ແຈ້ງດ່ວນ !!! ເລີ່ມວັນທີ 1 ເມສາ ຈະປິດບໍລິການສະຖານີຂົນສົ່ງໂດຍສານສາຍໃຕ້
ຫຼາຍຄົນພາດຫວັງ ປີນີ້ບ້ານເຮົາວິກິດກັບໂຄວິດ ໄປໃສມາໃສກໍລຳບາກ ພາກລັດຈຳກັດການອອກນອກບ້ານນອກເຮືອນຖ້າບໍ່ຈຳເປັນ ເນັ້ນພິເສດ ບໍ່ໃຫ້ໄປຕ່າງຖິ່ນຖ້າບໍ່ຈຳເປັນ ຫຼ້າສຸດນີ້ ສະຖານີຂົນສົ່ງສາຍໃຕ້ທີ່ມີລົດໂດຍສານແລ່ນແຕ່ແຂວງບໍລິຄຳໄຊລົງໄປ ກໍຕ້ອງປະກາດປິດບໍລິການເປັນການຊົ່ວຄາວ ນັບແຕ່ວັນທີ 1 ເດືອນເມສານີ້ເປັນຕົ້ນໄປ ແລະ ຍັງບໍ່ຮູ້ມື້ໃດຈະກັບມາເປີດຄືນ !ຕາມຂ່າວຈາກສະຖານີຂົນສົ່ງໂດຍສານສາຍໃຕ້ມື້ນີ້ແຈ້ງໃຫ້ຮູ້ວ່າ ເພື່ອປ້ອງກັນ…
ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຈາກ ສປ ຈີນ ຄັ້ງທີ 2
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກ ສປ ຈີນ ໃຫ້ແກ່ ສປປ ລາວ ເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຈັດຂຶ້ນວັນທີ 30 ມີນາ 2020 ທີ່ສາງພາລາທິການແພດ ກະຊວງສາທາລະນະສຸກ ໂດຍການມອບຂອງທ່ານ ວາງ…
ດ່ວນ !!! ສປປ ລາວ ລວມເປັນ 9 ຄົນແລ້ວ ຫຼັງວັນນີ້ມີເພີ່ມອີກ 1 ກໍລະນີຕິດເຊື້ອພະຍາດ COVID-19
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ແຈ້ງໃນວັນທີ 30…
ຄຸນປະໂຫຍດພິເສດຂອງໜ້າກາກ
ໜ້າກາກປ້ອງກັນເຊື້ອພະຍາດປອດອັກເສບສາຍພັນໃໝ່ ຫຼື ໂຄວິດ-19 ນັ້ນ ມີປະໂຫຍດມາກມາຍກ່າຍກອງ ນອກຈາກສາມາດປ້ອງກັນພະຍາດທີ່ວ່າແລ້ວ ຍັງມີຜົນປະໂຫຍດດ້ານອື່ນໆອີກ ດັ່ງປາກົດຢູ່ໃນບົດສົນທະນາຂອງຊາຍໄວກາງຄົນສອງຄົນດັ່ງລຸ່ມນີ້: ອາວແປ້ນ: “ເມຍເຮົາປາກເໝັນ ປານກິ່ນຈາກວິດຖ່າຍ ລາວເວົ້າກັບເຮົາເທື່ອໃດ ເຮົາຕ້ອງໄດ້ກັ້ນລົມຫາຍໃຈໄວ້ ແຕ່ດຽວນີ້ສະບາຍແລ້ວ…
ລາວພຣີເມຍລີກ-ຄອມມານໂດລາວລີກ ເລື່ອນການແຂ່ງຂັນບໍ່ມີກຳນົດ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນບານເຕະເປບຊີລາວພຣີເມຍລີກແລະຄອມມານໂດລາວລີກ 2 ລະດູການ 2020 ຊາບກັນວ່າ: ເພື່ອເປັນການປະຕິບັດຕາມມາດຕະການສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດ COVID-19 ຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສະນັ້ນ…
AFF ປະກາດເລື່ອນການແຂ່ງຂັນ 4 ລາຍການ ປ້ອງກັນໂຄວິດ-19
ສະຫະພັນບານເຕະອາຊຽນ (AFF) ປະກາດຜ່ານເວບໄຊ້ທາງການ (www.aseanfootball.org) ເລື່ອນການແຂ່ງຂັນບານເຕະ 4 ລາຍການ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພຶດສະພາ ຫາ ເດືອນສິງຫາ 2020 ອອກໄປກ່ອນ ເນື່ອງຈາກເຊື້ອພະຍາດໂຄວິດ–19 ກຳລັງລະບາດຢ່າງໜ້າເປັນຫ່ວງໃນບັນດາປະເທດໃນອາຊຽນ ແລະ…
ດິບຫວູ ມອບຜ້າປິດປາກປ້ອງກັນ COVID-19 ໃຫ້ພະແນກການຄ້າ ນວ
ໂດຍເຫັນໄດ້ຄວາມສໍາຄັນໃນການປະຕິບັດໜ້າທີ່ຂອງພະນັກງານ ໃນການລົງປະຕິບັດໜ້າທີ່ຕິດຕາມກວດກາການຄວບຄຸມສິນຄ້າບໍ່ໃຫ້ມີການເໜັງຕີງ ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈຂອງຊາວຄ້າຂາຍໃນໄລຍະພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທີ່ກໍາລັງລະບາດຢູ່ຫຼາຍປະເທດທົ່ວໂລກ ກໍຄື ສປປ ລາວ ເຊິ່ງການປະຕິບັດໜ້າທີ່ຂອງພະນັກງານ ຕ້ອງມີການປ້ອງກັນຕົນເອງ ເພື່ອຄວາມປອດໄພຈາກພະຍາດ COVID-19 ບໍລິສັດດິບຫວູຈໍາກັດ ຈຶ່ງໄດ້ນໍາເອົານໍ້າດື່ມ ແລະ…
ເຈົ້າພາບ ເປີດທົດລອງນຳໃຊ້ສະໜາມກີລາ ຊຽງຂວາງ ເກມ
ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ແຈ້ງໃຫ້ຊາບ ວັນທີ 25 ມີນາ 2020 ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ມີການປະກາດແຈ້ງໂຈະຈັດການແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ…
ເຜີຍແຜ່ຄໍາສັ່ງເລກທີ 06/ນຍ ໃຫ້ທູຕານຸທູດປະຈໍາລາວ
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ…