ພະແນກການເງິນ ນວ ປັບປຸງ ສັບຊ້ອນຕຳແໜ່ງພັກພະນັກງານຄືນໃໝ່

    ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດການບົ່ງຕົວ ແຕ່ງຕັ້ງເລຂາ ຮອງເລຂາໜ່ວຍພັກ ກຳມະການພັກຂອງ 6 ໜ່ວຍພັກທີ່ຂຶ້ນກັບ ປະກາດການຈັດຕັ້ງເບື້ອງລັດ ບາງຂະແໜງຂອງສ່ວຍສາອາກອນ ນວ ແລະ ປະກາດຂໍ້ຕົກລົງຂອງທ່ານລົດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດພະນັກ ງານ-ລັດຖະກອນພັກຮັບອຸດໜູນບຳນານ ວັນທີ 21 ມັງກອນ 2021 ທີ່ພະແນກການເງິນ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ພະນັກງານ-ລັດຖະກອນ ແລະ ຂະແໜງກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ໄດ້ບົ່ງຕົວແຕ່ງຕັ້ງທ່ານ  ຄຳພັນ ພັນທຸລັກ  ຫົວໜ້າສ່ວຍສາອາກອນ ນວ  ເປັນເລຂາໜ່ວຍພັກຂະແໜງ ແຜນການ ແລະ ບໍລິການລາຍຮັບ ທ່ານ ຄົມຂວັນ ພຸດທະວັນ ຫົວໜ້າຂະແໜງກວດກາ ເປັນເລຂາໜ່ວຍພັກຂະແໜງກວດກາ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຂະແໜງບັນຊີ ທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນ ນວ ປະກອບມີ ທ່ານ ສົມຫວັງ ເຄືອບພະພອນ ຫົວໜ້າຂະແໜງບັນຊີ ເປັນເລຂາໜ່ວຍພັກ ທ່ານ ບຸນລົມ ລັດຖະຍອດ ຮອງຂະແໜງ ເປັນຮອງເລຂາ ທ່ານ ວັນນະກອນ ແຫວນພະຈັນ ຮອງຂະແໜງ ເປັນກຳມະການພັກ ທ່ານ ອານຸສັກ ວັນນະວົງ ຮອງຂະແໜງຈັດຕັ້ງບໍລິຫານ ເປັນກຳມະການພັກໜ່ວຍພັກຂະແໜງ ຈັດຕັ້ງ-ບໍລິຫານ ທ່ານ ທອງຫຼີ ໄພທະນີ ຮອງຂະແໜງຄຸ້ມຄອງຊັບສິນຂອງລັດ ເປັນກຳມະການພັກ ທັງເປັນປະທານກວດກາພັກ ທ່ານ ສີວິໄຊ ແກ່ນພະຈັນ ຮອງຂະແໜງຄຸ້ມຄອງຊັບສິນຂອງລັດ ເປັນເປັນຮອງປະທານກວດກາຂະແໜງຄຸ້ມຄອງຊັນສິນຂອງລັດ ທ່ານນາງ ພອນໄຊ ເພັງສຸວັນ ຮອງສ່ວຍສາອາກອນ ນວ ເປັນເລຂາໜ່ວຍພັກ ທ່ານ ໄຊຍະພອນ ເພັດຊາດາເຮືອງ ຮອງຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນຮອງເລຂາ ທ່ານນາງ ເພັດສະລີ ສະນິດ ຮອງຂະແໜງກວດກາການແຈ້ງລາຍຮັບ ເປັນປະທານກວດກາພັກ ທ່ານ ພູໄຫວ ສຸດາວົງ ຮອງຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນປະທານກວດກາໜ່ວຍພັກຂະແໜງກວດກາ ຫຼັງການແຈ້ງລາຍຮັບ ແຕ່ງຕັ້ງທ່ານ ໄຊຍະພອນ ເພັດຊາດາເຮືອງ ຮັກສາການຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບ ເປັນຫົວໜ້າຂະແໜງ ແລະ ເຫັນດີອະນຸມັດໃຫ້ທ່ານ ບຸນຖົມ ດວງອຸດົມ ທ່ານ ບຸນທົມ ສົມຍົດ ທ່ານນາງ ກົງຄຳ ແສນກິດຈະນຸລັກ ພັກການຮັບອຸດໜູນບຳນານ ງວດທີ I ນັບແຕ່ເດືອນມັງກອນ 2021 ເປັນຕົ້ນໄປ.

                 # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!