ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດ ຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 16 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 15 ເມສາ 2020 ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.019 ຄົນ ຜູ້ເດີນທາງຜ່ານດ່ານລາວ-ໄທ ທັງໝົດ 287 ຄົນ ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 31 ຄົນ ເຫຼືອນັ້ນແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 237 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຫວຽດ ທັງໝົດ 495 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານສະໜາມບິນ 0 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 15 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 23 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 2 ຄົນ ກໍລະນີມີອາການສົງໄສ 21 ຄົນ (ໃນນີ້ມີແຮງງານລາວທີ່ກັບມາແຕ່ໄທ 1 ຄົນ) ໃນຈຳນວນ 23 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 19 ຄົນ ແລະ ຕ່າງແຂວງ 4 ຄົນ ເຊັ່ນ: ຫຼວງພະບາງ 1 ຄົນ ອັດຕະປຶ 1 ຄົນ ສະຫວັນນະເຂດ 2 ຄົນ ຜົນກວດທັງໝົດ 23 ກໍລະນີແມ່ນບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດວັນທີ 15 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.288 ຄົນ ກວດພົບເຊື້ອທັງໝົດ 19 ຄົນ ຈຳນວນຜູ້ສຳຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມແຕ່ວັນທີ 23 ມີນາ – 15 ເມສາ 2020 ມີທັງໝົດ 488 ຄົນ ໝົດກຳນົດຕິດຕາມທັງໝົດ 420 ຄົນ ຍັງສືບຕໍ່ຕິດຕາມ 68 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 32 ຄົນ (19 ຄົນ ແມ່ນຕິດຕາມຢູ່ບ້ານ ແລະ ອີກ 13 ຄົນແມ່ນຕິດຕາມຢູ່ໂຮງໝໍ 103) ແຂວງໄຊສົມບູນ 35 ຄົນ (ທັງໝົດຕິດຕາມຢູ່ແຄັມພູຄຳ) ແລະ ແຂວງວຽງຈັນ 1 ຄົນ (ຈຳກັດບໍລິເວນຢູ່ສູນ)

ສ່ວນການຕິດຕາມສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນໃນທົ່ວປະເທດ ເລີ່ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວຈຳນວນຫຼວງຫຼາຍຈາກປະເທດໄທ ໄດ້ກັບເຂົ້າມາລາວຕາມຈຸດຜ່ານແດນຕ່າງໆ ມີທັງໝົດ 113.404 ຄົນ ເພື່ອຮອງຮັບສະຖານະການດັ່ງກ່າວ ອຳນາດການປົກຄອງໄດ້ມີການຈັດຕຽມສະຖານທີ່ຈຳກັດບໍລິເວນໃນແຕ່ລະເມືອງ ກຸ່ມບ້ານທົ່ວປະເທດມີ 2.142 ສູນ ເຊິ່ງຮອງຮັບແຮງງານທັງໝົດ 68.534 ຄົນ ແລະ ໄດ້ຈຳກັດບໍລິເວນຕົນເອງຢູ່ເຮືອນ 44.870 ຄົນ ໂດຍມີຄອບຄົວເປັນຜູ້ຢັ້ງຢືນ.
ມາຮອດວັນທີ 15 ເມສາ 2020 ທົ່ວປະເທດຍັງມີ 1.929 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 29.161 ຄົນ ຈຳກັດບໍລິເວນຢູ່ເຮືອນ 22.850 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 115 ຄົນ ທັງໝົດບໍ່ພົບເຊື້ອ.
ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນຍັງນອນຢູ່ໂຮງໝໍ 17 ຄົນ 2 ຄົນໄດ້ອອກໂຮງໝໍ ເຊິ່ງແມ່ນຜູ້ຕິດເຊື້ອກໍລະນີທີ 12 ແລະ ກໍລະນີທີ 14 ແມ່ນອອກໂຮງໝໍມື້ເຊົ້ານີ້ ສ່ວນຈຳນວນ 3 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ ແລະ ຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.