊັບພະຍາກອນນ້ຳ (ຄຊນ) ແລະ ຄະນະວິທະຍາສາດທຳມະຊາດ (ຄວທ) ຈັດຕັ້ງດຳເນີນການຈັດປະຖົມນິເທດຢູ່ 3 ຄະນະວິຊາດັ່ງກ່າວເພື່ອແຈ້ງຕາຕະລາງການຮັບສະໝັກ ໃນຄັ້ງວັນທີ 15 16 ແລະ 17 ມິຖຸນາ 2020 ແລະ ຈັດຕັ້ງການສອບເສັງຄັດເລືອກດ້ວຍການຂຽນບົດຄວາມໃນຫົວຂໍ້ສະເພາະໃດໜຶ່ງເປັນພາສາລາວ ໃນຄັ້ງວັນທີ 22 ກໍລະກົດ 2020 ແລະ ເປັນພາສາອັງກິດ ໃນວັນທີ 12 ສິງຫາ 2020 ພ້ອມທັງໄດ້ດຳເນີນການສຳພາດເປັນພາສາອັງກິດໃນເດືອນກັນຍາ 2020 ເພື່ອຄັດເລືອກເອົາຜູ້ທີ່ມີເງື່ອນໄຂຂອງມູນນິທິຮອນດາກຳນົດ ໂດຍໄດ້ມີການສອບເສັງຂຽນບົດຄວາມເປັນພາສາລາວຄັ້ງທີ 1 ມີນັກສຶກສາເຂົ້າຮ່ວມສອບເສັງທັງໝົດ 35 ຄົນ ຍິງ 14 ຄົນ ສອບເສັງຂຽນບົດຄວາມເປັນພາສາອັງກິດຄັ້ງທີ 2 ມີນັກສຶກສາ 20 ຄົນ ຍິງ 8 ຄົນ ແລະ ສອບເສັງສຳພາດຄັ້ງທີ 3 ມີຜູ້ເຂົ້າຮ່ວມ 10 ຄົນ ຍິງ 4 ຄົນ ຜ່ານການສອບເສັງໃນຮອບສຸດທ້າຍ ສາມາດເລືອກໄດ້ນັກສຶກສາ 2 ຄົນທີ່ຜ່ານການຄັດເລືອກ ແລະ ໄດ້ຮັບລາງວັນຈາກຮອນດາປະຈຳປີ 2020 ຄື: ທ້າວ ດາວພະອິນ ຈັນທະວົງ ຈາກ ຄວສ ແລະ ທ້າວ ປຣີຊາ ແສນດວງເດດ ຈາກ ຄວທ ເປັນທຶນການສຶກສາຜູ້ລະ 3000 ໂດລາສະຫະລັດ ຫຼືປະມານ 27 ລ້ານກີບ.

    ປີ 2020 ເປັນປີທີ 13 ທີ່ ສປປ ລາວ ໄດ້ຈັດຕັ້ງຄັດເລືອກຜູ້ຮັບລາງວັນຮອນດາສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຂອງມຸນນິທິຮອນດາ ເຊິ່ງມີຜູ້ໄດ້ຮັບລາງວັນທັງໝົດ 26 ຄົນ ຍິງ 11 ຄົນ.

                            # ຂ່າວ & ພາບ : ລັດເວລາ

error: Content is protected !!