ພະແນກກະສິກໍາ-ປ່າໄມ້ ນວ ສຸມໃສ່ດ້ານການຄໍ້າສະບຽງອາຫານ

   ກອງປະຊຸມສະຫຼຸບການຊີ້ນໍາ-ນໍາພາຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ຂອງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 22 ມັງກອນ 2021 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ມີທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ 9 ຕົວເມືອງ ອ້ອມຂ້າງພະແນກເຂົ້າຮ່ວມ.

    ທ່ານ ຄໍາຜອງ ແສງສະຫວ່າງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ຂຶ້ນລາຍງານການຊີ້ນໍາ-ນໍາພາຮອບດ້ານ ປະຈໍາປີ 2020 ແລະ ແຜນວຽກຈຸດສຸມປີ 2021 ໂດຍສະເພາະແຜນງານດ້ານການຄໍ້າສະບຽງອາຫານ ໃນນັ້ນ ດ້ານປູກຝັງ ການຄໍ້າປະກັນສະບຽງອາຫານ ການຜະລິດເຂົ້າ ປີ 2020 ເຂົ້ານາແຊງໄດ້ 14.089 ເຮັກຕາ ເທົ່າກັບ 99,89% ຂອງເນື້ອທີ່ແຜນການ (14.300 ເຮັກຕາ) ເກັບກ່ຽວໄດ້ 14.074 ເຮັກຕາ ເທົ່າກັບ 99,9% ຜະລິດຕະພາບສະເລ່ຍ 4.72 ໂຕນ/ເຮັກຕາ ຜົນຜະລິດລວມ 66.492 ໂຕນ ເຂົ້ານາປີ ໄດ້ທັງໝົດ 51.921 ເຮັກຕາ ເທົ່າກັບ 99,7% ຂອງເນື້ອທີ່ແຜນການ (52.080 ເຮັກຕາ) ຜົນຜະລິດເຂົ້າທັງໝົດໄດ້ 305.687 ໂຕນ ເທົ່າກັບ 98,64%.

   ສໍາລັບການປູກພືດ-ຜັກ ສາມາດປະຕິບັດໄດ້ 11.245 ເຮັກຕາ (ລະດູແລ້ງ 7.181 ເຮັກຕາ ຜົນຜະລິດໄດ້ 77.770 ໂຕນ) ປະຕິບັດໄດ້ເກີນແຜນ 9,2% ຂອງເນື້ອທີ່ແຜນການ (10.782 ເຮັກຕາ) ຄາດຄະເນຜົນຜະລິດລວມ 116.510 ໂຕນ ທຽບໃສ່ແຜນເສດຖະກິດ-ສັງຄົມ ນວ ແມ່ນລື່ນແຜນການ 5,6% (ຂອງແຜນການ 110.271 ໂຕນ) ສ່ວນໄມ້ໃຫ້ໝາກ ຜົນຜະລິດໃນເນື້ອທີ່ ປີ 2020 ໄດ້ 16.945 ໂຕນ ທຽບໃສ່ແຜນເສດຖະກິດ-ສັງຄົມ ນວ ແມ່ນລື່ນແຜນ 21,51% ຂອງແຜນການ (13.945 ໂຕນ) ສາມາດຕີລາຄາໄດ້ວ່າ ສະເລ່ຍໃສ່ຫົວຄົນໄດ້ 51,43 ກິໂລ/ຄົນ/ປີ ທຽບໃສ່ແຜນການທີ່ ນວ ຮັບຮອງ 50 ກິໂລ/ຄົນ/ປີ  ເຫັນວ່າພຽງພໍກັບຄວາມຕ້ອງການ ສ່ວນການປູກກ້ວຍ ຮອດປັດຈຸບັນມີເນື້ອທີ່ທັງໝົດ 1.969 ເຮັກຕາ ຄາດຄະເນຜະລິດຕະພາບ 40 ໂຕນ/ເຮັກຕາ ຜົນຜະລິດໄດ້ 78.760 ໂຕນ ພືດອຸດສາຫະກໍາ ສາມາດປະຕິບັດໄດ້ 4.460 ເຮັກຕາ (ລະດູແລ້ງໄດ້ 1.755 ເຮັກຕາ ຜົນຜະລິດ 39.064 ໂຕນ) ປູກໄດ້ລື່ນແຜນ 2,64% ຂອງແຜນການ 4.345 ເຮັກຕາ ຜົນຜະລິດລວມ 87.033 ໂຕນ ໃນນັ້ນ ລວມມີເນື້ອທີ່ປູກສາລີອາຫານສັດ ແລະ ມັນຕົ້ນ ທີ່ປູກເປັນສິນຄ້າ.

   ດ້ານລ້ຽງສັດ: ການສະໜອງທາດຊີ້ນ ໃນປີ 2020 ສາມາດສະໜອງທາດຊີ້ນ ປາ ໄຂ່ ໄດ້ທັງໝົດ 64.747 ໂຕນ ປະຕິບັດໄດ້ 99,38% ຂອງແຜນສະໜອງ 65.148 ໂຕນ ໃນນັ້ນ ການຜະລິດຊີ້ນສັດປີກໄດ້ 3.338 ໂຕນ ຊີ້ນໝູ 20.638 ໂຕນ ຊີ້ນງົວ 1.326 ໂຕນ ຊີ້ນຄວາຍ 210 ໂຕນ ຊີ້ນແບ້ 79 ໂຕນ ຊີ້ນປາ 26.849 ໂຕນ ໄຂ່ 12.229 ໂຕນ ແລະ ນົມສົດ 78 ໂຕນ ສະເລ່ຍຕໍ່ຫົວຄົນໄດ້ 68 ກິໂລ/ຄົນ/ປີ ເຫັນວ່າສາມາດສະໜອງຄວາມຕ້ອງການພາຍໃນໄດ້ໂດຍພື້ນຖານ ມີສະຖິຕິສັດລ້ຽງ ຄື: ມ້າ 106 ໂຕ ງົວ 87.695 ໂຕ ຄວາຍ 14.862 ໂຕ ໝູ 174.099 ໂຕ ແບ້ 19.660 ໂຕ ສັດປີກທົ່ວໄປ 2.271.305 ໂຕ ລ້ຽງປາໃສ່ກະຊັງ 5.900.000 ໂຕ (2.297 ກະຊັງ) ປາໜອງ 107.865.100 ໂຕ (2.157 ເຮັກຕາ) ແລະ ກົບ 2.031.000 ໂຕ.

    ການຂຶ້ນທະບຽນຟາມລ້ຽງສັດ ໃນປີ 2020 ມີທັງໝົດ 372 ຟາມ ໃນນັ້ນ ໄດ້ຂຶ້ນ ແລະ ຕໍ່ທະບຽນຟາມ ແລະ ມາດຕະຖານຟາມລ້ຽງສັດ ໃນ ນວ ໄດ້ຄື: ຟາມມ້າ 1 ຟາມ ມີມ້າ 20 ໂຕ ຟາມງົວ 10 ຟາມ ມີງົວ 2.375 ໂຕ ຟາມແບ້ 1 ຟາມ ມີແບ້ 500 ໂຕ ຟາມໝູ 129 ຟາມ ມີໝູ 144.755 ໂຕ ຟາມໄກ່ ພັນໄຂ່ 107 ຟາມ ມີໄກ່ 557.812 ໂຕ ຟາມໄກ່ພັນຊີ້ນ 38 ຟາມ ມີໄກ່ 250.800 ໂຕ ຟາມໄກ່ລາດ 1 ມີໄກ່ 800 ໂຕ ຟາມເປັດໄຂ່ 26 ຟາມ ມີເປັດ 81.920 ໂຕ ຟາມເປັດຊີ້ນ 1 ຟາມ ມີເປັດ 5.000 ໂຕ ຟາມນົກກະທາ 3 ຟາມ ມີນົກ 230.000 ໂຕ ຟາມປານິນກະຊັງ 37 ຟາມ ມີ 3.067 ກະຊັງ ແລະ ຟາມ ລ້ຽງປາໃສ່ໜອງ 19 ຟາມ ເນື້ອທີ່ 109,7 ເຮັກຕາ.

    ສໍາລັບແຜນຈຸດສຸມ ປີ 2021 ຈະຕ້ອງສືບຕໍ່ຊີ້ນໍາ-ນໍາພາ ຂະແໜງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ຄັ້ງທີ VIII ເວົ້າລວມ ເວົ້າສະເພາະແມ່ນແຜນພັດທະນາກະສິກໍາ ແລະ ປ່າໄມ້ ນວ ທີ່ຈະຕ້ອງໄດ້ປະຕິບັດ ໃນປີ 2021 ເພື່ອປັບປຸງ ແລະ ຂະຫຍາຍການຜະລິດໃຫ້ມີຄຸນນະພາບ ດ້ວຍການນາໃຊ້ເຕັກນິກວິທະຍາສາດ ກໍຄື ການເຮັດກະເສດສຸມໃຫ້ກ້ວາງຂວາງ ຮັບປະກັນດ້ານສະບຽງອາຫານໃຫ້ໄດ້ ທັງດ້ານປະລິມານ ແລະ ຄຸນນະພາບ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ພ້ອມກັນນັ້ນ ກໍເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ຊຸກຍູ້ຂະບວນການຜະລິດກະສິກໍາພາຍໃນໃຫ້ແຂງແຮງ ບັນລຸໄດ້ຕົວເລກຄາດຫນາຍ ຍົກລະດັບສະມາຊິກພັກ ພະນັກງານ ພາສາຕ່າງປະເທດ ຄອມພິວເຕີ ແລະ ວິຊາສະເພາະ.

# ຂ່າວ & ພາບ : ສີພອນ

error: Content is protected !!