ເຈົ້າຄອງ ຊຸກຍູ້ໃຫ້ກໍາລັງໃຈນາຍ ແລະ ພົນທະຫານກອງບັນຊາການທະຫານ ນວ

     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ (20/1/1949-20/1/2021) ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມອົງການຈັດຕັ້ງມະຫາຊົນນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນນາຍ ແລະ ພົນທະຫານ ກອງບັນຊາການນະຄອນຫຼວງວຽງຈັນ ວັນທີ 22 ມັງກອນ 2021 ຖືກຕ້ອນຮັບຈາກທ່ານ ພົນຈັດຕະວາ ສີພອນ ຈັນສົມຫວັງ ຫົວໜ້າການເມືອງກອງບັນຊາການ ນະຄອນຫຼວງວຽງຈັນ ພ້ອມຄະນະ.

    ໂອກາດນີ້ ທ່ານພັນໂທ ວົງຄໍາຈັນ ສິງສຸວັນ ຫົວໜ້າການເມືອງກອງພັນ 415 ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ລາຍງານປະຫວັດມູນເຊື້ອ ຈຸດພິເສດ ສິດ ໜ້າທີ່ ພາລະບົດບາດ ແລະ ໜ້າທີ່ການເຄື່ອນໄຫວຂອງກອງພັນ 415  ຈາກນັ້ນ ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະ ກໍໄດ້ຊົມການສະແດງຂອງກອງພັນຕີພິເສດ 415 ປະກອບມີ ມວຍຫັດກາຍ ມວຍສູ້ຮົບ ປີນກໍາແພງ ນັກຮົບແຂງແຮງ ແລະ ແຊມກາຍ ນອກຈາກນີ້ ຍັງໄດ້ທ່ຽວຊົມໂຄງການກໍ່ສ້າງອາຄານຫໍພັກ ບ່ອນເຮັດການຜະລິດ ແລະ ຫ້ອງການປະຕິບັດໜ້າທີ່ຂອງກອງພັນຕີພິເສດ 415 ຕື່ມອີກ.

    ຕອນທ້າຍ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງກອງພັນຕີພິເສດ 415 ກໍຄືກອງບັນຊາການທະຫານນະຄອນຫຼວງວຽງຈັນ ທີ່ໄດ້ຮັກສາ ແລະ ເສີມ ຂະຫຍາຍມູນເຊື້ອພິລະອາດຫານມາຮອດປັດຈຸບັນ ສະແດງໃຫ້ເຫັນກ້ອນກໍາລັງມີຄຸນນະພາບຂອງກອງທັບ ເອົາໜ້ອຍຕີຫຼາຍ ເຖິງຄົນເຖິງເປົ້າໝາຍ ໃນປີຕໍ່ໜ້າ ຈະມີຫຼາຍວຽກງານສໍາຄັນ ໃນນັ້ນ ວຽກງານປ້ອງກັນຊາດຕ້ອງເປັນຫຼັກແຫຼ່ງ ມີຄວາມໝັກແໜ້ນເປັນພື້ນຖານ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມນັ້ນ ຕ້ອງອອກເຫື່ອເທແຮງໃຫ້ຫຼາຍ ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ ຫຼຸດອຸບັດເຫດຕາມທ້ອງຖະໜົນ ຫຼຸດຜ່ອນການເກີດອັກຄີໄພ ຫຼື ສະກັດກັ້ນບໍ່ໃຫ້ມີການເກີດອັກຄີໄພ ແກ້ໄຂໄພທໍາມະຊາດ ແລະ ຂໍ້ຂັດແຍ່ງຄະດີຄວາມຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ນອກນີ້ນາຍ ແລະ ພົນທະຫານໃນທົ່ວນະຄອນຫຼວງວຽງຈັນ ໂດຍສະເພາະກອງພັນຕີພິເສດ 415 ຕ້ອງໄດ້ພ້ອມກັນບຸກບືນຕົວເຮັດຫຼ້ອນໜ້າທີ່ ປະຕິບັດລະບຽບວິໄນເຂັ້ມງວດ ເຂັ້ມແຂງ ເພີ່ມພູນຜະລິດຜົນພາລາທິການ ກຸ້ມຕົນເອງ ເພິ່ງຕົນເອງ ແລະ ອື່ນໆ.

    ໂອກາດທີ່ເຄື່ອນໄຫວຢ້ຽມຢາມ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຕາງໜ້າໃຫ້ອົງຄະນະພັກ ນວ ມອບເງິນ 20 ລ້ານກີບ ຈົກ 20 ອັນ ຊ້ວນ 20 ອັນ ບົວຫົດນໍ້າ 20 ອັນ ແນວພັນຜັກກາດ 20 ກິໂລ ແນວພັນຜັກຫອມປ້ອມ 20 ກິໂລ ແລະ ແນວພັນຜັກບົ້ງ 10 ກິໂລ ນອກນີ້ ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບກະຕ່າຂອງຂວັນ ແລະ ເງິນສົດ 5 ລ້ານກີບ ເພື່ອຊຸກຍູ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພົນຈັດຕະວາ ສີພອນ ຈັນສົມຫວັງ ພ້ອມຄະນະ.

                 # ຂ່າວ & ພາບ : ຂັນ​ທະວີ

error: Content is protected !!