ເຮັດການຜະລິດປະສົມປະສານ ຫັນເປັນທັນສະໄໝ ກາຍເປັນຄອບຄົວຕົວແບບ

    ການຜະລິດຂອງຊາວກະສິກອນໃນປັດຈຸບັນ ແມ່ນໄດ້ຫັນປ່ຽນຈາກການຜະລິດແບບປະຖົມປະຖານ ໄປສູ່ການຜະລິດຫັນເປັນທັນສະໄໝ ດ້ວຍການຜະລິດທີ່ນໍາໃຊ້ກົນຈັກເຂົ້າຊ່ວຍ ເພື່ອຫຼຸດຜ່ອນແຮງງານຊາວກະສິກອນ ເຊິ່ງທ່ານ ທອນ ພັນທະວົງ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ຫັນໄປສູ່ການນໍາໃຊ້ກົນຈັກ ແລະ ນໍາໃຊ້ຝຸ່ນບົ່ມເຂົ້າໃນການຜະລິດແບບປະສົມປະສານ ເພື່ອເພີ່ມຜົນການຜະລິດ ແລະ ຮັບປະກັນຄວາມປອດໄພສຸຂະພາບຂອງຜູ້ປູກ ແລະ ຜູ້ບໍລິໂພກ.

    ທ່ານ ທ່ອນ ພັນທະວົງ ໃຫ້ສໍາພາດວ່າ: ໃນເມື່ອກ່ອນ ຕົນໄດ້ເຮັດການຄ້າຂາຍທົ່ວໄປ ແລະ ໄດ້ເຮັດການຜະລິດແບບປະຖົມປະຖານ ຜົນຜະລິດບໍ່ໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ປຸກລະດົມຄວາມຄິດໃຫ້ເຂົ້າກຸ່ມຊາວນາກະສິກໍາຂອງເມືອງ ເຊິ່ງຕົນໄດ້ເຂົ້າເປັນສະມາຊິກກຸ່ມມາແຕ່ປີ 2018 ເປັນຕົ້ນມາ ໃນນີ້ ໄດ້ຮຽນຮູ້ການເຮັດຝຸ່ນບົ່ມ ແລະ ວິຊາການອື່ນໆກ່ຽວກັບການຜະລິດ ປະກອບມີເນື້ອທີ່ທັງໝົດ 12 ໄລ່ ໃນນີ້ ໄດ້ເຮັດນາປີ 8 ໄລ່ ແລະ ເຮັດນາແຊງ 4 ໄລ່ ເນື່ອງຈາກຄອງນໍ້າຊົນລະປະທານບໍ່ເຖິງ ສ່ວນເນື້ອທີ່ຍັງເຫຼືອ ແມ່ນໄດ້ປູກໝໍ່ໄມ້ກິມຊຸງ ໝາກພ້າວ ແລະ ໝາກລະມຸດ ນອກນັ້ນ ຍັງໄດ້ປູກພືດຜັກຈໍານວນໜຶ່ງ ເປັນຕົ້ນ ໝາກຖົ່ວ ແລະ ໝາກສາລີ ເພື່ອເປັນສິນຄ້າສ້າງລາຍຮັບເພີ່ມໃຫ້ກັບຄອບຄົວ.

    ສໍາລັບວິທີການປູກເຂົ້າຂອງທ່ານ ທ່ອນ ພັນທະວົງ ແມ່ນໄດ້ເຮັດນາຫວ່ານ ນໍາໃຊ້ກົນຈັກ ແລະ ນໍາໃຊ້ຝຸ່ນຊີວະພາບ ແລະ ນໍາໃຊ້ຝຸ່ນວິທະຍາສາດ ໃນປະລິມານທີ່ວິຊາການກໍານົດໃຫ້ ເຂົ້າໃນການຜະລິດ ແຕ່ພາຍຫຼັງທີ່ເຂົ້າເປັນສະມາຊິກກຸ່ມຊາວນາ ແລະ ປະຕິບັດຕາມຫຼັກວິຊາການແນະນໍາຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາຊາຍທອງ ເຮັດໃຫ້ຜົນຜະລິດເພີ່ມຂຶ້ນ ເມື່ອທຽບໃສ່ການຜະລິດກ່ອນທີ່ບໍ່ທັນໄດ້ເຂົ້າກຸ່ມຊາວນາ ສະແດງອອກແຕ່ລະປີ ມີເຂົ້າກຸ້ມກິນພາຍໃນຄອບຄົວ ສ່ວນເຫຼືອຈໍາໜ່າຍເປັນສິນຄ້າປີລະ 2 ຫາ 3 ໂຕນ ສະເລ່ຍລາຍຮັບຈາກການຂາຍເຂົ້າປີລະ 8.000.000-10.000.000 ກີບ ປັດຈຸບັນ ກໍາລັງເລີ່ມລົງມືປູກໝາກຖົ່ວ ແລະ ໝາກສາລີ ຄາດວ່າຈະໄດ້ເກັບຜົນຜະລິດຈໍາໜ່າຍໃນເດືອນມີນາ ແລະ ເດືອນເມສາ 2021 ຜົນຜະລິດສ່ວນໃຫຍ່ຂາຍຕາມທ້ອງຕະຫຼາດທົ່ວໄປ ສ່ວນໜໍ່ໄມ້ກິມຊຸງລະດູແລ້ງນີ້ ໃຫ້ຜົນຜະລິດອາທິດໜຶ່ງ 5 ກິໂລກຣາມ ຂາຍກິໂລລະ 20.000 ກີບ ສະເລ່ຍລາຍຮັບໄດ້ອາທິດລະ 100.000 ກີບ ຈາກຄວາມໝັ່ນໃນການຜະລິດ ແລະ ນໍາໃຊ້ທີ່ດິນຂອງຕົນໃຫ້ເກີດຜົນປະໂຫຍດ ກໍໄດ້ກາຍເປັນຄອບຄົວຕົວແບບເຮັດການຜະລິດກະສິກໍາ ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ສາມາດເພິ່ງຕົນເອງ ກຸ້ມຕົນເອງຕາມແນວທາງຂອງພັກ-ລັດວາງອອກ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!