
ວັນທີ 15 ເມສາ 2020 ລັດວິສາຫະກິດຄົມມະນາຄົມ ແລະ ການລົງທຶນຊາງຈຽງ ຂົວທາງ ຈຳກັດ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນ COVID-19 ໃຫ້ກະຊວງສາທາລະນະສຸກ ເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ແມ່ນອຸປະກອນເພື່ອໃຊ້ທາງການແພດເຊັ່ນ: ຜ້າອັດປາກ-ດັງ ຈຳນວນ 35.000 ອັນ ລວມມູນຄ່າທັງໝົດ 122.000.000 ກີບ ກ່າວມອບໂດຍທ່ານ luo gangfeng ຮອງຫົວໜ້າລັດວິສາຫະກິດຄົມມະນາຄົມ ແລະ ການລົງທຶນຊາງຈຽງ ຂົວທາງ ຈຳກັດ ແລະ ກ່າວຮັບໂດຍທ່ານ ດຣ ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.