ຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ໄດ້ສົ່ງຜົນກະທົບໄປທຸກວຽກງານຂະແໜງການ ປວງຊົນໃນທົ່ວໂລກ ເວົ້າລວມ ເວົ້າສະເພາະພໍ່ແມ່ປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ໂດຍສະເພາະໃນໄລຍະຂອງການສະຫຼອງປີໃໝ່ລາວ ຍິ່ງຕ້ອງເພີ່ມທະວີສະຕິ ຄວາມເປັນເຈົ້າການ ແລະ ມາດຕະການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດກວ່າເກົ່າ.

ທ່ານນາງ ບຸນມາລາ ສິມມະລາວົງ ນາຍບ້ານພະໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ: ບ້ານພວກເຮົາປະກອບມີ 218 ຫຼັງຄາເຮືອນ ແບ່ງເປັນ 12 ໜ່ວຍ ມີພົນລະເມືອງທັງໝົດ 938 ຄົນ ຍິງ 507 ຄົນ ອາຊີບສ່ວນໃຫຍ່ເປັນພະນັກງານ-ລັດຖະກອນ ຊາວຄ້າຂາຍ ແລະ ບໍລີການ ເປັນບ້ານທີ່ນອນໃນໃຈກາງເມືອງ ມີຄວາມສະດວກສະບາຍ ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຜູ້ຄົນເຂົ້າອອກ ແລະ ຜ່ານໄປມາ ເຮັດໃຫ້ມີຄວາມຫຍຸ້ງຍາກຕໍ່ການດູແລພໍສົມຄວນ ດ້ວຍເຫດນັ້ນ ບ້ານເຮົາຈຶ່ງເອົາໃຈໃສ່ເປັນພິເສດໃນການດູແລຈັດສັນຄວາມເປັນລະບຽບຮຽບຮ້ອຍ.
ຈາກສະພາບການແຜ່ລະບາດຂອງພະຍາດ COVID-19 ທາງບ້ານພວກເຮົາກໍໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 06 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສະກັດກັ້ນ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ຈັດໃຫ້ມີການເຜີຍແຜ່ແນະນຳໃຫ້ພໍ່ແມ່ປະຊາຊົນ ຜ່ານໂທລະໂຄ່ງຂອງບ້ານໃນຕອນເຊົ້າ ແລະ ແລງຢ່າງເປັນປົກກະຕິ ພ້ອມກັບການສົມທົບກັບອາສາສະໝັກບ້ານ ແລະ ຈັດໜ່ວຍງານສະເພາະກິດຂອງບ້ານ ໂດຍມີຄະນະນຳຂອງບ້ານເປັນເຈົ້າການນຳພາ ແບ່ງຈຸປະຈຳການ ເຝົ້າເວນຍາມຕະຫຼອດ 24 ຊົ່ວໂມງ ແລະ ລົງເຜີຍແຜ່ແນະນຳການປະຕິບັດຄຳສັ່ງແນະນຳ ແຈ້ງການຂອງຂັ້ນເທິງແຕ່ລະສະບັບຢ່າງເຄັ່ງຄັດ ນຳມາຜັນຂະຫຍາຍເປັນອັນລະອຽດລົງຫົວໜ່ວຍ 10 ຫຼັງຄາເຮືອນ ພ້ອມທັງຕິດຕາມ ກວດກາໃກ້ຊິດຢ່າງຕໍ່ເນື່ອງ ເປັນຕົ້ນການລົງກວດກາຈຳນວນພົນເຂົ້າ ອອກພາຍໃນບ້ານ ຕິດຕາມກວດກາບໍ່ໃຫ້ມີການຊຸມແຊວ ຈັດກິດຈະກຳຕ່າງໆ ລວມທັງການຈັດງານສັງສັນ ງານປະເພນີ ແລະ ບຸນສົງການປີໃໝ່ລາວ.

ຜ່ານການຈັດຕັ້ງປະຕິບັດຄຳສັ່ງ 06 ຂອງທ່ານນາຍົກລັດຖະມົນຕີ ບ້ານຂອງພວກເຮົາກໍສາມາດຈັດຕັ້ງໄດ້ດີສົມຄວນ ສະແດງອອກປະຊາຊົນພາຍໃນບ້ານບໍ່ມີໃຜຕິດເຊື້ອ ແລະ ອາການຂອງພະຍາດດັ່ງກ່າວ ໄປພ້ອມກັບການສະຫຼອງປີໃໝ່ຢ່າງມີສະຕິ ເປັນເຈົ້າການ ບໍ່ມີການຈັດຊຸມນຸມ ຮັກສາໄລຍະຫ່າງ ທຸກຄັ້ງອອກຈາກເຮືອນກໍມີຜ້າປິດປາກ-ປິດດັງ ແລະ ລ້າງມືຢ່າງເປັນປະຈຳ ເຊັ່ນດຽວກັບການມາເຮັດວຽກປະຈຳການຂອງແຕ່ລະຈຸ ກໍຕ້ອງເປັນແບບຢ່າງໃນການເອົາໃຈໃສ່ລ້າງມືໃຫ້ຖືກວິທີ ກ່ອນ ແລະ ຫຼັງສຳເລັດໜ້າທີ່ວຽກງານກັບເຮືອນ ໄປພ້ອມກັບການແນະນຳສະມາຊິກພາຍໃນຄອບຄົວ ຍາດພີ່ນ້ອງໃກ້ ຄຽງ ເພື່ອພ້ອມກັນເອົາໃຈໃສ່ປະຕິບັດຢ່າງເຄັ່ງຄັດ ເຮັດໃຫ້ຄຳສັ່ງແນະນຳດັ່ງກ່າວປະກົດເປັນຈິງ ປີໃໝ່ ພ້ອມກັນກ້າວໄປ ປອດໄພຈາກພະຍາດ COVID-19 ນຳເອົາໂຊກໄຊມາສູ່ພໍ່ແມ່ປະຊາຊົນບ້ານພະໄຊ ກໍຄືພໍແມ່ປະຊາຊົນລາວໃນທົ່ວປະເທດ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງແນະນຳ 06 ຂອງນາຍົກລັດຖະມົນຕີໃຫ້ມີໝາກຜົນຕາມລະດັບຄາດໝາຍ.