ເພີ່ມທະວີນໍາໃຊ້ກົດໝາຍ ແລະ ເຊື່ອມສານຄວາມສະເໝີພາບຍິງ-ຊາຍ

    ພິທີລົງນາມ ການຮ່ວມມືຈັດຕັ້ງປະຕິບັດກິດຈະກຳ ແລະ ເປີດໂຄງການ “ເພີ່ມທະວີການນໍາໃຊ້ກົດໝາຍ ແລະ ເຊື່ອມສານຄວາມສະເໝີພາບຍິງ-ຊາຍ ເຂົ້າໃນວຽກງານແກ້ໄຂຂໍ້ຂັດແຍ່ງຂອງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງບ້ານ” ຈັດຂຶ້ນວັນທີ 21 ມັງກອນ 2021 ຢູ່ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳ ນວ ແລະ ທ່ານ ນາງ ອິນທະນາ ບຸຜາສະຫວັນ ຜູ້ອໍານວຍການສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ມີຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ອິນທະນາ ບຸຜາສະຫວັນ ກ່າວວ່າ: ໂຄງການນີ້ ມີເປົ້າໝາຍເພື່ອຍົກລະດັບຄວາມສາມາດທາງດ້ານວິທີການໄກ່ເກ່ຍຂໍ້ຂັດແຍ່ງ ໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃນ 10 ບ້ານເປົ້າໝາຍ ເຊັ່ນ: ບ້ານໂພນໄຊ ນາໄຊ ໜອງບອນ ໂນນຫວາຍ ຄຳສະຫວາດ ນາຄວາຍກາງ ຂາມງອຍ ນາບຽນ ນາໄຫ ແລະ ບ້ານນາໂນ  ຂອງເມືອງໄຊເສດຖາ  ນວ   ພ້ອມນັ້ນ ຍັງເປັນການເພີ່ມທະວີຄວາມສາມາດໃຫ້ແກ່ພະນັກງານບັງຄັບໃຊ້ກົດໝາຍເພື່ອຊຸກຍູ້ສະໜັບສະໜູນໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໄດ້ຮູ້ຈັກນໍາໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ຄຳນຶງເຖິງຄວາມເອົາໃຈໃສ່ຕໍ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍສະເພາະ ບັນຫາການແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວພັນກັບການໃຊ້ຄວາມຮຸນແຮງຕໍ່ເພດຍິງໃຫ້ຫຼຸດລົງ ເຊິ່ງໃນການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານ CEGGA) ທີ່ມີເປົ້າໝາຍໃນການເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດເທື່ອລະກ້າວ ເຊິ່ງຄາດວ່່າຈະໄດ້ຮັບຜົນປະໂຫຍດໂດຍກົງຈາກກິດຈະກຳໂຄງການນີ້ປະມານ 600 ຄົນກວ່າຄົນ.

                 # ຂ່າວ & ພາບ : ລັດເວລາ

error: Content is protected !!