ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ (THPC) ແລະ ບໍລິສັດຜະລິດໄຟຟ້າ ລາວມະຫາຊົນ (EDL-Gen) ໄດ້ຮ່ວມກັນເປັນເຈົ້າພາບຈັດການ ແຂ່ງຂັນ ກ໋ອຟ ການກຸສົນເພື່ອລະດົມທຶນໄປຊ່ວຍປັບປຸງພື້ນຖານ ໂຄງລ່າງໃຫ້ແກ່ ໂຮງຮຽນທຸກຍາກຢູ່ເຂດຊົນນະບົດ.

ການແຂ່ງຂັນຄັ້ງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2011 ຢູ່ທີ່ສະ ໜາມກ໋ອຟ Lao Country Club (ຫຼັກ 14) ເມືອງຫາດຊາຍຟອງ ເຊິ່ງການ ແຂ່ງຂັນກ໊ອບແມ່ນຈັດຂຶ້ນທຸກໆປີດ້ວຍການຊ່ວຍຈັດການແຂ່ງຂັນຈາກ ສະຫະພັນກີລາກ໋ອຟແຫ່ງຊາດລາວ ຈຸດປະສົງຫຼັກກໍເພື່ອລະດົມທຶນເພື່ອ ການກຸສົນ.
ເຂົ້ານ່ວມການແຂ່ງຂັນໃນຄັ້ນນີ້ມີ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາລັດຖະມົນຕີ ກະຊວງອ້ອມຂ້າງ ທ່ານ ໂຣເບີດ ອາເລນ ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ ໄຟຟ້າ ລາວມະຫາຊົນ.