ສປປ ລາວພົບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ໃໝ່ 2 ກໍລະນີ ທີ່ມາຈາກປະເທດໃກ້ຄຽງ

    ພາຍຫຼັງທີ່ ສປປ ລາວບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດໄດ້ 46 ວັນແລ້ວ ມາເຖິງວັນທີ 21ມັງກອນ 2021 ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຈຳນວນ 2 ກໍລະນີ ນຳເຂົ້າມາຈາກປະເທດໃກ້ຄຽງ. 

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ແລະ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດຂອງພະຍາດ COVID-19 ໃນວັນທີ 22 ມັງກອນ 2021 ວ່າ: ສະເພາະໃນວັນທີ 21 ມັງກອນ 2021 ໄດ້ເກັບຕົວຢ່າງກວດວິເຄາະທັງໝົດ 606 ຄົນ ໃນນັ້ນ ມີ 67 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ ແຮງງານລາວກັບມາແຕ່ປະເທດໄທບໍ່ມີອາການ 339 ຕົວຢ່າງ ແຮງງານຈີນ 123 ຕົວຢ່າງ ແລະ ແຮງງານໄທ 77 ຕົວຢ່າງ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ກໍລະນີ ເຊິ່ງນໍາເຂົ້າຈາກປະເທດໄທ ເຊິ່ງເປັນກໍລະນີທີ 42 ແລະ 43. 

    ສຳລັບຜູ້ຕິດເຊື້ອໃໝ່ນໍ້າເບີ 42 ນີ້ເປັນເພດຍິງອາຍຸ 33 ປີ ສັນຊາດລາວ ອາຊີບ ກຳມະກອນ ຜູ້ກ່ຽວໄດ້ຕິດຕາມຄອບຄົວໄປອອກແຮງງານຢູ່ປະເທດໄທ ແຕ່ເດືອນກໍລະກົດ ປີ 2020 ເນື່ອງຈາກມີການລະບາດ ພະຍາດໂຄວິດ-19 ຢູ່ປະເທດໄທ ຫຼາຍກິດຈະການໄດ້ຖືກຢຸດສະງັກລົງ ຜູ້ກ່ຽວຈຶ່ງບໍ່ມີວຽກເຮັດງານທຳ ຈຶ່ງໄດ້ຕັດສິນໃຈກັບຄືນມາປະເທດລາວ ໃນວັນທີ 18 ມັງກອນ 2021 ໄດ້ເດີນທາງມາຈາກບາງກອກ ຜ່ານແຂວງ ສີສະເກດ ແລະ ມາຮອດແຂວງອຸບົນລາຊະທານີ ໃນວັນທີ 19 ມັງກອນ ດ້ວຍການເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ ມີຄົນຮ່ວມເດີນທາງມາໃນລົດຄັນດຽວກັນຈຳນວນ 8 ຄົນ ເວລາເດີນທາງ ຜ່ານມາດ່ານຊ່ອງເມັກ ກໍໄດ້ເຂົ້າໄປຈຳກັດບໍລິເວນຢູ່ໃນສູນຫຼັກ 21 ເມືອງປະທຸມພອນ ແຂວງຈຳປາສັກ ຫຼັງຈາກນັ້ນກໍໄດ້ເກັບຕົວຢ່າງມາກວດ ໃນວັນທີ 20 ມັງກອນ ໄດ້ຮັບຜົນກວດຈາກຫ້ອງວິເຄາະໃນແຂວງຈຳປາສັກພົບວ່າມີເຊື້ອໂຄວິດ-19 ເພື່ອໃຫ້ມີຄວາມແນ່ນອນ ກໍໄດ້ສົ່ງຕົວຢ່າງມາກວດເພີ່ມຕື່ມທີ່ຫ້ອງວິເຄາະໃນສູນລະບາດວິທະຍາ ໄດ້ຮັບການຢັ້ງຢືນວ່າພົບເຊື້ອພະຍາດດັ່ງກ່າວເຊັ່ນກັນ ປັດຈຸບັນ ຜູ້ກ່ຽວໄດ້ແຍກປ່ຽວ ແລະ ເຂົ້າປິ່ນປົວຢູ່ໂຮງໝໍເປັນທີ່ຮຽບຮ້ອຍ ຜູ້ກ່ຽວກໍບໍ່ມີອາການຫຍັງສະແດງອອກ ເຊິ່ງໄດ້ຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອນໍ້າເບີ 42 ລວມທັງໝົດ 40 ຄົນ ໃນຈຳນວນ 40 ຄົນແມ່ນໄດ້ເກັບຕົວຢ່າງມາກວດແລ້ວແມ່ນບໍ່ພົບເຊື້ອ ແລະ ສືບຕໍ່ເຝົ້າລະວັງຄົນລາວເຮົາທີ່ຈຳກັດບໍລິເວນຢູ່ສູນຫຼັກ 21 ເປັນສູນທີ່ຜູ້ກ່ຽວໄດ້ເຂົ້າຈຳກັດບໍລິເວນ ຈຳນວນ 189 ຄົນ ຈົນຄົບ 14 ວັນ ເຊິ່ງໄດ້ກວດຫາເຊື້ອ ແຕ່ບໍ່ພົບຜູ້ຕິດເຊື້ອ ແຕ່ກໍຕ້ອງໄດ້ສືບຕໍ່ຕິດຕາມອາການ. 

    ສຳລັບຜູ້ຕິດເຊື້ອນໍ້າເບີ 43 ແມ່ນເພດຊາຍອາຍຸ 29 ປີເປັນຄົນສັນຊາດຈີນ ຜູ້ກ່ຽວເດີນທາງມາຈາກເມືອງແມ່ສາຍ ແຂວງຊຽງຣາຍ ປະເທດໄທ ໃນວັນທີ 18 ມັງກອນ ໂດຍບໍ່ຜ່ານດ່ານທາງການ ຜູ້ກ່ຽວຂີ່ເຮືອຂ້າມຂອງຜ່ານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລ້ວມາພັກຢູ່ໂຮງແຮມສີສວນ 1 ຄືນ ຫຼັງຈາກນັ້ນໄດ້ເໝົາລົດຈາກແຂວງບໍ່ແກ້ວ ເດີນທາງຕໍ່ມາແຂວງຫຼວງນໍ້າທາ ແລ້ວໄດ້ເຂົ້າພັກຢູ່ເຮືອນພັກຮົງເອີ ເມືອງຫຼວງນໍ້າທາ ແຂວງ ຫຼວງນໍ້າທາ ໃນວັນທີ 19 ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຫຼວງນໍ້າທາ ຜົນກວດອອກມາບໍ່ຊັດເຈນ ໄດ້ກວດຊໍ້າຄືນ 2 ຄັ້ງ ແລະ ເພື່ອຢັ້ງຢືນຜົນແນ່ນອນ ຈຶ່ງໄດ້ສົ່ງຕົວຢ່າງມາກວດວິເຄາະຢູ່ສູນລະບາດວິທະຍາແຫ່ງຊາດ ໃນວັນທີ 21 ມັງກອນໄດ້ຮັບການຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ປັດຈຸບັນໄດ້ແຍກປ່ຽວ ແລະ ຕິດຕາມປິ່ນປົວຢູ່ໂຮງໝໍ ເຊິ່ງບໍ່ມີອາການສະແດງອອກ ອີງໃສ່ເສັ້ນທາງການເຂົ້າມາຂອງຜູ້ກ່ຽວ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເບິ່ງຜູ້ສຳຜັດໃກ້ຊິດທັງໝົດມີ 37 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງມາກວດແມ່ນບໍ່ພົບເຊື້ອແຕ່ຕ້ອງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈຳນວນ 14 ວັນ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!