ນັກວິໄຈພັດທະນາການທົດລອງ ກວດເລືອດຫາ “ອັລໄຊເມີ” ໄປໄດ້ອີກຂັ້ນ

ໃນ​ອະ­ນາ­ຄົດ ແພດ​ອາດ​ວິ­ນິດ​ໄສ​ຫາ​ໂລກ​ອັລ​ໄຊ​ເມີ​ໄດ້​ງ່າຍ​ຂຶ້ນ ໂດຍ​ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ຜົນ​ການ​ສຶກ​ສາ​ຊິ້ນ​ໃໝ່​ຫຼາຍ​ສະ­ບັບ ທີ່​ນຳ​ສະ­ເໜີ​ໃນ​ກອງ​ປະ­ຊຸມ​ສະ​ມາ​ຄົມ​ອັລ​ໄຊ​ເມີ​ນາ­ນາ​ຊາດ ເມື່ອ​ມໍ່ໆມານີ້ ລະ­ບຸ​ວ່າ ການ​ກວດ​ເລືອດ​ອາດ​ຊ່ວຍ​ແຍກ​ຜູ້​ເປັນ​ອັລ​ໄຊ​ເມີ​ອອກ​ຈາກ​ຜູ້​ທີ່​ບໍ່​ໄດ້​ເປັນ​ໄດ້. ເຖິງ​ແມ່ນ​ບໍ­ລິ­ສັດ​ຕ່າງໆ​ຈະ​ພັດ­ທະ­ນາ​ການ​ກວດ​ເລືອດ ເພື່ອ​ຫາ​ໂປຣ​ຕີນ​ທີ່​ທຳ­ລາຍ​ສະ­ໝອງ​ຂອງ​ຜູ້​ເປັນ​ອັລ​ໄຊ​ເມີ​ມາ​ຢ່າງ​ຕໍ່​ເນື່ອງ ແຕ່​ທີ່​ຜ່ານ​ມາ​ກໍ​ຍັງ​ມີ​ຂໍ້​ຂັດ​ແຍ່ງ​ເຖິງ​ຄວາມ​ຖືກ­ຕ້ອງ​ຂອງ​ວິ­ທີ​ດັ່ງ­ກ່າວ ຢ່າງ­ໃດ​ກໍ​ຕາມ ງານ​ວິ­ໄຈ​ຊິ້ນ​ໃໝ່​ລະ­ບຸ​ວ່າ ຂະ­ນະ​ນີ້​ການ​ກວດ​ເລືອດ​ສາ­ມາດ​ລະ­ບຸ​ຜົນ​ໄດ້​ແມ່ນ​ຢຳ​ເຖິງ 89-98% ແລ້ວ.…

ສະພາປະຊາຊົນ ນວ ຮັບຮອງເອົາຮ່າງແຜນພັດທະນາເສດຖະກິດ-ສັງຄົມ

    ກອງປະຊຸມສະໄມສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ I ດໍາເນີນມາຮອດວັນທີ 29 ທັນວາ 2020 ຜ່ານມາ ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ອານຸພາບ…

ຂີ່ລົດໃຫຍ່ຕ້ອງຮູ້ກົດ ຂີ່ລົດຖີບກໍຕ້ອງຮູ້ລະບຽບ

ເລື່ອງ​ທັງ​ໝົດ​ທີ່​ສັນ​ຫາ​ມາ​ເລົ່າ​ໃນ​ບົດ​ນີ້ ລ້ວນ​ແຕ່​ພົວ­ພັນ​ກັບ​ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ປອດ​ໄພ ໂດຍ​ມີ​ຕົວ­ຢ່າງ​ຈາກ​ປະ­ເທດ​ຍີ່­ປຸ່ນ ອັງ­ກິດ ສິງ­ກະ­ໂປ. ທີ່​ຍີ່­ປຸ່ນ: ເລີ່ມ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2015 ເປັນ­ຕົ້ນ​ມາ ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ສະ­ບັບ​ປັບ­ປຸງ​ຂອງ​ຍີ່­ປຸ່ນ ໄດ້​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ພາກ​ບັນ­ຍັດ ກ່ຽວ​ກັບ​ການ​ຂີ່​ລົດ­ຖີບ​ນັ້ນ…

ນວ ມີກໍາລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານຈໍານວນ 345.560 ຄົນ

    ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ໄດ້ຊີ້ແຈງການຈັດຕັ້ງປະຕິບັດວຽກງານການຈັດຫາວຽກເຮັດງານທໍາໃຫ້ປະຊາຊົນ ຂອງພະແນກ ຮສສ ນວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນ ນວ…

ນວ ສາມາດມ້າງຄະດີກຸ່ມແກ້ງມົ້ວສຸມຢາເສບຕິດໄດ້ 900 ກວ່າເລື່ອງ

ໃນ 1 ປີ ນວ ສາ­ມາດ​ມ້າງ​ຄະ­ດີ ແລະ ກຸ່ມ​ແກ້ງ​ມົ້ວ​ສຸມ​ຢາ​ເສບ​ຕິດ​ໄດ້ 900 ກວ່າ​ເລື່ອງ ຢຶດ​ຂອງ​ກາງ​ຢາ​ບ້າ​ໄດ້ 1 ລ້ານ​ກວ່າ​ເມັດ ພ້ອມ​ທັງ​ເຮ​ໂລ​ອິນ ກັນ­ຊາ ແລະ ອາ­ວຸດ…

ນວ ກວດເຫັນລາຍຮັບ-ລາຍຈ່າຍນອກແຜນຢູ່ ນວ ເກືອບ 29 ຕື້ກີບ

ທ່ານ ສິ­ລິ​ລາດ ທົງ​ສິນ​ທອງ​ເພັງ ຫົວ­ໜ້າ​ພະ­ແນກ­ການ​ເງິນ ນວ ໄດ້​ຂຶ້ນ​ຊີ້​ແຈງ​ຕໍ່​ຄຳ​ເຫັນ​ເຈາະ​ຈິ້ມ​ຂອງ​ອົງ­ການ​ກວດ​ສອບ​ປະ­ຈຳ​ພາກ​ກາງ ແລະ ບັນ­ດາ​ຜູ້​ແທນ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ພາ​ປະ­ຊາ­ຊົນ ນວ ໃນ​ຫຼາຍ​ບັນ­ຫາ ຢູ່​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 10 ຂອງ​ສະ­ພາ​ປະ­ຊາ­ຊົນ ນວ…

ແກ້ວທະວີຄູນ ອວຍພອນໜັງສືພິມວຽງຈັນໃໝ່ ໃນໂອກາດຕ້ອນຮັບປີໃໝ່ສາກົນ 2021

ວັນ​ທີ 29 ທັນ­ວາ 2020 ທ່ານ ແກ້ວ​ລຳ​ພອນ ແສງ​ສຸ​ລິ​ເດດ ປະ­ທານ​ບໍ­ລິ­ສັດ ແກ້ວ​ທະ­ວີ­ຄູນ ເພີ່ມ​ພູນ​ຊັບ ຂາ​ອອກ-ຂາ​ເຂົ້າ​ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຮອງ​ປະ­ທານ​ບໍ­ລິ­ສັດ ເຊິ່ງ​ເປັນ​ບໍ­ລິ­ສັດ​ດຳ­ເນີນ​ທຸ­ລະ​ກິດ​ກ່ຽວ​ກັບ​ພືດ​ຜັກ​ປອດ​ສານ­ພິດ ໄດ້​ນຳ​ເອົາ​ຂອງ­ຂວັນ​ພືດ​ຜັກ ແລະ ໝາກ​ໄມ້​ປອດ​ສານ­ພິດ…

ນວ ຄຸ້ມເຂັ້ມລາຄາສິນຄ້າ ຖ້າພົບເຫັນສວຍໂອກາດ ມີໂທດປັບໃໝສູງສຸດ 5 ລ້ານກີບ

ໃນ​ວາ­ລະ​ກອງ​ປະ­ຊຸມ​ສະ​ໄມ​ສາ­ມັນ​ເທື່ອ​ທີ 10 ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ I ໃນ​ວັນ​ທີ 29 ທັນ­ວາ 2020 ຜ່ານ​ມາ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ນາງ ວັນ​ມະ­ນີ ພິມ​ມະ​ສານ ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ…

ສະຫຼຸບການຈັດຕັ້ງປະຕິບັດ ເກັບກຳຂໍ້ມູນຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ

ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ເກັບ​ກຳ​ຂໍ້​ມູນ​ຕາມ​ດຳ­ລັດ 348/ລບ ແລະ ບົດ​ແນະ­ນຳ 0830/ກປ ວ່າ​ດ້ວຍ​ການ​ປະ​ເມີນ​ມາດ­ຕະ­ຖານ​ພົ້ນ​ທຸກ ແລະ ມາດ­ຕະ­ຖານ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 29 ທັນ­ວາ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ…

error: Content is protected !!