ປີໃໝ່ 3 ວັນຕິດ ໂຄວິດບໍ່ຕິດເພີ່ມໃນລາວ ຕົວເລກຍັງຄືເກົ່າທີ່ 19 ກໍລະນີ

    ຖື​ວ່າ​ເປັນ​ຂ່າວ​ດີ​ອີກ​ມື້­ໜຶ່ງ ທີ່​ທີມ​ງານ​ແພດ​ໝໍ​ກວດ​ບໍ່​ພົບ​ຜູ້​ຕິດ­ເຊື້ອ COVID-19 ຢູ່ ສປປ ລາວ ຈາກ​ການ​ຖະ­ແຫຼງ​ຂ່າວ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ອັກ­ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ໃນ​ວັນ​ທີ 15 ເມ­ສາ 2020 ແມ່ນ​ບໍ່​ມີ​ຜູ້​ເຊື້ອ COVID-19 ຍັງ​ຄົງ​ຕົວ​ເລກ​ຜູ້​ຕິດ­ເຊື້ອ​ຢູ່​ທີ່ 19 ລາຍ ໃນ​ນີ້​ແມ່ນ​ໄດ້​ຮັບ​ການ​ປິ່ນ­ປົວ​ດີ​ແລ້ວ 1 ລາຍ ເພດ​ຍິງ.

    ທ່ານ ຮສ ດຣ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ກ່າວ​ວ່າ: ໃນ​ວັນ​ທີ 14 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 30 ຄົນ ໃນ​ນັ້ນ ມີ​ຜູ້​ສຳ­ຜັດ​ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ 01 ຄົນ ກໍ­ລະ­ນີ​ມີ​ອາ­ການ​ສົງ­ໄສ 29 ຄົນ (ໃນ​ນີ້ ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 03 ຄົນ) ໃນ​ຈຳ­ນວນ 30 ຄົນ​ທີ່​ມາ​ກວດ​ນັ້ນ ມີ​ນະ­ຄອນ­ຫຼວງ​ວຽງ​ຈັນ 21 ຄົນ ແລະ ຕ່າງ​ແຂວງ 09 ຄົນ ໃນ​ນີ້ ແຂວງ​ຫຼວງ​ພະ​ບາງ 06 ຄົນ ແລະ ແຂວງ​ຄຳ​ມ່ວນ 03 ຄົນ ຜົນ​ກວດ​ທັງ​ໝົດ 30 ກໍ­ລະ­ນີ ແມ່ນ​ບໍ່​ພົບ​ເຊື້ອ.

    ນັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 14 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 1.265 ຄົນ ກວດ​ພົບ​ເຊື້ອ​ທັງ​ໝົດ 19 ຄົນ ແລະ ທັງ​ໝົດ 19 ຄົນ ແມ່ນ​ນອນ​ປິ່ນ­ປົວ-ຕິດ­ຕາມ​ຢູ່​ໂຮງ­ໝໍ ເຊິ່ງ 3 ມື້​ແລ້ວ​ທີ່​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ.

    ສຳ­ລັບ​ຈຳ­ນວນ​ຜູ້​ສຳ­ຜັດ​ໃກ້­ຊິດ​ທັງ​ໝົດ​ທີ່​ໄດ້​ຕິດ­ຕາມ​ແຕ່​ວັນ​ທີ 23 ມີ­ນາ-14 ເມ­ສາ 2020 ມີ​ທັງ​ໝົດ 488 ຄົນ ໝົດ​ກຳ­ນົດ​ຕິດ­ຕາມ​ທັງ​ໝົດ 417 ຄົນ ຍັງ​ສືບ­ຕໍ່​ຕິດ­ຕາມ​ທັງ​ໝົດ 71 ຄົນ ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ 32 ຄົນ ແຂວງ​ໄຊ​ສົມ­ບູນ 38 ຄົນ ແລະ ແຂວງ​ວຽງ​ຈັນ 01 ຄົນ. ມາ​ຮອດ​ວັນ​ທີ 15 ເມ­ສາ 2020 ທົ່ວ​ປະ­ເທດ​ຍັງ​ມີ 1.929 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 29.161 ຄົນ ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ 22.850 ຄົນ ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ຫາ​ເຊື້ອ ມີ​ທັງ​ໝົດ 115 ຄົນ ທັງ​ໝົດ​ບໍ່​ພົບ​ເຊື້ອ.

    ໃນ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ 19 ຄົນ​ນັ້ນ ຈຳ­ນວນ 3 ຄົນ ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ເຫັນ​ວ່າ​ມີ​ອາ­ການ​ຄົງ​ຕົວ​ຂັ້ນ​ເບົາ­ບາງ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ ຈຳ­ນວນ 16 ຄົນ ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ​ທັງ​ໝົດ ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ໃນ​ນີ້ 01 ຄົນ​ໄດ້​ອອກ​ໂຮງ­ໝໍ​ວານ​ນີ້ ແລະ ໄປ​ຕິດ­ຕາມ​ຕົນ​ເອງ​ຢູ່​ເຮືອນ 14 ວັນ.

    ທ່ານ ຮສ ດຣ ພູ­ທອນ ເມືອງ​ປາກ ກ່າວ​ອີ​ກວ່າ: ຄະ­ນະ​ສະ­ເພາະ​ກິດ ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ​ເປັນ​ທີ່​ສຸດ ແລະ ໄດ້​ປະ­ຊຸມ​ປືກ​ສາ​ຫາ­ລື ຕີ​ລາ­ຄາ​ຄືນ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06 ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເຊີ່ງ​ເຫັນ​ວ່າ: ບັນ­ດາ​ກະ­ຊວງ ອົງ​ການ­ຈັດ­ຕັ້ງ​ຂັ້ນ​ສູນ​ກາງ ອົງ­ການ​ປົກ­ຄອງ​ທ້ອງ​ຖີ່ນ ໄດ້​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ຢ່າງ​ລະ­ອຽດ ມີ​ການ​ໂຄ­ສະ­ນາ​ເຜີຍ­ແຜ່ ແລະ ຊີ້​ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄດ້​ດີ​ສົມ­ຄວນ ແລະ ເຊົ້າ​ມື້­ນີ້ ກໍ​ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ຂອງ​ທ່ານ​ນາ­ຍົກ/ທ່ານ​ຮອງ​ນາ­ຍົກ ເພື່ອ​ພິ­ຈາ­ລະ­ນາ​ຜ່ອນ­ຜັນ​ວາງ​ມາດ​ຕະ­ການ ແລະ ສືບ­ຕໍ່​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06 ຕໍ່​ໄປ​ອີກ​ໄລ­ຍະ​ໜື່ງ ສະ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຈົ່ງ​ສືບ­ຕໍ່​ຮ່ວມ​ມື​ເປັນ​ເຈົ້າ​ການ​ຮ່ວມ​ກັນ ປະ­ຕິ­ບັດ​ບັນ­ດາ​ຂໍ້​ແນະ­ນຳ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພື່ອ​ໃຫ້​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ​ຜ່ອນ­ຄາຍ​ລົງ ຈຶ່ງ​ຈະ​ສາ­ມາດ​ກັບ​ມາ​ດຳ­ລົງ​ຊີ­ວິດ​ຕາມ​ປົກ­ກະ­ຕິ.

error: Content is protected !!