ເປີດປ້າຍສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955

     ວັນທີ 7 ທັນວາ 2020 ທີ່ດ່ານ ນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ ສະຫາຍ ຄຳພັນ ພົມມະທັດ ກຳມະການ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍການນຳພັກ-ລັດ ອະດີດການນຳພັກ – ລັດ  ພ້ອມດ້ວຍພະນັກງານປະຕິວັດອາວຸໂສ  ບັນດາກ້ອນກຳລັງ ປກຊ-ປກສ ຊາວໜຸ່ມ ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ປີ 1955.

error: Content is protected !!