ງານຕະຫຼາດຮ່ວມໃຈຊ່ວຍນ້ອງ ໄດ້ເປີດຢ່າງເປັນທາງການວັນທີ 7 ທັນວາ 2020 ທີ່ສູນການຄ້າວຽງຈັນ-ເຊັນເຕີ ເປັນປະທານຂອງທ່ານນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນຈາກພາກລັດ-ເອກະຊົນເຂົ້າຮ່ວມ.

ທ່ານນາງ ອໍລະໄທ ສັນຕິຄົງຄາ ກ່າວວ່າ: ງານຄັ້ງນີ້ ໄດ້ນຳເອົາປະເພດເຄື່ອງນຸ່ງຫົ່ມມື 1 ແລະ ມື 2 ນອກນັ້ນຍັງມີຜະລິດຕະພັນເສີມຄວາມງາມມາຈຳໜ່າຍ ມີທັງໝົດ 16 ຫ້ອງ ລາຍໄດ້ສ່ວນໜຶ່ງຈະນຳໄປຊື້ອຸປະກອນການຮຽນ ແລະ ສ້າງໂຮງຮຽນປະຖົມສວນສະຫວ່າງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມນີ້ ຍັງຈະນຳລາຍໄດ້ອີກສ່ວນໜຶ່ງໄປຊ່ວຍເຫຼືອສ້າງຫ້ອງສະໜຸດໃຫ້ກັບໂຮງຮຽນມັດທະຍົມສົມບູນບ້ານໂດນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປຄຽງຄູ່ກັນນັ້ນ ການຈັດງານດັ່ງກ່າວຍັງເປັນການສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ໂດຍສະເພາະການທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນໃຫ້ມີບັນຍາກາດຄຶກຄື້ນ ເຊິ່ງງານດັ່ງກ່າວດຳເນີນໄປຮອດວັນທີ 10 ທັນວາ 2020.

# ຂ່າວ & ພາບ: ຂັນທະວີ