ເປີດສູນການຮຽນຮູ້ VF ຈຳກັດຜູ້ດຽວ

    ພິທີເປີດສູນການຮຽນຮູ້ VF ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 21 ມັງກອນ 2021 ທີ່ສູນດັ່ງກ່າວ ບ້ານໜອງ ດ້ວງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ສຸກຖາວອນ ວົງສະຫວັນ ຜູ້ອໍານວຍການສູນການຮຽນຮູ້ VF ຈຳກັດຜູ້ດຽວ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈິຕໍອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ບັນຈົງ ລັດຖະວັນ ຮອງຫົວໜ້າກົມສາມັນ ກະຊວງສຶກສາທິ ການ ແລະ ກີລາ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສຸກຖາວອນ ວົງສະຫວັນ ໄດ້ໃຫ້ສຳພາດວ່າ: ສູນການຮຽນຮູ້ VF  ໄດ້ເລີ່ມສ້າງຕັ້ງມາແຕ່ປີ 2018 ໂດຍການເຊົ່າຕຶກນ້ອຍໆຢູ່ ພວກເຮົາໄດ້ພະຍາຍາມເຜິຍແຜ່ຫຼັກສູດການສຶກສາ STEM Education ຜ່ານ Robotics ບັນດາໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ແລະ ໄດ້ເຊີນບັນດາພໍ່ແມ່ນັກຮຽນ ໃຫ້ທົດລອງເອົາລູກຫຼານຕົນເອງມາສຶກສາເບີ່ງກ່ອນ ທີ່ສູນການຮຽນຮູ້ VF ຂອງພວກເຮົາ ເຊິ່ງສູນຂອງພວກເຮົາແມ່ນຮ່ວມມືກັບກົມເຕັກໂນໄລຊີດີຈິຕໍອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສ້າງຄວາມເປັນໄປໄດ້ ໃນການສຶກສາ ໃນການສ້າງສູດ STEM ແຫ່ງຊາດໃນອະນາຄົດ.

                # ຂ່າວ & ພາບ : ບຸນມີ

error: Content is protected !!