ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ເພື່ອຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດ ໃນວັນທີ 22 ມັງກອນ 2021 ຢູ່ຫ້ອງວ່າການສູນກາງພັກ.

ໂອກາດດັ່ງກ່າວ ທ່ານ ປຣະຢຸດ ຈັນໂອຊາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຫາກໍສໍາເລັດລົງໃນຫວ່າງບໍ່ດົນຜ່ານມານີ້ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃນກອງປະຊຸມດັ່ງກ່າວ.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈທ່ານ ພົນເອກ ປຣະຢຸດ ຈັນໂອຊາ ທີ່ໄດ້ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ດັ່ງກ່າວ ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສອງຝ່າຍຍັງເຫັນວ່າ ໃນທ່າມກາງສະພາບທີ່ມີການແຜ່ລະບາດພະຍາດໂຄວິດ-19 ສອງປະເທດລາວ ແລະ ໄທ ຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ ກໍຄືສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າ ເພື່ອຊ່ວຍຟື້ນຟູເສດຖະກິດທີ່ກຳລັງໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ.

ສອງຝ່າຍ ຍັງເຫັນດີຊຸກຍູ້ໃຫ້ພາກສ່ວນຕ່າງໆຂອງສອງປະເທດ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ເພື່ອສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ ແລະ ການຮ່ວມມືທີ່ດີງາມລະຫວ່າງ ລາວ ແລະ ໄທ ຕະຫຼອດໄລຍະ 7 ທົດສະຫວັດຜ່ານມາ.