ກິດຈະກຳແບ່ງປັນນ້ຳໃຈ ຕ້ານໄພ COVID-19 ໂດຍສະຖານີໂທລະພາບນະຄອນຫຼວງວຽງຈັນ ຮ່ວມກັບສະພາອຸດສາຫະກຳການຄ້າ ສຄອ ນວ ນຳເຄື່ອງອຸປະໂພກ-ບໍລິໂພກ ມາຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກ COVID-19 ຈຳນວນ 5.000 ຖົງ ເຊິ່ງໄດ້ຮັບການສະໜັບສະໜູນຈາກບັນດາຫ້າງຮ້ານ ບໍລິສັດຜູ້ປະກອບການຕ່າງໆ ໂດຍແມ່ນບໍລິສັດ 3S ພັດທະນາຈຳກັດ ຮ່ວມກັບໂທລະພາບ Vte9 ນະຄອນຫຼວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ຈະມອບໃຫ້ແກ່ 5 ເມືອງຄື: ເມືອງຈັນທະບູລີ ໄຊທານີ ໄຊເຊດຖາ ສີໂຄດຕະບອງ ແລະ ເມືອງສີສັດຕະນາກ ມອບໃຫ້ເມືອງລະ 1.000 ຖົງ ໃນມູນຄ່າເບື້ອງຕົ້ນ ສະເລ່ຍເມືອງລະ 60 ລ້ານກີບ ຮູບການຈັດຕັ້ງປະຕິບັດ ແມ່ນບ້ານເປັນເຈົ້າການຂຶ້ນເປົ້າໝາຍຄອບທີ່ທຸກຍາກ ປ່ຽວພອຍ ເຖົ້າຊະລາ ເສຍອົງຄະ ແລະ ອື່ນໆ ເພື່ອໃຫ້ບ້ານມາຮັບເອົາຢູ່ເມືອງ ເພື່ອນຳໄປແຈກຢາຍໃຫ້ ແຕ່ລະຄອບຄົວ.

ໃນວັນທີ 16 ເມສາ 2020 ທີ່ຫ້ອງວ່າການເມືອງຈັນທະບູລີ ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ ມອບໂດຍທ່ານ ພອນປະເສີດ ອີນທະສອນ ປະທານບໍລິສັດ 3S ພັດທະນາ ຈຳກັດ ຕາງໜ້າຮັບ ໂດຍທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງຈັນທະບູລີ ໂດຍມີທ່ານພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈຳພັກ ຫົວໜ້າການເມືອງກອງບັນຊາການທະຫານ ນວ ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.