ສປປ ລາວ ສໍາເລັດການຄັດເລືອດຕົວແທນນັກຮຽນເຂົ້າຮ່ວມການ​ແຂ່ງຂັນ​ຖາມ-ຕອບ​ຄວາມ​ຮູ້​ກ່ຽວ​ກັບ​ອາ​ຊຽນ

     ການ​ແຂ່ງຂັນ​ຖາມ-ຕອບ​ຄວາມ​ຮູ້​ກ່ຽວ​ກັບ​ອາ​ຊຽນລະດັບຊາດ ຄັ້ງທີ 9 ປະຈຳປີ 2020 ຈັດຂຶ້ນວັນທີ 4 ທັນວາ 2020 ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ໂພສີ ແກ້ວມະນີວົງ ກຳມະການພັກກະຊວງຖະແຫຼງຂ່າວ ວັດທະນະທະນະທຳ ແລະ ທ່ອງທ່ຽວ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຈັດຕັ້ງການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດຄັ້ງທີ 9 ປີ 2020 ພ້ອມນີ້ ມີທ່ານ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ​ທ່ານ​ ວໍລະສັກ ປຣະວົງ​ວຽງ​ຄຳ ຄະນະຮັບຜິດຊອບ​ໂຄງການ ASEAN Quiz ​ແຫ່ງ​ສປປ ລາວ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ການ​ແຂ່ງຂັນ​ຖາມ-ຕອບ​ຄວາມ​ຮູ້​ກ່ຽວ​ກັບ​ອາ​ຊຽນລະດັບ​ຊາດ (ຫຼື NATIONAL ASEAN QUIZ) ຕາມລະບຽບ​ວາງ​ໄວ້​ ​ແມ່ນ​ຈະ​ຕ້ອງ​ຈັດ​ຂຶ້ນ​ທຸກໆ​ສອງ​ປີ ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ ​ໂດຍ​ຄັ້ງ​ນີ້ຈະ​ເປັນ​ຄັ້ງ​ທີ IX ​ແລ້ວ ການ​ແຂ່ງຂັນ​​ແນ​ໃສ່​ບັນດາ​​ນັກຮຽນ​ຂັ້ນ​ມັດທະຍົມ​ຕອນ​ປາຍ ​ທີ່​ມີ​ອາຍຸ​ສະ​ເລ່ຍລະຫວ່າງ 14 – 18 ປີ ​ເພື່ອ​​ຄັດ​ເລືອກ​ເອົາ​ນ້ອງ​ນັກຮຽນ​ທີ່​ເກ່ງ​ທີ່​ສຸດ​ຈຳນວນ​ 3 ຄົນ ​ເປັນຕົວ​ແທນ​ປະເທດ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ASEAN QUIZ ​ລະດັບ​ພາກພື້ນ ຮ່ວມ​ກັບ​​ນັກຮຽນ​ເກ່ງທີ່​ເປັນ​ຕົວ​ແທນ​ອີກ 9 ປະ​ເທດ​ສະມາຊິກ​ອາ​ຊຽນ ສຳລັບປີນີ້ ອີງຕາມແຈ້ງການຂອງປະເທດເຈົ້າພາບ ການແຂ່ງຄັ້ງນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 15 ແລະ 16 ທັນວາ ປີ 2020 ທີ່ຈະມາເຖິງ ສຳລັບສປປ ລາວເຮົາ ມີນັກຮຽນ​ເກ່ງ​ຈາກໂຮງຮຽນ​ມັດທະຍົມ​ຕອນ​ປາຍ​​ທັງ​ພາກ​ລັດ ແລະ ພາກ​ເອກະ​ຊົນຈາກທົ່ວທຸກພາກຂອງປະເທດເຮົາຄື: ຫຼວງພະບາງ ຕົວແທນພາກເໜືອ ສະຫວັນນະເຂດ ພາກກາງ ຈຳປາສັກ ພາກໃຕ້ ແລະ ນວ ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ​​ແບ່ງ​ອອກ​ເປັນ 4 ຮອບ ໃນແຕ່ລະຮອບ ບັນດານ້ອງ​ນັກຮຽນນັກແຂ່ງຂັນທັງ 13 ຄົນ  ຈະໄດ້ຕອບ​ຄຳ​ຖາມ​ໃນ 4 ໝວດຄວາມຮູ້ ໂດຍຈະ​ມີທັງຄຳ​ຖາມ​ປະ​ເພດ​ຫຼາຍ​ຄຳ​ຕອບ​ໃຫ້​ເລືອກ (ຫຼື ແບບປາລາ​ໄນ) ຄຳຖາມແບບ​ເປີດ-ປິດ ແລະ ຄຳຖາມແບບຕື່ມຄຳໃສ່ບ່ອນຫວ່າງ ເຊິ່ງຄຳ​ຖາມ​ທັງໝົດຈະ​ເປັນ​ພາສາ​ອັງກິດ ແລະ ວິທີການຖາມ-ຕອບກໍຈະດຳເນີນໄປຜ່ານລະບົບໄອຊີທີທີ່ທັນສະໄໝ ຈາກ​ການແຂ່ງຂັນຜ່ານທັງ 4 ຮອບຄັດເລືອກ​ໃຫ້​ໄດ້ 3 ຄົນ​ສຸດ​ທ້າຍ ອັນດັບໜຶ່ງ ທ້າວ ກິດຊະໄນ ພົມມະວົງສາ ອາຍຸ 18 ປີ ຊັ້ນ ມ7 ໂຮງຮຽນກຽດຕີສັກນານາຊາດ ນວ ອັນດັບ 2 ນາງ ອຳມາລາ ສຸກທິຈັກ ອາຍຸ 15 ປີ ໂຮງຮຽນແສງດາລາ ນວ ແລະ ອັນດັບ3 ນາງ ປາວີນາ ສໍລະຈຳປາ ອາຍຸ 17 ປີ ໂຮງຮຽນປາຖະໜາ ນວ ສ່ວນອັນດັບ 1-3 ຈະ​ໄດ້​ຮັບ​ລາງວັນ​ເປັນ​ເງິນສົດ ​​ພ້ອມ​ດ້ວຍ​ຂອງທີ່​ລະນຶກ​ອີກ​ຈຳນວນ​ໜຶ່ງຈາກຜູ້ໃຫ້ການອຸປະຖຳໂຄງການ ແລະ ໄດ້​ເປັນ​ຕົວ​ແທນ​ນັກຮຽນ​ເກ່ງ​ຂອງ​ ສປປ ລາວ​ເຣົາ ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ASEAN QUIZ ລະດັບພາກພື້ນໃນຄັ້ງທີ 9 ທີ່ຈະມີຂຶ້ນໂດຍ ຜ່ານລະບົບສືສານແບບທາງໄກ ເຊິ່ງເປັນເຈົ້າພາບໂດຍປະເທດສິງກະໂປ ໃນວັນທີ 16-17 ທັນວາ 2020 ຈະມາເຖິງນີ້.

                            # ຂ່າວ & ພາບ : ບຸນມີ

error: Content is protected !!